ງານບຸນຕາມທ້ອງຖະໜົນ ເຫ້ວ ເຂັ້ມຂົ້ນສີສັນວັດທະນະທຳ

13:41 | 28/06/2022

ໂດຍໄດ້ຮັບການຈັດຕັ້ງເປັນເວລາ 3 ວັນ, ແຕ່ວັນທີ 26 – 28 ມິຖຸນາ, ງານບຸນຕາມທ້ອງຖະໜົນປີນີ້ໄດ້ແນະນຳເຖິງມະຫາຊົນບັນດາຈຸດທີ່ເປັນເອກະລັກສະເພາະທາງດ້ານດົນຕີ...

ເປີດຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ ເປີດຖະໜົນຍ່າງກາງຄືນພະລາຊະວັງ ເຫ້ວ
ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ ວັນ​ບຸນ ​ວັງ​ເຫ້ວ​ນາມ - ຈຸດ​ຄວາມ​ງາມ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ເຫ້ວ
ການສະແດງທີ່ເຂັ້ມຂົ້ນສີສັນວັດທະນະທຳທີ່ Festival ເຫ້ວ 2022
ການສະແດງທີ່ເຂັ້ມຂົ້ນສີສັນວັດທະນະທຳທີ່ Festival ເຫ້ວ 2022

ໃນຂອບເຂດສັບປະດາ Festival ເຫ້ວ 2022, ງານບຸນຕາມທ້ອງຖະໜົນດ້ວຍຫົວຂໍ້ “ສີສັນວັດທະນະທຳ” ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 26 ມິຖຸນາ. ໂດຍໄດ້ຮັບການຈັດຕັ້ງເປັນເວລາ 3 ວັນ, ແຕ່ວັນທີ 26 – 28 ມິຖຸນາ, ງານບຸນຕາມທ້ອງຖະໜົນປີນີ້ໄດ້ແນະນຳເຖິງມະຫາຊົນບັນດາຈຸດທີ່ເປັນເອກະລັກສະເພາະທາງດ້ານດົນຕີ, ວາດຟ້ອນຂອງບັນດາຄະນະສິລະປະກອນທີ່ມາຈາກບັນດາເຂດ, ພາກໃນທົ່ວປະເທດ ແລະ ສາກົນ.

ກ່າວຄຳເຫັນໄຂງານບຸນ, ທ່ານ ຮວີ່ງຕ່ຽນດາດ, ຮອງຫົວໜ້າຄະນະປະຈຳຄະນະຈັດຕັ້ງ Festival ເຫ້ວ 2022 ໃຫ້ຮູ້ວ່າ: “ງານບຸນຢູ່ຕານທ້ອງຖະໜົນຖືກຈັດເປັນຫຼາຍມື້, ແຕ່ລະມື້ໄດ້ມີບັນດາການເຄື່ອນໄຫວທີ່ແຕກຕ່າງກັນ. ພວກຂ້າພະເຈົ້າກໍ່ໄດ້ຈັດຕັ້ງລາຍການສະແດງລະຄອນ ຕ່ວງພະລາດຊະວັງ ທີ່ມີຊື່ວ່າ “ງ່ານເຊຶອເອີມວ້ອງ” (ແປວ່າກັງວານນັບພັນປີ). ນອກຈາກນັ້ນ, ກໍ່ມີການສະແດງຂອງບາງປັດໄຈວັດທະນະທຳທີ່ເປັນເອກະລັກສະເພາະຂອງເຫ້ວ, ນັ້ນແມ່ນວ່າວ ເຫ້ວ ແລະ ຊຸດເສື້ອຍາວເຫ້ວ, ເພື່ອສະແດງບັນດາຈຸດຍອດຍິ່ງດ້ານສິລະປະກຳໃນພະລາດຊະວັງ, ໃນປະຊາຊົນ. ທັງໝົດເຫຼົ່ານັ້ນຈະສ້າງສີສັນໃໝ່ໃຫ້ແກ່ງານບຸນຢູ່ຕາມທ້ອງຖະໜົນຂອງ Festival ປີນີ້.”

ຕາມ​ທ່ານ​ນາງ ເລ​ງອກ​ຢືເຝື່ອງ ​ແລ້ວ, ຢູ່​ແຂວງ ກວາງ​ຈີ້, ງານ​ບຸນ​ຕາມ​ຖະໜົນ​ລ້ວນ​ແຕ່​ແມ່ນ​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ບຸນ​ເຕັດ​ຂອງ​ປະຊາຊົນ​ໃນ​ແຕ່ລະ​ວັນ​ບຸນ​ເຕັດ.

ບັນດາ​ຄະນະ​ສິລະ​ປະ​ໄດ້​ປະກອບສ່ວນ​ເຮັດ​ໃຫ້ ​ເຫ້ວ ສວຍ​ງາມ ​ແລະ ມີ​ຊີວິດ​ຊີວາ. ບັນຍາກາດໃນງານບຸນເຫັນໄດ້ຊັດເຈນ, ຜູ້ຊົມຍັງເຂົ້າຮ່ວມການຟ້ອນ ແລະ ຈັງຫວະລຳເພງ, ໂດຍສະເພາະແມ່ນການຟ້ອນອັນຟົດຟື້ນຂອງບັນດານັກເຕັ້ນລຳຈາກວົງດົນຕີພື້ນເມືອງ ແລະ ຟ້ອນຈາກສະຫະພັນລັດເຊຍ ຫຼື ຟ້ອນພື້ນເມືອງ, ການຟ້ອນ ແລະ ຂັບລຳທີ່ສະແດງເຖິງຮີດຄອງປະເພນີ. ຄວາມງາມທາງດ້ານວັດທະນະທໍາຂອງຊົນເຜົ່າໃນປະເທດຂອງພວກເຮົາ.

ງານ​ບຸນ​ຕາມ​ຖະໜົນ​ໄດ້​ສ້າງ​ຊ່ອງ​ຫວ່າງ​ທີ່​ມີ​ສີສັນ​ວັດທະນະທຳ​ທີ່​ຫຼາກ​ຫຼາຍ​ຂອງ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ຊີວິດ​ຊີວາ​ຂອງ​ປະຊາຊົນ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ມິດຕະພາບ​ໃນ​ອະນາຄົດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.