ພົບ​ປະ​ກັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ

16:30 | 20/06/2022

ຍສໝ - ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ລະຫວ່າງ​ສອງ​ປະ​ເທດ​ຜ່ານ​ຊ່ອງການ​ທູດ​ລັດຖະສະພາ, ຄະນະປະຈໍາ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ດ້ວຍ ສະມາຊິກ 12 ທ່ານ.

ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ຫງວຽນ​ຝູ​ຈ້ອງ ພົບ​ປະ​ເຈ​ລະ​ຈາ​ກັບ​ປະ​ທານ​ພັກ​ແນວ​ໂຮມ​ປົດ​ປ່ອຍ Mozambique, ປະ​ທາ​ນາ​ທິ​ບໍ​ດີ Mozambique ແບບ​ທາງ​ໄກ
ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ

ຫວ່າງແລ້ວນີ້, ກຸ່ມສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ທຳ​ອິດ​ພາຍຫຼັງ​ການ​ຢຸດຕິ​ເປັນ​ເວລາ​ດົນ​ຍ້ອນ​ພະຍາດ​ໂຄ​ວິດ-19. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຄັ໊ກດິ້ງ, ປະ​ທານກຸ່ມສະມາຊິກລັດຖະສະພາ​ມິດ​ຕະ​ພາບ​ຫວຽດ​ນາມ - ລັດ​ເຊຍ ເປັນ​ປະ​ທານການພົບປະ.

ພົບ​ປະ​ກັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ
ພົບ​ປະ​ກັບ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ. ພາບ: quochoi.vn

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ: ການ​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ບັນ​ດາ​ສະ​ມາ​ຊິກ​ລັດຖະສະພາບັນດາປະເທດ ມີ​ຄວາມ​ໝາຍ​ສໍາຄັນໃນການສ້າງ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ອົງການນິຕິບັນຍັດຂອງບັນດາປະເທດ; ປະກອບສ່ວນ​ປະຕິບັດ​ແຜນນະໂຍບາຍ ​ແລະ ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ: “ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ ​ແລະ ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ປະຊາ​ຄົມ​ໂລກ, ສູ້​ຊົນ​ເພື່ອ​ສັນຕິພາບ, ເອກະລາດ ​ແລະ ການພັດທະນາ”.

ບົນ​ຈິດ​ໃຈ​ນັ້ນ, ​ເພື່ອ​ສືບ​ຕໍ່​ເພີ່ມ​ທະວີ ​ແລະ ​ເປີດ​ກວ້າງ​ການ​ພົວພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ” ລະຫວ່າງ​ສອງ​ປະ​ເທດ​ຜ່ານ​ຊ່ອງການ​ທູດ​ລັດຖະສະພາ, ຄະນະປະຈໍາ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ລັດ​ເຊຍ ດ້ວຍ ສະມາຊິກ 12 ທ່ານ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.