ສາມປີຍັງບໍ່ທັນສິ້ນສຸດຄວາມແປກໃຈກ່ຽວກັບອາຫານຫວຽດນາມ

15:38 | 19/06/2022

ຍ​ສ​ໝ - ຫຼັງ​ຈາກ​ຫຼາຍ​ຄັ້ງ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ສອງ bloggers ທ່ອງ​ທ່ຽວ​ Portugal ​ຍັງ​ບໍ່​ເບື່ອ​ກັບ​ອາ​ຫານ​ຕາມ​ລວງ​ຍາວ​ຂອງ​ປະ​ເທດ.

ອາຫານຫວຽດນາມ ຢູ່ ປະເທດໂປໂລຍ ອາຫານຫວຽດນາມ ຢູ່ ປະເທດໂປໂລຍ
ຮ້ານອາຫານຫວຽດນາມສະໜັບສະໜູນອາຫານຫຼາຍຮ້ອຍຄາບເພື່ອຊ່ວຍແພດໝໍ California, ສະຫະລັດອາເມລິກາ ຕໍ່ສູ້ຕ້ານກັບ COVID-19 ຮ້ານອາຫານຫວຽດນາມສະໜັບສະໜູນອາຫານຫຼາຍຮ້ອຍຄາບເພື່ອຊ່ວຍແພດໝໍ California, ສະຫະລັດອາເມລິກາ ຕໍ່ສູ້ຕ້ານກັບ COVID-19
ສາມປີຍັງບໍ່ທັນສິ້ນສຸດຄວາມແປກໃຈກ່ຽວກັບອາຫານຫວຽດນາມ
Daryl ​ແລະ Mindi Hirsch, ນັກ​ທ່ອງ​ທ່ຽວ​ສອງ​ຄົນ, bloggers ​ຈາກ Lisbon ປະ​ເທດ Portugal (ພາບ: 2 food trippers)

“ຝົນ​ທີ່​ຕົກ​ໜັກຖ້ວມຮອດ​ຂໍ້​ຕີນ​ຂອງ​ພວກ​ເຮົາ​ໄດ້​ເປັນການຕ້ອນຮັບພວກ​ເຮົາ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ​ຄັ້ງ​ທຳ​ອິດ. ອາກາດ​ຮ້ອນ, ການ​ສັນ​ຈອນ​ວຸ່ນ​ວາຍ​ຢູ່​ຕາມ​ຖະ​ໜົນ​ເຮັດ​ໃຫ້​ພວກ​ເຮົາ​ວຸ້ນວາຍ. ນອກ​ຈາກ​ຄຳ​ວ່າ 'ເຝີ', ພວກ​ເຮົາກໍ​ບໍ່​ເຂົ້າ​ໃຈ​ຄຳ​ໃດ​ຢູ່​ເທິງ​ປ້າຍ”, Daryl ​ແລະ Mindi Hirsch, ນັກ​ທ່ອງ​ທ່ຽວ​ສອງ​ຄົນ​ຈາກ Lisbon ປະ​ເທດ Portugal ກ່າວ​ຫວນ​ຄືນ​ເວ​ລາ​ທຳ​ອິດທີ່​ໄປ​ຫວຽດ​ນາມ.

ນັບ​ຕັ້ງ​ແຕ່​ການ​ເດີນ​ທາງ​ໃນ​ປີ 2016 ນັ້ນ, ນັກ​ທ່ອງ​ທ່ຽວ​ຊາວ Portugal ​ສອງ​ຄົນ​ໄດ້​ໃຊ້​ເວ​ລາ 3 ປີ​ຕໍ່​ໄປ​ເພື່ອຄົ້ນ​ຫາ​ກ່ຽວກັບອາ​ຫານ​ຢູ່​ຫວຽດ​ນາມ. ເຂົາເຈົ້າເອີ້ນມັນເປັນວິທີ “ຖອດລະຫັດປິດສະໜາການເຮັດອາຫານ” ຂອງປະເທດອາຊີຕາເວັນອອກສຽງໃຕ້ນີ້. ຜົນໄດ້ຮັບທີ່ພວກເຂົາໄດ້ຮັບ ໄດ້ຖືກຈັດອັນດັບເປັນ "ສິ່ງທີ່ສຸດຍອດທີ່ສຸດ". ທ່ານ Hirsch ແລະ ພັນລະຍາກ່າວວ່າ "ຄວາມປະຫລາດໃຈແມ່ນຄວາມຮູ້ສຶກທີ່ເກີດຂື້ນໃນໃຈຂອງພວກເຮົາສະເຫມີກ່ຽວກັບອາຫານ ບໍ່ພຽງແຕ່ຢູ່ໃນຕົວເມືອງໃຫຍ່ເທົ່ານັ້ນ ແຕ່ຢູ່ໃນທົ່ວປະເທດ".

ເວລາທີ່ເຂົາເຈົ້າກັບຄືນມາ, ເຂົາເຈົ້າກິນອາຫານຫຼາຍເຍື່ອງ, ບໍ່ເຄີຍເບື່ອ ແລະ ມັກອາຫານທີ່ນີ້ຫຼາຍຂຶ້ນທຸກມື້. ສຳລັບເຂົາເຈົ້າແລ້ວ, ອາຫານຫວຽດນາມ ແມ່ນແຊບຊ້ອຍ ແລະ ໂດດເດັ່ນ ຍ້ອນບັນດາເຍື່ອງອາຫານທີ່ມີນ້ຳຊຸບເຂັ້ມຂົ້ນຂອງທ້ອງຖິ່ນ, ບັນດາເຍື່ອງອາຫານທີ່ສ້າງສັນ ເຊິ່ງຄົນເຮົາຄິດອອກມານັ້ນໄດ້ລວມເອົາຜັກສົດທີ່ປູກເອງຫຼາກຫຼາຍຊະນິດ. ຕາມ​ນັກທ່ອງທ່ຽວ​ສອງ​ຄົນນີ້​ແລ້ວ, ນີ້​ແມ່ນ​ບ່ອນ​ທີ່​ມີ​ອາ​ຫານ​​ຫຼາກ​ຫຼາຍ, ຈາກ​ລາ​ຄາ​ຖືກ​ເຖິງ​ອາ​ຫານ​ຊັ້ນ​ສູງ. ແລະອາຫານ, ມີທັງຫວານທັງເຄັມ, ມີຫຼາກຫຼາຍຊະນິດທີ່ມັນຈະເຮັດໃຫ້ນັກທ່ອງທ່ຽວຮູ້ສຶກແປກໆ ເມື່ອໄດ້ຮັບປະທານຄັ້ງທໍາອິດ. ແຕ່ພວກເຂົາເຈົ້າຈະຮູ້ສຶກມັກມັນໄວທີ່ສຸດ.

"ທຸກຄົນກິນຫຼາຍຢ່າງໃນລະຫວ່າງມື້. ແລະບໍ່ມີໃຜຕິການກິນອາຫານຫຼາຍໂພດຂອງເຂົາເຈົ້າ ຍ້ອນອາຫານແຊບຫຼາຍ ແລະ ລາຄາກໍເຫມາະສົມ," ແຂກທ່ອງທ່ຽວຕາເວັນຕົກ 2 ຄົນແບ່ງປັນ.

ສອງ bloggers ຍັງໄດ້ໃຫ້ຄໍາແນະນໍາແກ່ແຂກຕ່າງປະເທດອື່ນໆກ່ຽວກັບວິທີການກິນເຂົ້າແລງຂອງຫວຽດນາມຄືກັບຄົນທ້ອງຖິ່ນ. ຕາມ​ນັ້ນ​ແລ້ວ, ຢູ່​ຮ້ານ​ອາ​ຫານ​ຢູ່​ແຄມ​ທາງ, ຄົນ​ທັງ​ຫຼາຍ​ຈະ​ນັ່ງ​ຢູ່​ຕັ່ງ​ຢາງ​ນ້ອຍໆ ແລະ​ ນັ່ງໂຕະດຽວ​ກັບ​ຄົນ​ແປກ​ໜ້າ. "ນັກທ່ອງທ່ຽວຈະມັກອາຫານເຫຼົ່ານີ້, ສໍາລັບອາຫານແຊບໆ, ລາຄາຖືກ ແລະ ປະສົບການທີ່ເປັນໜ້າສົນໃຈນີ້".

ສິ່ງ​ສຸດ​ທ້າຍ​ທີ່​ເຂົາ​ເຈົ້າ​ຢາກ​ແບ່ງ​ປັນ​ແມ່ນ​ການ​ກິນ​ຢູ່​ຫວຽດ​ນາມ​ແມ່ນ​ສິ່ງ​ທ້າ​ທາຍ​ຢ່າງ​ແທ້​ຈິງ. ສິ່ງທ້າທາຍຢູ່ທີ່ນີ້ບໍ່ແມ່ນການກິນອາຫານທີ່ມີໂຕະ ແລະ ຕັ່ງຂະໜາດນ້ອຍ, ແຕ່ແມ່ນວິທີການກິນອາຫານທັງຫມົດ. "ຢູ່ທີ່ນີ້, ອາຫານແມ່ນແຊບຫຼາຍ ແລະ ມີຫຼາກຫຼາຍຊະນິດ".

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.