ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ

14:09 | 09/06/2022

ຍ​ສ​ໝ - ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ​ດ້ານ​ເສດ​ຖະ​ກິດ​ການ​ຕ່າງປະເທດ ສ.ເກົາຫຼີ (KIEP) ຫາ​ກໍ່​ເປີດ​ຕົວ​ປຶ້ມ “30 ປີ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ສັງ​ຄົມ​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ” ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ສອງ​ຝ່າຍ (1992 - 2022)…

ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຊາວຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ແລະ ຊາວ ​ສ.ເກົາຫຼີ ອາ​ໄສ ຢູ່ ຫວຽດ​ນາມ ແມ່ນ​ຂົວ​ເຊື່ອ​ມ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ
ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່​ມວນ​ຊົນລາວ ສືບ​ຕໍ່​​ໃຫ້ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ມິດ​ຕະ​ພາບ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ທ່ານ​ສາດ​ສະ​ດາ​ຈານ Lee Han-woo (ພາບ: TTXVN)

ປຶ້ມ​ນີ້ຫົວ​ໄດ້​ລວບ​ລວມ​ໂຄງ​ການ​ຄົ້ນ​ຄ້​ວາ​ຂອງ​ກຸ່ມ​ສາ​ດ​ສະ​ດາ​ຈານ, ນັກ​ຄົ້ນ​ຄ້​ວາ ສ.ເກົາຫຼີ ແລະ ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ສາດ​ສະ​ດາ​ຈານ Lee Han-woo, ປ.ອ ວິ​ທະ​ຍາ​ສາດ​ດ້ານ​ການ​ເມືອງ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ Sogan ໄດ້​ແລກ​ປ່ຽນ​ກັບ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ທີ່​ໄດ້​ເຕື້ອ​ງ​ເຖິງ​ໃນ​ບົດ​ທີ່ພິມ​ຈຳ​ໜ່າຍ​ຄັ້ງ​ນີ້.

ທ່ານ​ສາດ​ສະ​ດາ​ຈານ Lee Han-woo ໃຫ້​ຮູ້​ວ່າ ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ປີ 1992, ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ​ ມີ​ການ​ພັດ​ທະ​ນາ​ຢ່າງ​ກະ​ໂດດ​ຂັ້ນ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ. ນີ້​ແມ່ນ​ຈຸດ​ເວ​ລາ​ຕ້ອງ​ຕີ​ລາ​ຄາ​ການ​ພົວ​ພັນ​ສອງ​ຝ່າຍ​ຢູ່​ແງ່​ມູມກວ້າງ​ກ່​ວາ ເພື່ອ​ແນ​ໃສ່​ສ້າງ​ພື້ນ​ຖານ​ໃຫ້​ແກ່ 30 ປີ​ຕໍ່​ໄປ. ດ້ວຍ​ເປົ້າ​ໝາຍ​ນີ້, ກຸ່ມ​ຄົ້ນ​ຄ້​ວາ ໄດ້​ສຸມ​ໃສ່​ພິ​ຈາ​ລະ​ນາ ສະ​ພາບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ ລະ​ຫວ່າງ ຫວຽດ​ນາມ ແລະ ສ.ເກົາຫຼີ ໃນ 30 ປີ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ການ​ຕີ​ລາ​ຄາຢ່າງ​ພາ​ວະ​ວິ​ໄສແນ​ໃສ່​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ທີ່​ສົດ​ໄສ​ກ່​ວາ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສາດ​ສະ​ດາ​ຈານ Lee Han-woo ກໍ່​ແບ່ງ​ປັນ​ຕື່ມ​ອີກວ່າ, ລັດ​ຖະ​ບານ​ ສ.ເກົາຫຼີ ພວມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ. ຍົກ​ຕົວ​ຢ່າງ​ຄື: ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ ເຊີ​ອູນ ແລະ ຫໍ​ພິ​ພິ​ທະ​ພັນ ບູ​ຊານ ເຄີຍ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ວັດ​ຖຸ​ບູ​ຮານ, ວັດ​ທະ​ນະ​ທຳ​ບູ​ຮານ​ຂອງ ຫວຽດ​ນາມ ຢູ່ ສ.ເກົາຫຼີ ແນ​ໃສ່​ແນະ​ນຳ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ. ອົງ​ການ​ຮ່ວມ​ມື​ສາ​ກົນ ສ.ເກົາຫຼີ ກໍ່​ໜູນ​ຊ່ວຍ​ຈັ​ດ​ຕັ້ງ​ເຫດ​ການ​ແນະ​ນຳ​ກ່ຽວ​ກັບ​ສິ​ລະ​ປະ​ຫວຽດ​ນາມ. ໃນ​ທ່າ​ອ່ຽງ​ຫັນ​ເປັນ​ໂລ​ກາ​ພິ​ວັດ ແລະ ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ​ຄື​ໃນ​ປັດ​ຈຸ​ບັນ, ການ​ພົວ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ຕ້ອງ​ໄປຕາມ​ທິດ​ສອງ​ສົ້ນ, ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ, ເປັນຫຼາຍ​ຮູບ​ແບບ ແຕ່​ຍັງ​ຮັກ​ສາ​ໄດ້​ສີ​ສັນ​ຊາດ​ຂອງ​ແຕ່​ລະ​ປະ​ເທດ.

ບຸນ​ຄົງ

302 Found

Found

The document has moved here.