VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ

16:23 | 16/06/2022

ຍສໝ - ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ ແມ່ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ. ສອງປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອື່ນໆ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ ສະຖານທູດ​ຫວຽດນາມ ປະຈຳ ອີ​ຕາ​ລີ ໜູນ​ຊ່ວຍແກ້ໄຂກໍລະນີ​ຄອນເທນເນີບັນທຸກແກ່ນ​ໝາກມ່ວງ​ຫິມະ​ພານ 100 ຕູ້ ​ເຊິ່ງສ່ຽງ​ທີ່​ຈະ​ຖືກ​ຫຼອກ​ລວງ

ວັນ​ທີ 13 ມິຖຸນາ​, ຢູ່​ຮ່າ​ໂນ້ຍ, ທ່ານນາງ ຫງວຽນເຟືອງງາ ​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ Yerlan Baizhanov ເອກ​ອັກຄະ​ລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ.

VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ
VUFO ແລະ ສະຖານທູດ ກາຊັກສະຖານ ປະຈຳ ຫວຽດນາມ ສືບຕໍ່ຊຸກຍູ້ການທູດປະຊາຊົນ. ພາບ: thoidai.com.vn

ໂດຍໄດ້ສະແດງຄວາມຂອບ​ໃຈ​ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ທີ່​ສະຫລະ​ເວລາ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ Yerlan Baizhanov ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງສອງປະ​ເທດກາຊັກສະຖານ ​ແລະ ຫວຽດນາມ.

ປີ 2021, VUFO ໄດ້ສົມທົບກັບສະຖານທູດ ສາທາລະນະລັດ ກາຊັກສະຖານ ປະຈຳ ຫວຽດນາມ ເພື່ອປະຕິບັດໂຄງການສິລະປະສາກົນ “ຜ້າພັນຄໍຂອງແມ່”. ນີ້​ແມ່ນ​ໂຄງ​ການ​ທີ່​ປະກອບສ່ວນ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບັນ​ຫາ​ຂອງ​ແມ່​ຍິງ ​ແລະ​ ເຊີດຊູ​ອາ​ຊີບ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ.

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ ແມ່ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ດີ​ງາມ. ສອງປະ​ເທດ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ອື່ນໆ.

ຜ່ານ​ການ​​ແລກປ່ຽນ, ສະຖານທູດ ກາ​ຊັກ​ສະຖານ ​ແລະ VUFO ​ໄດ້​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ການ​ເຄື່ອນ​ໄຫວພົບປະ​ແລກປ່ຽນ​ປະຊາຊົນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງສອງປະ​ເທດ, ພິ​ເສດ​ແມ່ນ​ປີ​ນີ້ ສອງປະ​ເທດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງການທູດລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ (ວັນທີ 29 ມິຖຸນາ 1992 - ວັນທີ 29 ມິຖຸນາ 2022).

ບູນມີ

ເຫດການ
302 Found

Found

The document has moved here.