ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ

15:25 | 19/05/2022

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫວັງວ່າ ໃນໄລຍະຈະມາເຖິງ, ປະຊາຄົມຊາວ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ປຸ້ມລຸມກັນເພື່ອໜູນຊ່ວຍພໍ່ແມ່ປະຊາຊົນສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນ.

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບລັດຖະມົນຕີກະຊວງການເງິນ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບລັດຖະມົນຕີກະຊວງການເງິນ ລາວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ
ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ພົບປະກັບພະນັກງານ, ພາລະກອນສະຖານກົງສູນ ຫວຽດນາມ ປະຈຳ ປາກເຊ, ປະຊາຄົມຊາວ ຫວຽດນາມ ຢູ່ ລາວ
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ)

ເນື່ອງໃນໂອກາດການຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ພຶດສະພາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ປາກເຊ, ແຂວງ ຈຳປາສັກ ແລະ ພົບປະກັບປະຊາຄົມຊາວ ຫວຽດນາມ ຢູ່ 4 ແຂວງທາງພາກໃຕ້ຂອງ ລາວ (ລວມມີ: ຈຳປາສັກ, ອັດຕະປື, ເຊກອງ ແລະ ສາລາວັນ).

ໂດຍໄດ້ຍ້ອງຍໍໍຊົມເຊີຍບັນດາໝາກຜົນການເຄື່ອນໄຫວຂອງຄະນະບໍລິຫານງານສະມາຄົມຊາວ ຫວຽດນາມ ຢູ່ 4 ແຂວງທາງພາກໃຕ້ຂອງ ລາວ ໃນການໜູນຊ່ວຍ, ເບິ່ງແຍງດູແລຊີວິດການເປັນຢູ່, ຊ່ວຍພໍ່ແມ່ປະຊາຊົນພັດທະນາເສດຖະກິດ…, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຫວັງວ່າ ໃນໄລຍະຈະມາເຖິງ, ປະຊາຄົມຊາວ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍຈິດໃຈສາມັກຄີ, ປຸ້ມລຸມກັນເພື່ອໜູນຊ່ວຍພໍ່ແມ່ປະຊາຊົນສະໜິດຕິດພັນ, ໜູນຊ່ວຍເຊິ່ງກັນແລະກັນ. ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ສະຖານກົງສູນໃຫຍ່, ສະມາຄົມຊາວ ຫວຽດນາມ ມີແຜນການ, ລາຍການເຄື່ອນໄຫວເພື່ອໜູນຊ່ວຍພໍ່ແມ່ປະຊາຊົນ, ປະຊາຄົມຊາວ ຫວຽດນາມ ຢູ່ 4 ແຂວງທາງພາກໃຕ້ຂອງ ລາວ ສືບຕໍ່ປະກອບສ່ວນປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຢ້ຽມຢາມໂຮງຮຽນກິນນອນຊົນເຜົ່າແຂວງ ຈຳປາສັກ. ເນື່ອງໃນໂອກາດການໄປປະຕິບັດງານ, ທ່ານປະທານສະພາແຫ່ງຊາດໄດ້ມອບອຸປະກອນການຮຽນ-ການສອນໃຫ້ 4 ໂຮງຮຽນສຶກສາສາມັນມິດຕະພາບຢູ່ 4 ແຂວງທາງພາກໃຕ້ຂອງ ລາວ, ລວມມູນຄ່າ 2,5 ຕື້ດົ່ງ; ມອບອຸປະກອນການຮຽນ-ການສອນໃຫ້ໂຮງຮຽນກິນນອນຊົນເຜົ່າແຂວງ ຈຳປາສັກ ທີ່ມີມູນຄ່າ 320 ລ້ານດົ່ງ ແລະ ຂອງຂວັນຫຼາຍຢ່າງຕື່ມອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.