ບຸນຕອບແທນບຸນຄຸນຂອງຊາວເຜົ່າ Raglai ແຂວງ ນິງທ້ວນ

14:52 | 16/06/2022

ຍສໝ-ແຕ່ດົນນານມາແລ້ວ, ຊາວເຜົ່າ Raglai ພາຍຫຼັງທີ່ໄດ້ສ້າງຄອບຄົວແລ້ວ ລ້ວນແຕ່ເຮັດບຸນຕອບແທນບຸນຄຸນໃຫ້ພໍ່ແມ່ເພື່ອໃຫ້ພໍ່ແມ່ຢູ່ສະບາຍໃນຍາມເຖົ້າແກ່, ມີຄວາມສຸກໃນຍາມຢູ່ຂ້າງລູກຫຼານ ກໍຄືມີຄວາມພາກພູມໃຈຕໍ່ກັບພີ່ນ້ອງຢູ່ຂ້າງບ້ານ.

ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ
ບຸນຕອບແທນບຸນຄຸນຂອງຊາວເຜົ່າ  Raglai ແຂວງ ນິງທ້ວນ
ເຄື່ອງ​​ບູຊາ​ໃນພິທີ (ພາບ: TTXVN)

ຊາວ​ເຜົ່າ Raglai ຢູ່​ເມືອງ ບ໋າຍ​ອ໋າຍ, ແຂວງ ນິງທ້ວນ ມີ​ພິທີ​ກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສະ​ແດງ​ໃຫ້​ເຫັນ​ປັດຊະຍາຂອງຊີວິດຢ່າງ​ເລິກ​ເຊິ່ງ. ນັ້ນແມ່ນບຸນຕອບແທນບຸນຄຸນໃຫ້ພໍ່ແມ່​. ການຕອບແທນບຸນຄຸນໃຫ້ພໍ່ແມ່​ເປັນເລື່ອງທີ່ຕ້ອງເຮັດໃນຊຸມຊົນ Raglai ເຊິ່ງລູກເຕົ້າຕ້ອງທໍາບຸນກ່ອນທີ່ພໍ່ແມ່ຈະເສຍຊີວິດ.

ບຸນຕອບແທນບຸນຄຸນ​ຂອງ​ຊາວ​ເຜົ່າ RagLai ​ ​ປົກກະຕິໄດ້ຈັດຂຶ້ນເມື່ອ​ລູກເຕົ້າ​ເຕີບໃຫຍ່ ແລະ ​ໄດ້ສ້າງຄອບຄົວຕ່າງແລ້ວ. ຕາມ​ແນວ​ຄວາມ​ຄິດ​ຂອງ​ຊາວ​ເຜົ່າ RagLai , ຜົວເມຍໜຸ່ມເມື່ອເອົາກັນ​ ຕ້ອງ​ເຮັດບຸນຕອບແທນບຸນຄຸນ​ເພື່ອ​ຂອບ​ໃຈ​ພໍ່​ແມ່​ທີ່​ໄດ້​ດູ​ແລ, ​ລ້ຽງ​ດູ​ໃຫ້​ຕົນເອງໄດ້ເຕີບ​ໃຫຍ່​ຂຶ້ນ​ແລ້ວ​ຈຶ່ງ​ສ້າງຄອບຄົວ. ຊາວ​ເຜົ່າ RagLai ຖື​ວ່າ​ພິທີ​ນີ້​ບໍ່​ພຽງ​ແຕ່​ເປັນ​ເລື່ອງ​ຂອງ​ຄອບຄົວໃດຄອບຄົວໜຶ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ເລື່ອງ​ສ່ວນລວມ​ຂອງ​ຊຸມຊົນ. ໄລຍະເວລາທີ່ຈະຈັດບຸນຕອບແທນບຸນຄຸນ ແມ່ນຂຶ້ນກັບສະຖານະການເສດຖະກິດຂອງຄູ່ຜົວເມຍນັ້ນ, ປົກກະຕິແມ່ນ 3 ຫາ 5 ປີຫຼັງຈາກແຕ່ງງານ.

ທ່ານ ກາເຕີ ຮວ່າ ຢູ່ຕາແສງ ເຟືອກບິງ, ເມືອງ ບ໋າກອ໋າຍ ໃຫ້ຮູ້ວ່າ: “ພໍ່​ແມ່​ມີ​ບຸນ​ຄຸນ​ລ້ຽງ​ດູລູກ, ລູກ​ເຕົ້າເມື່ອເຕີບໃຫຍ່​ ມີເຮືອນມີຊານ ​ໄດ້ແຕ່ງ​ງານ​ແລ້ວ ​ເມື່ອ​ມີ​ເງື່ອນ​ໄຂຢ່າງພຽງພໍ​ ຕ້ອງທໍາບຸນເພື່ອຕອບແທນບຸນຄຸນໃຫ້ພໍ່ແມ່​. ບຸນຕອບແທນບຸນຄຸນແມ່ນເພື່ອ​ສະ​ແດງ​ຄວາມ​ຂອບໃຈຕໍ່​ພໍ່​ແມ່.

ເຄື່ອງ​​ບູຊາ​ໃນພິທີລວມມີ: ໄກ່ 2 ໂຕ, ໝູ 1 ໂຕ, ເຫຼົ້າ​ໄຫ 1 ຈອກ. ​ອາຫານບູຊາ​​ຈະ​ມີ​ໄກ່​ຕົ້ມ ​ແລະ ຊີ້ນໝູລວມມີ ໄກ່ຕົ້ມ, ຊີ້ນໝູໃສ່​ລຳໄຜ່, ຊີ້ນໝູສັບ​, ໄສ້ອົ່ວ, ປີ້ງໝູ, ລາບໝູ... ລູກເຕົ້າຈະກຽມເຄື່ອງໃຫ້ແມ່ຊຸດໜຶ່ງ, ສາຍຄໍເພື່ອເປັນວັນຍາລັກແທນໃຫ້ການຕັດສາຍແຮ່, ຜ້າຜືນໜຶ່ງ, ຖ້ວຍກິນນໍ້າຖ້ວຍໜຶ່ງ; ສ່ວນພໍ່ ກໍກຽມເຄື່ອງໃຫ້ພໍ່ຊຸດໜຶ່ງ, ແຫວນວົງໜຶ່ງເພື່ອສະແດງຄຸນງາມຄວາມດີຂອງພໍ່ແມ່ທີ່ໃຫ້ກໍາເນີດ. ພາຍຫຼັງ​ກະກຽມ​ພາບູຊາ​ໄດ້ຄົບຖ້ວນ​ແລ້ວ, ໝໍເຢົາ​ຈະດໍາເນີນສູດ. ບຸນຕອບແທນບຸນຄຸນ​ຈະໄດ້​ດຳ​ເນີນ​ຕາມ​ລຳດັບ​ຂອງ​ແຕ່ລະສະມາຊິກຢູ່ໃນ​ຄອບຄົວ​. ໝາຍຄວາມວ່າ ຜູ້ໃດໄດ້ແຕ່ງງານກ່ອນ ຜູ້ນັ້ນຈະຕ້ອງຈັດບຸນຕອບແທນບຸນຄຸນໃຫ້ພໍ່ແມ່ກ່ອນ. ແຕ່ວ່າ ກໍມີກໍລະນີນອກຮີດຄື ຄູ່ຜົວເມຍນັ້ນມີເງື່ອນໄຂທາງດ້ານເສດຖະກິດ, ເຂົາເຈົ້າຈະຈັດບຸນຕອບແທນບຸນຄຸນໃຫ້ພໍ່ແມ່ໄວກວ່າອ້າຍນ້ອງອື່ນໆໃນຄອບຄົວທີ່ແຕ່ງງານມາກ່ອນ.

​ທ່ານ ປີ ນັງ ຈັກ ຢູ່ຕາແສງ ເຟືອກຮ່ວາ, ເມືອງ ບ໋າກອ໋າຍ, ໃຫ້ຮູ້ວ່າ: “ບຸນນີ້ເຮັດແຕ່ເທື່ອດຽວ. ສົມມຸດວ່າ ຄອບຄົວມີລູກ 4 ຄົນ ຈະຈັດບຸນເປັນ 4 ເທື່ອ. ບຸນຕອບແທນບຸນຄຸນນີ້ ບໍ່ໃຫ້ລູກຢູ່ໃນຄອບຄົວເຮັດນໍາກັນ ຕ້ອງແມ່ນເຮັດຄົນລະເທື່ອ. ເວລາຈັດບຸນນີ້ ຈະແມ່ນແຕ່ 3 – 5 ປີ, ຖ້າຄອບຄົວຄົນໃດທຸກຍາກລໍາບາກຍັງບໍ່ທັນເຮັດໄດ້ ສາມາດແກ່ຍາວເວລາເປັນ 6 – 7 ປີຈຶ່ງຈັດບຸນຕອບແທນບຸນຄຸນໃຫ້ພໍ່ແມ່. ຢ່າໃຫ້ພໍ່ແມ່ເສຍໄປແລ້ວຈຶ່ງຈັດບຸນຕອບແທນບຸນຄຸນ, ພໍ່ແມ່ຍັງມີຊີວິດຢູ່ ຈັດບຸນຕອບແທນບຸນຄຸນຈຶ່ງມ່ວນ".

ເມື່ອດົນນານມາແລ້ວ, ຊາວເຜົ່າ Raglai ພາຍຫຼັງທີ່ໄດ້ສ້າງຄອບຄົວແລ້ວ ລ້ວນແຕ່ເຮັດບຸນຕອບແທນບຸນຄຸນໃຫ້ພໍ່ແມ່ເພື່ອໃຫ້ພໍ່ແມ່ຢູ່ສະບາຍໃນຍາມເຖົ້າແກ່, ມີຄວາມສຸກໃນຍາມຢູ່ຂ້າງລູກຫຼານ ກໍຄືມີຄວາມພາກພູມໃຈຕໍ່ກັບພີ່ນ້ອງຢູ່ໃນບ້ານ. ເພາະວ່າ ຕາມຮີດຄອງປະເພນີຂອງຊາວເຜົ່າ Raglai ໃນບຸນຕອບແທນບຸນຄຸນຈະມີການເຂົ້າຮ່ວມຂອງອ້າຍເອື້ອຍນ້ອງຍາດຕິພີ່ນ້ອງທັງໝົດ ແລະ ຄົນບ້ານໃກ້ເຮືອນຄຽງ. ເຂົາເຈົ້າຈະມາສະຫຼອງນໍາ, ແບ່ງປັນກັບຄູ່ຜົວເມຍ ແລະ ຄອບຄົວ, ຜູ້ເປັນພໍ່, ຜູ້ເປັນແມ່ຂອງເຂົາ. ລູກເຕົ້າຈະຕອບແທນບຸນຄຸນດ້ວຍການມອບຂອງຂວັນ, ແຕ່ງອາຫານພື້ນເມືອງແລ້ວເຊີນພໍ່ແມ່ກິນ. ຜ່ານນັ້ນ ກໍເປັນການສະ​ແດງ​​ຄວາມ​ເຄົາລົບນັບຖື ​ແລະ ຄວາມ​ຮູ້ບຸນຄຸນຢ່າງ​ເລິກ​ເຊິ່ງຕໍ່​ພໍ່​ແມ່. ສໍາລັບຂອງຂວັນ ຈະຂຶ້ນກັບເງື່ອນໄຂເສດຖະກິດຂອງຄູ່ຜົວເມຍທີ່ຈັດບຸນ.

ທ່ານ ປີ ນັງ ຈັກ ຢູ່ຕາແສງ ເຟືອກຮ່ວາ, ເມືອງ ບ໋າກອ໋າຍ, ໃຫ້ຮູ້ວ່າ: “ການຈັດບຸນຄຸນຕອບແທນນີ້ຈະຂຶ້ນກັບເງື່ອນໄຂຂອງແຕ່ລະຄອບຄົວ, ຄອບຄົວຄົນໃດມີເງື່ອນໄຂຈະເຮັດບຸນໃຫຍ່. ສົມມຸດວ່າຄືຄອບຄົວຂ້າພະເຈົ້າ ມີລູກຊາຍເອົາເມຍ ແລ້ວໄປຢູ່ນໍາເມຍ ຂ້ອຍຈະໃຫ້ງົວ, ຄວາຍ ເພື່ອໃຫ້ເຂົາພັດທະນາເສດຖະກິດ. ພໍ່ແມ່ທັງສອງຝ່າຍກໍໂຮມເງິນເພື່ອໃຫ້ລູກຂອງຕົນ. ສົມມຸດວ່າ ຝ່າຍຍິງໃຫ້ດິນ, ເຮືອນ ສ່ວນຝ່າຍຊາຍຈະໃຫ້ງົວ, ຄວາຍ ເພື່ອໃຫ້ພວກເຂົາທໍາມະຫາກິນ ແລະ ດໍາລົງຊີວິດ”.

ທີ່ບຸນຕອບແທນບຸນຄຸນ, ຊາວເຜົ່າ RagLai ພາວະນາຂໍໃຫ້ບັນພະບຸລຸດປົກປ້ອງຄໍ້າຈູນໃຫ້ຊົນເຜົ່າ, ຄອບຄົວ ປູກສາລີໄດ້ສາລີ ປູກເຂົ້າໄດ້ເຂົ້າ. ພາຍຫຼັງ​ພິທີກຳ​ສິ້ນ​ສຸດ​ລົງແລ້ວ​ ກໍແມ່ນງານ​ບຸນ, ຊາວ​ເຜົ່າ RagLai ​ແລະ ​ແຂກ​ທີ່ຖືກ​ເຊີນ​ໄດ້ຊົມ ບັນດາລາຍການ​ສະ​ແດງດ້ວຍ​ເຄື່ອງ​ດົນຕີ “ໝ໋າລາ”​ (ເຊິ່ງ​ເປັນເຄື່ອງດົນຕີພິເສດຂອງ​ຊາວ​ເຜົ່າ Raglai​), ຮ້ອງ​ເພງ, ຟ້ອນ​ລຳ​ ​ແລະ ທຸກຄົນອວຍພອນ​ກັນ ຂໍໃຫ້ຊີວິດຂອງແຕ່ລະຄົນຈົ່ງ​ມີ​ແຕ່ຄວາມ​​ສຸກ, ຄວາມອີ່ມໜໍາສໍາລານ ແລະ ປະສົບຜົນສໍາເລັດ.

ບຸນຕອບແທນບຸນຄຸນ​ແມ່ນ​ຮີດຄອງ​ປະ​ເພນີ​ອັນດີ​ງາມ, ສະ​ແດງ​ໃຫ້​ເຫັນ​ເຖິງການດໍາລົງ​ຊີວິດ​ທາງ​ດ້ານ​ວັດທະນະທຳ​ຂອງ​ຊາວ​ເຜົ່າ RagLai, ຕັກ​ເຕືອນ​ໃຫ້​ປະຊາ​ຄົມ​ຮູ້ເຖິງ​ບຸນຄຸນລ້ຽງດູຂອງຜູ້ທີ່ໃຫ້ກໍາເນີດ​. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​​ຄອບຄົວຂອງທັງສອງຝ່າຍທາງພໍ່ ແລະ ທາງແມ່​ໄດ້​ພົບ​ກັນ ​ແລະ ​ຮັດແໜ້ນ​ສາຍ​ພົວພັນ​ລະຫວ່າງສອງຝ່າຍ.

ຫອມມາລາ

ເຫດການ