ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃໝ່​ຢູ່​ຫວູງ​ເຕົາ, ດ່າ​ລາດ, ຝຸກວັກ

13:00 | 15/06/2022

ຍ​ສ​ໝ - ແທນ​ທີ່ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ລຶ້ງ​ເຄີຍ, ເພື່ອນ​ອາດ​ຈະ​ລົງລ່ອງ SUP ຢູ່​ທະ​ເລ ຫວູງ​ເຕົາ, Glamping ຢູ​່ປ່າ​ດ່າ​ລາດ ຫຼື ອາບ​ນ້ຳ​ປ່າ ຢູ່​ຝຸ​ກວັກ​ໃນ​ການ​ເດີນ​ທາງ​ທີ່​ຈະ​ມາ​ເຖິງ.

ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ເປີດ​ຕົວ​ປຶ້ມ​ກ່ຽວ​ກັບ​ 30 ປີ​ແຫ່ງ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ
ສະ​ຖານ​ທີ່ check-in ໃໝ່​ຢູ່ ດ່າ​ລາດ: ທິວ​ທັດ​ຄະ​ນະ​ລົດ​ໄຟ​ທ່າມ​ກາງ​ທົ່ງ​​ດອກ​ໄມ້ທີ່​ມີ​ຄວາມ​ງາມ​ເໝືອນ​ເອີ​ຣົບ ສະ​ຖານ​ທີ່ check-in ໃໝ່​ຢູ່ ດ່າ​ລາດ: ທິວ​ທັດ​ຄະ​ນະ​ລົດ​ໄຟ​ທ່າມ​ກາງ​ທົ່ງ​​ດອກ​ໄມ້ທີ່​ມີ​ຄວາມ​ງາມ​ເໝືອນ​ເອີ​ຣົບ
ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃໝ່​ຢູ່​ຫວູງ​ເຕົາ, ດ່າ​ລາດ, ຝຸກວັກ
ພາບ: @foreveryeong

ບັນ​ດາ​ການ​ເຄື່ອນ​ໄຫວຫຼະ​ລິ້ນ, ບັນ​ເທີງທີ່​ໃໝ່​ອ່ຽມ​ຈະ​ຊ່ວຍ​ໃຫ້​ການ​ໄປ​ທ່ອງ​ທ່ຽວ​ເປັນ​ໜ້າ​ຈັບ​ໃຈ​ກ່​ວາ ເຖິງວ່າ​ນັ້ນ​ແມ່ນ​ບັນ​ດາ​ສະ​ຖານ​ທີ່​ລຶ້ງ​ເຄີຍ.

“ອາບ​ນ້ຳ​ປ່າ” ຢູ່​ຝຸກວັກ

“ອາບ​ນ້ຳ​ປ່າ” ຫຼື ​ຍັງ​ໄດ້​ເອີ້ນ​ວ່າ shinrin-yoku. ມັນ​ມີ​ຄວາມ​ໝາຍ​ວ່າ ເຊື່ອມ​ຕົວ ຫຼື​ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ປ່າ​ດ້ວຍ​ 5 ອິນ​ຊີ. ບາງ​ຜົນ​ປະ​ໂຫຍດ​ເຊິ່ງ ການ shinrin-yoku ນຳ​ມາ​ໃຫ້​ອາດ​ເວົ້າ​ເຖິງ​ຄື: ເພີ່ມ​ທະ​ວີ​ລະ​ບົບ​ພູນ​ຕ້ານ​ທານ, ປັບ​ປຸງ​ສຸ​ຂະ​ພາບ​ດ້ານ​ຈິດ​ໃຈ, ຫຼຸດ​ຜ່ອນ​ຄວາມ​ດັນ​ເລືອດ​ສູງ…

ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃໝ່​ຢູ່​ຫວູງ​ເຕົາ, ດ່າ​ລາດ, ຝຸກວັກ
ພາບ: @mituchan259

ວຽກ​ງານ​ນີ້​ແມ່ນ​ງ່າຍ​ດາຍ ແລະ ປະ​ຢັດ​ທີ່​ສຸດ. ເພື່ອນ​ບໍ່​ຈຳ​ເປັນ​ຕ້ອງ Camping ຫຼື ​ຢູ່​​ໃນ​ປ່າດົົນ ພຽງແຕ່​ຕ້ອງ​ປະ​ຕິ​ບັດ​ການລະຫຼິ້ນ​ບັນ​ເທີງ, ສູບ​ອາ​ກາດ​ປອດໂປ່ງ ກໍ່​ໄດ້​ເອີ້ນ​ວ່າ “ອາບ​ນ້ຳ​ປ່າ” ແລ້ວ

ຝູ໋ກວກ (ກຽນ​ຢາງ) ບໍ່​ພຽງ​ແຕ່​ມີ​ຊື່​ສຽງ​ຍ້ອນ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ທີ່​ຮູ້​ຈັກ​ກ່ຽວ​ກັບ​ປ່າ​ໄມ້​ເກົ່າ​ແກ່​ອີກ​ດ້ວຍ. ນີ້​ຈະ​ເປັນ​ບ່ອນ​ທີ່​ເຫມາະ​ສົມ​ສໍາ​ລັບ​ທ່ານ​ທີ່ຈະ​ "ອາບ​ປ່າ​" ເປັນ​ກິດ​ຈະ​ກໍາ​ທີ່​ຍາກ​ທີ່​ຈະ​ເຮັດ​ໃນ​ຕົວ​ເມືອງ​ໃຫຍ່​ໄດ້.

ລ່ອງ SUP ຢູ່ທະເລວັງເຕົ່າ

​​ການ​ລ່ອງ SUP ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້​ຢູ່​ນະຄອນ ຫວຸງ​ເຕ໋ (ບາ​ເຣ້ຍ - ຫວຸງ​ເຕົ່າ). ບໍ່​ພຽງ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຊາວ​ທ້ອງ​ຖິ່ນ​ເທົ່າ​ນັ້ນ, ນັກ​ທ່ອງ​ທ່ຽວ​ກໍ່​ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ປະ​ສົບ​ການ​ນີ້.

ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃໝ່​ຢູ່​ຫວູງ​ເຕົາ, ດ່າ​ລາດ, ຝຸກວັກ
ພ​າບ: SUP Rental

​ການ​ລ່ອງ SUP ຕອບສະຫນອງຄວາມຕ້ອງການພັກຜ່ອນ ແລະ ການຄົ້ນຫາຂອງນັກທ່ອງທ່ຽວ. ການເບິ່ງທະເລ ແລະພູເຂົາຂອງເມືອງໃນເຮືອ paddleboard ທີ່ຢືນຢູ່ ແນ່ນອນວ່າຈະເຮັດໃຫ້ເພື່ອນມີປະສົບການທີ່ຫນ້າສົນໃຈ.

Glamping ​ຢູ່​ໃນ​ປ່າ​ ດ່າລາດ

ການ Camping ຊັ້ນສູງ (glamping) ແມ່ນຮູບແບບຜັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບໃກ້ຊິດກັບທໍາມະຊາດ. ແທນ​ທີ່​ຈະ​ໄປ​ check-in ​ຢູ່​ຮ້ານ​ກາ​ເຟ ຫຼື ​ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ, ທ່ານ​ສາ​ມາດ “ປ່ຽນ​ທິດ” ດ້ວຍ​ບັນ​ດາ​ການ glamping ​ທີ່​ສວຍ​ສົດ​ງົດ​ງາມ​ຢູ່​ເຂດ​ປ່າ​ດົງ​ດ່າ​ລາດ (ເລິມ​ດົງ).

ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃໝ່​ຢູ່​ຫວູງ​ເຕົາ, ດ່າ​ລາດ, ຝຸກວັກ
ພາບ​: @thonlung.dalat

ເຖິງແມ່ນວ່າກິດຈະກໍານີ້ຈະບໍ່ໃຫມ່, ແຕ່ແນ່ນອນຈະນໍາເອົາປະສົບການທີ່ຫນ້າສົນໃຈຫຼາຍມາໃຫ້ທ່ານ. ອາກາດເຢັນສົດຊື່ນໃນຕອນເຊົ້າ, ໜາວເຢັນໃນຕອນກາງຄືນຈະຮູ້ສຶກໄດ້ຊັດເຈນທີ່ສຸດໃນການຕັ້ງແຄ້ມຢູ່ໃນປ່າ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.