ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ

15:09 | 14/06/2022

ເມື່ອບໍ່ດົນມານີ້, ທີ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Robert Rydberg ເຂົ້າຢ້ຽມຂ່ຳນັບໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ຫວັງວ່າຈະສືບຕໍ່ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຊູແອັດ.

ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອູແກຣນ ແລະເອກອັກຄະລັດຖະທູດ ການາດາ ມາຍື່ນສານຕາຕັ້ງ
ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ
ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Robert Rydberg. ພາບ: TTXVN

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຊູແອັດ Robert Rydberg ກໍ່ຢັ້ງຢືນວ່າ: ຊູແອັດ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປາດຖະໜາຢາກຮັດແໜ້ນການພົວພັນລະຫວ່າງສອງປະເທດກ່ວາອີກ.

ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ນແທັງເຊີນ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ຊູແອັດ ແລະ ເອກອັກຄະລັດຖະທູດ ການາດາ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ນແທັງເຊີນ ກໍ່ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil. ພາບ: baoquocte.vn

ທ່ານລັດຖະມົນຕີ ບຸ່ນແທັງເຊີນ ຫວັງວ່າ, ໃນອາຍຸການຂອງຕົນທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steil ຈະສືບຕໍ່ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ການາດາ.

ສ່ວນທ່ານເອກອັກຄະລັດຖະທູດ ການາດາ Shawn Perry Steilຢັ້ງຢືນວ່າ ການາດາ ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຢູ່ພາກພື້ນ. ທ່ານເນັ້ນໜັກວ່າຈະເຮັດວຽກກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນ, ໃນນັ້ນມີກະຊວງການຕ່າງປະເທດ, ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດສອງຝ່າຍ, ພາກພື້ນ ແລະ ສາກົນຂອງການພົວພັນສອງຝ່າຍ.

vovworld.vn

ເຫດການ
302 Found

Found

The document has moved here.