ຫວ່າງແລ້ວນີ້, ທ່ານນາງ Ann Marie Yastishock ຜູ້ອໍານວຍການອົງການພັດທະນາສາກົນສະຫະລັດອາເມລິກາ (USAID) ປະຈໍາ ຫວຽດນາມ ພ້ອມກັບທ່ານ Cho Han Deog ຜູ້ອໍານວຍການອົງການຮ່ວມ ມືສາກົນ ສ.ເກົາຫຼີ (KOICA) ປະຈໍາ ຫວຽດນາມ ໄດ້ເຊັນບົດບັນທຶກຊ່ວຍຈໍາ ສະບັບທໍາອິດກ່ຽວກັບການຫຼຸດຜ່ອນມົນລະພິດ ແລະ ການປ່ຽນແປງຂອງດິນຟ້າ ອາກາດຢູ່ເຂດທົ່ງພຽງແມ່ນ້ຳຂອງພາກໃຕ້ ແລະໜູນຊ່ວຍຫວຽດນາມ ຊຸກຍູ້ ວິວັດການຫັນປ່ຽນເປັນພະລັງງານສະອາດ.
![]() |
USAID ແລະ KOICA ເຊັນບົດບັນທຶກຊ່ວຍຈໍາ ສະບັບທໍາອິດ ຢູ່ຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປົກປັກຮັກສາສິ່ງແວດລ້ອມ. ພາບ: baochinhphu.vn |
ຜ່ານການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື, USAID ແລະ KOICA ຄາດຄະເນຈະເພີ່ມຜົນກະທົບ ແລະ ຍົກສູງປະສິດທິຜົນຂອງບັນດາ ລາຍການໂດຍສອງອົງການອຸປະຖໍາ. ສອງຝ່າຍຈະມຸ່ງໝັ້ນປະຕິບັດບັນດາ ເປົ້າໝາຍພັດທະນາລວມລວມມີ: ຫຼຸດຜ່ອນຂີ້ເຫຍື້ອພຣາດສະຕິກ ແລະ ມົນລະພິດປະເພດຕ່າງໆ; ປົວແປງວຽກງານຄຸ້ມຄອງສິ່ງເສດເຫຼືອແຂງ; ຊຸກຍູ້ຊີວະນາໆພັນ; ຫຼຸດຜ່ອນການປ່ອຍອາຍໃນກະສິກໍາ; ເພີ່ມທະວີບັນດາ ຍຸດທະສາດປັບຕົວຂອງບັນດາກຸ່ມມີຄວາມສ່ຽງສູງຢູ່ເຂດທົ່ງພຽງແມ່ນ້ຳຂອງພາກ ໃຕ້; ພ້ອມທັງຍູ້ແຮງການພັດທະນາ ແລະ ຜັນຂະຫຍາຍພະລັງງານທົດແທນຢູ່ ຂັ້ນສູນກາງ ແລະ ຢູ່ບັນດາຕົວເມືອງ.
ບູນມີ