ຫວຽດນາມ ຮ່ວມມືພັດທະນາພະລັງງານທົດແທນ, ການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ

00:00 | 01/08/2023

ຍສໝ - ຕອນບ່າຍວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ Kees van Baar, ແລະ ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper

ພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ ພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ
ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050 ຫວຽດນາມ ອະນຸມັດຜ່ານແຜນຍຸດທະສາດແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຮອດປີ 2050

ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ Kees van Baar, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ຖືວ່າ: ຫວຽດນາມ ແລະ ໂຮນລັງ ແມ່ນຄູ່ຮ່ວມມືຍຸດທະສາດໃນການປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ, ຄຸ້ມຄອງນ້ຳ. ກະສິກຳແບບຍືນຍົງ, ຄ້ຳປະກັນສະບຽງອາຫານ. ດ້ວຍການສະໜັບສະໜູນຂອງບັນດາຄູ່ຮ່ວມມື ໂຮນລັງ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງວາງແຜນຜັງເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຫວຽດນາມ ຮ່ວມມືພັດທະນາພະລັງງານທົດແທນ, ການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ

ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກໂຮນລັງ ປະຈຳ ຫວຽດນາມ Kees van Baar

ສ່ວນທ່ານເອກອັກຄະລັດຖະທູດ Kees van Baar ໃຫ້ຮູ້ວ່າ, ຫວຽດນາມ ແລະ ໂຮນລັງ ມີທ່າແຮງບົ່ມຊ້ອນອັນໃຫຍ່ຫຼວງໃນບັນດາຂົງເຂດໃໝ່ຄື: ພະລັງງານທົດແທນ, ສ້າງຕັ້ງຕະຫຼາດກາກບອນ ແລະ ອື່ນໆ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ໂຮນລັງ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ໃຫ້ຄຳປຶກສາດ້ານວິຊາການກ່ຽວກັບການສ້າງນະໂຍບາຍ; ບໍລິຫານ, ຖ່າຍທອດເຕັກໂນໂລຊີ, ລະດົມແຫຼ່ງການເງິນສີຂຽວໃຫ້ແກ່ແຜນການຫັນປ່ຽນພະລັງງານຍຸດຕິທຳຂອງຫວຽດນາມ.

ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Evans Knapper, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ: ການພົວພັນຮ່ວມມື ຫວຽດນາມ - ອາເມລິກາ ນັບມື້ນັບສະໜິດແໜ້ນດ້ວຍການຜັນຂະຫຍາຍບັນດາມາດຕະການແກ້ໄຂສັງລວມ ກ່ຽວກັບການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ. ການແກ້ໄຂຜົນຮ້າຍຢ່ອນຫຼັງຈາກ ມົນລະພິດທາດພິດສີສົ້ມ (dioxin), ຂໍ້ຕົກລົງຮ່ວມມືສໍາລັບການຫັນປ່ຽນພະລັງງານໂດຍຍຸຕິທຳ (JETP) ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງເປັນສູນ (net zero).

ຫວຽດນາມ ຮ່ວມມືພັດທະນາພະລັງງານທົດແທນ, ການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ

ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Marc Evans Knapper

ສ່ວນທ່ານເອກອັກຄະລັດຖະທູດ Marc Evans Knapper ໃຫ້ຮູ້ວ່າ: ອາເມລິກາ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປະຕິບັດ JETP, net zero ຜ່ານການແບ່ງປັນ ແລະ ມອບໂອນເຕັກໂນໂລຢີ, ແຫຼ່ງການເງິນ, ການບໍລິຫານ ແລະ ເຕັກນິກ... ໃຫ້ບັນດາໂຄງການພະລັງງານທົດແທນ ດ້ວຍການເຂົ້າຮ່ວມຂອງ ບັນດາວິສາຫະກິດອາເມລິກາ. ບັນດາອົງການຄູ່ຮ່ວມມືຂອງອາເມລິກາ ສືບຕໍ່ຊຸກຍູ້ບັນດາໂຄງການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ, ເກັບກູ້ລະເບີດບໍ່ທັນແຕກ, ໜູນຊ່ວຍຄົນພິການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.