ສັບປະດາ Festival ເຫວ້ ປີ 2022

07:01 | 08/06/2022

ຍສໝ - Festival ເຫວ້ ປີ 2022 ແມ່ນເຫດການເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຊົມ ວັດທະນະທໍາທີ່ເຕັມໄປດ້ວຍສີສັນ ແລະລາຍການສະແດງສິລະປະທີ່ຈັບອົກຈັບໃຈ...

ຖະ​ໜົນ​ວາງ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ໃນ Festival ໝາກ​ໄມ້, ຜະ​ລິດ​ຕະ​ພັນ OCOP ຫວຽດ​ນາມ ປີ 2022 ຖະ​ໜົນ​ວາງ​ຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ໃນ Festival ໝາກ​ໄມ້, ຜະ​ລິດ​ຕະ​ພັນ OCOP ຫວຽດ​ນາມ ປີ 2022
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022

ສັບປະດາ Festival ເຫວ້ ປີ 2022 ຈະດໍາເນີນໃນລະຫວ່າງວັນທີ 25-30 ມິຖຸນາ, ເຊິ່ງແມ່ນງານບຸນທໍາອິດ ຢູ່ຫວຽດນາມ ທີ່ໄດ້ຈັດຕັ້ງຕາມການກໍານົດທິດສີ່ລະດູ. ຈຸດພົ້ນເດັ່ນຂອງ ສັບປະດາ Festival ວັດທະນະທໍາສິລະປະທີ່ມີລະດັບຊາດ ແລະສາກົນ ພາຍໃຕ້ຫົວຂໍ້ “ມໍລະດົກວັດທະນະທໍາກັບການເຊື່ອມໂຍງ ແລະພັດທະນາ” ຈະດໍາເນີນໃນລະຫວ່າງວັນທີ 25-30 ມິຖຸນາ.

ສັບປະດາ Festival ເຫວ້ ປີ 2022
Festival ເຫວ້ ແມ່ນເຫດການດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະຕ່າງປະເທດ ເປັນຈໍານວນຫຼວງຫຼາຍ. ພາບ: baodantoc.vn.

Festival ເຫວ້ ປີ 2022 ແມ່ນເຫດການເພື່ອໃຫ້ນັກທ່ອງທ່ຽວໄດ້ຮັບຊົມ ວັດທະນະທໍາທີ່ເຕັມໄປດ້ວຍສີສັນ ແລະລາຍການສະແດງສິລະປະທີ່ຈັບອົກຈັບໃຈ, ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງ ໄດ້ເຊື່ອມຕົວເຂົ້າກັບບັນຍາກາດຂອງຕົວເມືອງທີ່ເກົ່າແກ່ ແຕ່ສວຍງາມ ແລະສິວິໄລ, ເຊິ່ງແມ່ນສະຖານທີ່ເຕົ້າໂຮມສິ່ງຍອດຢ້ຽມຂອງວັດທະນະ ທໍາຫວຽດນາມ ແລະສາກົນ.

ສັບປະດາ Festival ເຫວ້ ປີ 2022 ລວມມີ 8 ລາຍການ, ງານບຸນ ດ້ວຍຫຼາຍກິດຈະກໍາເຄື່ອນໄຫວ ທີ່ຕອບສະໜອງມຸ່ງໄປເຖິງປະຊາຄົມ.

ບູນມີ

ເຫດການ
302 Found

Found

The document has moved here.