ຫງວຽນທິແອັວງ ນັກກິລາທີ່ດີເດັ່ນຂອງ ກິລາປະເພດແລ່ນແລະລານຂອງຫວຽດນາມ

08:37 | 07/06/2022

ນັກກິລາແລ່ນແລະລານຫງວຽນທິແອັວງເຄີຍໄດ້ນຳກຽດອັນສະຫງ່າມາສູ່ກິລາຫວຽດນາມຫຼາຍຄັ້ງໃນງານແຂ່ງຂັນກິລາລະດັບພາກພື້ນຕາເວັນອອກສຽງໃຕ້ ແລະ ອາຊີ. ທີ່ງານມະຫາກຳກິລາຊີເກມຄັ້ງທີ 31 ຫງວຽນທິແອັວງມີຄວາມເປັນກຽດໄດ້ຮັບເລືອກຈາກຄະນະຈັດຕັ້ງແມ່ນໜຶ່ງໃນຈຳນວນນັກກິລາ 4 ຄົນທີ່ດີເດັ່ນທີ່ສຸດໃນຊີເກມ 31.

ຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3 ຍ້ອງຍໍຊົມເຊີຍຄະນະນັກກິລາກອງທັບທີ່ເຂົ້າຮ່ວມ ຊີເກມ 31 ແລະໂຮງໝໍສະໜາມ ຂັ້ນ 2 ເລກ 3
ມອບຫຼຽນກາໃຫ້ແກ່ນັກກິລາບານເຕະຊາຍ ທີ່ມີຜົນງານດີເດັ່ນໃນຊີເກມ ຄັ້ງທີ 31 ມອບຫຼຽນກາໃຫ້ແກ່ນັກກິລາບານເຕະຊາຍ ທີ່ມີຜົນງານດີເດັ່ນໃນຊີເກມ ຄັ້ງທີ 31
ຫງວຽນທິແອັວງ ນັກກິລາທີ່ດີເດັ່ນຂອງ ກິລາປະເພດແລ່ນແລະລານຂອງຫວຽດນາມ
ນັກກິລາແລ່ນແລະລານ ຫງວຽນທິແອັວງ. ພາບ: ttxvn

ຫງວຽນທິແອັວງ ບ້ານເກີດຢູ່ແຂວງ ບັກຢາງເກີດປີ 1995, ເມື່ອຄາວອາຍຸ 15 ປີ ແອັວງ ໄດ້ຖືກຄັດເລືອກເຂົ້າໂຮງຮຽນພອນສະຫວັນກິລາກາຍຍະກຳແຂວງບັກຢາງ. ພາຍຫຼັງບັນດາຜົນສຳເລັດໃນບັນດາງານແຂ່ງຂັນຂະບວນການ. ແອັວງ ໄດ້ຖືກຄັດເລືອກເຂົ້າທີມແລ່ນແລະລານແຫ່ງຊາດຫວຽດນາມ.

ດ້ວຍຮູບຮ່າງນ້ອຍແຕ່ ຫງວຽນທິແອັວງ ມີສຸຂະພາບແຂງແຮງແລະທົນທານ,ນາງເຄີຍແຂ່ງຂັນຢູ່ໃນລະດັບ 1.500 ແມັດ, 5.000 ແມັດ, 3. 000 ແມັດ.ໂດຍຄວາມມານະພະຍາຍາມແລະມານະອົດທົນຂອງແອັວງ ດັ່ງນັ້ນແອັວງ ສາມາດຄວ້າໄດ້ ຫຼຽນຄຳຫຼາຍຫຼຽນທີ່ງານແຂ່ງຂັນຊີງຊະນະເລີດນັກກິລາໜຸ່ມອາຊິຕາເວັນອອກສຽງໃຕ້ປີ 2013 ງານແຂ່ງຂັນຊີງຊະນະເລີດນັກກິລາໜຸ່ມອາຊີ 2014.

ວັນທີ 18 ທັນວາປີ 2013 ຢູ່ ມຽນມາ ຫງວຽນທິແອັວງ ໄດ້ສ້າງຂີດໝາຍທີ່ເວທີແຂ່ງຂັນກິລາໃຫຍ່ກວ່າໝູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ດ້ວຍການຄວ້າຫຼຽນເງິນ ໃນລາຍການແລ່ນຂ້າມຮົ້ວ 3.000 ແມັດ. ດ້ວຍຜົນງານເຫຼົ່ານັ້ນກໍ່ຄິດວ່າແອັວງ ມີການເລີ່ມຕົ້ນທີ່ສະດວກ, ເຫດຮ້າຍໄດ້ເກີດຂຶ້ນເມື່ອທ້າຍປີ 2014 ຂະນະທີ່ ແອັວງຖືກຕິດພະຍາດອັກເສບໝາກໄຂ່ຫຼັງ ມີຄວາມສ່ຽງຕ້ອງປະລະພາລະກິດກິລາ. ແຕ່ຍ້ອນຄວາມມານະພະຍາຍາມຄວາມມານະອົດທົນໃຫຍ່ຫຼວງແອັວງ ໄດ້ສາມາດຊະນະຕໍ່ໂລກພະຍາດ. ແອັວງ ເວົ້າວ່າ:

"ສິ່ງທີ່ກີດຂວາງໃຫຍ່ທີ່ສຸດ ທີ່ນ້ອງຕ້ອງໄດ້ຜ່ານຜ່ານັ້ນແມ່ນພະຍາດອັກເສບໝາກໄຂ່ຫຼັງທີ່ນ້ອງໄດ້ຕິດເມື່ອປີ 2014. ເວລານັ້ນນ້ອງຕ້ອງຢຸດການຝຶກແອບແລະຕ້ອງພັກຜ່ອນ.ນັ້ນແມ່ນຊ້ວງເວລາທີ່ນ້ອງຖືກໝົດຫວັງຍ້ອນສຸຂະພາບຂອງນ້ອງອ່ອນແອທີ່ສຸດ. ແຕ່ສຸດທ້າຍດ້ວຍຄວາມຮັກກິລາແລະຄວາມມານະອົດທົນເມົາມົວເດີນຕາມກິລາດັ່ງນັ້ນຜົນສຳເລັດໄດ້ມາຫານ້ອງ”.

ທີ່ງານແຂ່ງຂັນຊີເກມ 29 ຢູ່ມາເລເຊຍ, ການແຂ່ງຂັນທີ່ລື້ງເຄີຍຂອງແອັວງ ແມ່ນບໍ່ມີໃນລາຍການແຂ່ງຂັນດັ່ງນັ້ນຄະນະຄູຝຶກໄດ້ຈົດທະບຽນໃຫ້ ແອັວງ ແຂ່ງຂັນໃນສອງລາຍການແລ່ນ 1.500 ແມັດແລະ 5.000 ແມັດ. ໝາກຜົນທີ່ເປັນໜ້າປະຫຼາດໃຈຂະນະທີ່ ແອັວງ ສາມາດແຂ່ງຂັນຢ່າງດີເດັ່ນແລະຄວ້າໄດ້ຫຼຽນຄຳໃນສອງລາຍການແຂ່ງຂັນນີ້.ທີ່ງານມະຫາກຳກິລາອາຊີ 2018 ທີ່ຈັດຂຶ້ນຢູ່ ອິນໂດເນເຊຍ, ແອັວງ ສາມາດຄວ້າໄດ້ຫຼຽນທອງໃນລາຍການແລ່ນຂ້າມຮົ້ວ 3.000 ແມັດ. ແອັວງ ເວົ້າຄວາມໃນໃຈສູ່ຟັງວ່າ:

“ນັບແຕ່ເມື່ອຝຶກແອບຂ້າພະເຈົ້າໄດ້ຊົມຊອບລາຍການແລ່ນຂ້າມຮົ້ວ 3.000 ແມັດ. ຂ້າພະເຈົ້າເຫັນວ່າລາຍກາຍແລ່ນຂ້າມຮົ້ວກໍ່ຕ້ອງເຮັດໃຫ້ເຮົາຕັ້ງໃຈຫຼາຍກວ່າ. ຫາກໄດ້ແຂ່ງຂັນໃນລາຍການນີ້ ຈຶ່ງຈະເຫັນຄວາມດູດດື່ມຂອງມັນ, ແຕ່ກໍ່ມີຄວາມລຳບາກພໍສົມຄວນ ເພາະວ່າຕ້ອງຝຶກແອບໜັກພໍສົມຄວນເພື່ອສາມາດຂ້າມແຕ່ລະຮົ້ວກໍ່ຕ້ອງໃຊ້ກຳລັງແຮງຫຼາຍກວ່າລາຍການແລ່ນທຳມະດາ ຕ້ອງມີຄວາມມານະອົດທົນແລະເຈດຈຳນົງເພື່ອຜ່ານຜ່າ”.

ໃນ ຊີເກມ 31 ທີ່ຈັດຂຶ້ນຢູ່ ຫວຽດນາມແອັວງ ກໍ່ສາມາດຄວ້າໄດ້ຫຼຽນຄຳ ຂະນະທີ່ໄດ້ເອົາຊະນະໃນລາຍການແລ່ນ 1.500 ແມັດ ແລະ 5.000 ແມັດ ແລະແລ່ນຂ້າມຮົ້ວ 3.000 ແມັດພ້ອມທັງສາມາດທຳລາຍສະຖີຕິຊີເກມໂດຍນາງໄດ້ສ້າງຂຶ້ນເມື່ອປີ 2019 ຢູ່ ຊີເກມ 30 ທີ່ຈັດຂຶ້ນຢູ່ ຟິລິບປິນ. ຫງວຽນທິແອັວງ ໃຫ້ຮູ້ອີກວ່າ:

“ເມື່ອເຂົ້າຮ່ວມການແຂ່ງຂັນນ້ອງໄດ້ລະດົມໃຈຕົນເອງແລະມີຄວາມຕັດສິນໃຈພະຍາຍາມຈົນສຸດຄວາມສາມາດຂອງຕົນ. ນ້ອງສຸມຈົນໝົດກຳລັງແຮງເພື່ອແລ່ນຮອດເປົ້າແລະສາມາດທຳລາຍສະຖີຕິຊີເກມ. ໃນຊີເກມ 31 ທີ່ຈັດຂຶ້ນຢູ່ ຫວຽດນາມແອັວງ ສາມາດປ້ອງກັນລາງວັນຊະນະເລີດໃນບັນດາລາຍການທີ່ເຮົາໄດ້ເຄີຍເຂົ້າຮ່ວມແຂ່ງຂັນ. ຜ່ານັ້ນໄດ້ເສີມຂະຫຍາຍແລະຍົກສູງຜົນງານຂອງຕົນ”.

ຢູ່ອາຊີຕາເວັນອອກສຽງໃຕ້ນັກກິລາຫງວຽນທິແອັວງ ເບິ່ງຄືວ່າບໍ່ມີຄູ່ແຂ່ງໃນລາຍກາຍແລ່ນ 1.500 ແມັດ, 5.000 ແມັດແລະແລ່ນຂ້າມຮົ້ວ 3.000 ແມັດ. ແອັວງ ແມ່ນໜຶ່ງໃນບັນດານັກກິລາແລ່ນແລະລານຂອງຫວຽດນາມທີ່ປະສົບຜົນສຳເລັດທີ່ສຸດໃນເວທີແຂ່ງຂັນຊີເກມ. ຫງວຽນທິແອັວງ ສົມກັບເປັນນັກກິລາດີເດັ່ນຂອງປະເພດກິລາແລ່ນແລະລານຫວຽດນາມ.

vovworld.vn

ເຫດການ
302 Found

Found

The document has moved here.