ມອບຫຼຽນກາໃຫ້ແກ່ນັກກິລາບານເຕະຊາຍ ທີ່ມີຜົນງານດີເດັ່ນໃນຊີເກມ ຄັ້ງທີ 31

10:51 | 25/05/2022

ຍສໝ - ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄູຝຶກ, ນັກ​ກິລາ​ຂອງ​ຄະນະນັກ​ກິລາ ຫວຽດນາມ ທີ່​ໄດ້​ສ້າງ​ສະຖິຕິ​ໃໝ່​ໃຫ້ຄະນະນັກ​ກິລາ​ສາມາດ​ຍາດ​ໄດ້​ຫຼຽນ​ຄຳ​ໃນ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31.

USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ
ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ ການຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ເຂດທະເລ, ໝູ່ເກາະທາງທິດຕາເວັນຕົກພາກໃຕ້ໄດ້ສ້າງຄວາມປະທັບໃຈອັນດີງາມ

ການ​ນຳ​ພັກ ​ແລະ ລັດ ​ໄດ້​ຊົມ​ເຊີຍ ​ແລະ ມອບ​ຫຼຽນ​ກາ​ໃຫ້​ທີມບານເຕະ U23 ອິນ​ໂດ​ເນ​ເຊຍ, ​ທີມບານເຕະ U23 ​ໄທ ​ແລະ ​ທີມບານເຕະ U23 ຫວຽດນາມ.

ມອບຫຼຽນກາໃຫ້ແກ່ນັກກິລາບານເຕະຊາຍ ທີ່ມີຜົນງານດີເດັ່ນໃນຊີເກມ ຄັ້ງທີ 31
ການນໍາພັກ, ລັດມອບຫຼຽນກາໃຫ້ແກ່ນັກກິລາບານເຕະຊາຍ ທີ່ມີຜົນງານດີເດັ່ນໃນຊີເກມ ຄັ້ງທີ 31. ພາບ: TTXVN

ຕອນ​ຄ່ຳ​ວັນ​ທີ 22 ພຶດສະພາ​, ພາຍຫຼັງ​ທີມບານເຕະ U23 ຫວຽດນາມ ​ເອົາ​ຊະນະ​ທີມ U23 ​ໄທ 1-0 ປະຕູ, ​ປ້ອງ​ກັນແຊັ້ມປະເພດບານເຕະໄດ້ສໍາເລັດທີ່​ງານ​ມະຫາ​ກຳ​ກິລາ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ຊີ​ເກມ) ຄັ້ງ​ທີ 31, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ທ່ານນາຍົກລັດຖະມົນຕີ ຟ້າ​ມມິງຈິ໊ງ, ທ່ານປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ແລະ ທ່ານຜູ້ປະຈຳ​ຄະນະ​ເລຂາທິການ ຫວໍວັນເຖືອງ ​ໄດ້​ລົງ​ສະໜາມ​ກິລາ ​ເພື່ອ​ຊົມ​ເຊີຍ ​ແລະ ມອບ​ຫຼຽນ​ໃຫ້​ແກ່​ທີມບານເຕະ U23 ອິນ​ໂດ​ເນ​ເຊຍ, ​ທີມບານເຕະ U23 ​ໄທ ​ແລະ ​ທີມບານເຕະ U23 ຫວຽດນາມ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄູຝຶກ, ນັກ​ກິລາ​ຂອງ​ຄະນະນັກ​ກິລາ ຫວຽດນາມ ທີ່​ໄດ້​ສ້າງ​ສະຖິຕິ​ໃໝ່​ໃຫ້ຄະນະນັກ​ກິລາ​ສາມາດ​ຍາດ​ໄດ້​ຫຼຽນ​ຄຳ​ໃນ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31. ​ໃນ​ຈຳນວນ 446 ຫຼຽນ, ມີ 205 ຫຼຽນ​ຄຳ, 125 ຫຼຽນເງິນ, 116 ຫຼຽນທອງແດງ, ຢືນອັນດັບໜຶ່ງໃນ ຕາຕະລາງຈັດຫຼຽນທີ່ ຊີເກມ. ຈຳນວນ​ຫຼຽນ​ຄຳ​ຂອງ​ຄະນະ​​ກິລາ ຫວຽດນາມ ​ໃນ​ງານ​ມະຫາ​ກຳ​ກິລາ​ຄັ້ງ​ນີ້​ແມ່ນ​ຫຼາຍ​ທີ່​ສຸດ​ທີ່​ປະ​ເທດ​ໜຶ່ງ​ບັນລຸ​ໄດ້​ຜ່ານ​ງານ​ມະຫາ​ກຳ​ກິລາ​ຊີ​ເກ​ມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິງຈິ໊ງ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ຄະ​ນະ​ຄູຝຶກ ແລະ ທີມ​ບານ​ເຕະ​ຊາຍ U23 ຫວຽດ​ນາມ.

ບູນມີ

ເຫດການ
302 Found

Found

The document has moved here.