ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ

10:44 | 06/06/2022

ຍ​ສ​ໝ - ສຳ​ລັບ​ບໍ່​ວ່າ​ຜູ້​ໃດ​ທີ່​ຊົມ​ຊອບ​ຄວາມ​ສະ​ຫງົບ​ສຸກ, ຄວາ​ມ​ງົດ​ງາມ​ນັ້ນ ກໍ່​ບໍ່​ຄວນ​ພາດ​ໂອ​ກາດ​ມາ​ຢ້ຽມ​ຊົມ​ໜອງ​ຕວຽນ​ເລິມ​ ເມື່ອມາ​ຮອດ​ນະ​ຄອນ​ດ່າ​ລາດ ແຂວງ​ເລິມ​ດົງ.

ທອັບສະຖານທີ່ ຖ່າຍຮູບຍອດນິຍົມທີ່ ທອັບສະຖານທີ່ ຖ່າຍຮູບຍອດນິຍົມທີ່ "ສະຫວັນ" ຂອງການເຊັກອິນຢູ່ດ່າລາດ
3 ຮ້ານກາເຟ ເພື່ອຊົມວິວຕາເວັນຕົກທີ່ສວຍງາມຂອງນະຄອນດ່າລາດ 3 ຮ້ານກາເຟ ເພື່ອຊົມວິວຕາເວັນຕົກທີ່ສວຍງາມຂອງນະຄອນດ່າລາດ
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ໂດຍຫ່າງຈາກນະຄອນດ່າລາດປະມານ 7 ກີໂລແມັດ ຕາມທິດເສັ້ນທາງຫຼວງ ເລກ 20 ຂຶ້ນໄປທາງກິ່ວ ເບີເຣນ ໜອງຕວຽນເລິມ ມີເນື້ອທີ່ ປະມານ 320 ເຮັກຕາ ດ້ວຍທິວທັດທຳມະຊາດທີ່ເປັນໜ້າຈັບໃຈ ຈາກກະແສນ້ຳໃສຂຽວເຢັນ ຕະຫຼອດຮອດເກາະດອນອັນນ້ອຍໆ ແລະ ປ່າແປກຂຽວອຸ່ມທຸ່ມ. ພາບ: vietnamtourism.gov.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ນີ້ແມ່ນໜອງນ້ຳມີເນື້ອທີ່ກວ້າງກ່ວາໝູ່ຢູ່ດິນແດນ ມວນມາລາ ໂດຍການສ້າງຂຶ້ນ.ພາບ: baodulich.net.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ພ້ອມກັບຄວາມງາມແບບດັ້ງເດີມ ປຽບເໝືອນໜອງແກ້ວມະນີໃນທ່າມກາງປ່າແປກ ທີ່ຮົກເຮື້ອປະຖົມປະຖານ, ໜອງຕວຽນເລິມຍິ່ງດູດດື່ມດ້ວຍປ່ານ້ຳຖ້ວມ ໃນທ່າມກາງນ້ຳໝອກກົ້ວຍາມເຊົ້າ. ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ປ່າຕົ້ນຈໍ່ (ຕົ້ນໄມ້ປ່າ, ມີຂະໜາດໃຫຍ່) ນ້ຳຖ້ວມຢູ່ສາຂາໜອງແມ່ນສະຖານທີ່ສວຍງາມເພື່ອຖ່າຍຮູບຂອງນັກຖ່າຍຮູບຫຼາຍຄົນ. ໜ້າໜອງມິດງຽບມີວິນຍານຫຼາຍຂຶ້ນດ້ວຍຕົ້ນຈໍ່, ຜູ້ຂັບເຮືອນ້ອຍລອງຕາມສາຍນ້ຳໄດ້ສ້າງເປັນທັດສະນີຍະພາບທີ່ງົດງາມດັ່ງໃນຝັນ.ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ແຂກທ່ອງທ່ຽວແວ່ຍາມໜອງຕວຽນເລິມສາມາດຍ່າງເລາະຫຼິ້ນ ຫຼື ນອນຜັກຜ່ອນຢ່ອນໃຈ ຢູ່ທົ່ງນາອ້ອມໜອງ ແລະ ເຊື່ອມຕົວເຂົ້າກັບທິວທັດທຳມະຊາດຢູ່ແຫ່ງນີ້. ພາບ: petrotimes.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ນອກຈາກການຢ້ຽມຊົມຄວາມງາມທຳມະຊາດຢູ່ໜອງຕວຽນເລິມແລ້ວ, ແຂກທ່ອງທ່ຽວສາມາດພາຍເຮືອໄປຕາມໜ້ານ້ຳ ແລະ ເຂົ້າໄປປ່າເພື່ອ ຢ້ຽມຊົມທິວທັດ. ພາບ: baodulich.net.vn
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ພາບ: vnexpress.net
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ພາຍຫຼັງຂຶ້ນຝັ່ງ, ແຂກທ່ອງທ່ຽວຈະຍ່າງລຽບຕາມທາງຮ່ອມເຂົ້າໄປປ່າ, ໃນຊ່ວງເວລາແຕ່ເດືອນຕຸລາ ຫາເດືອນ ທັນວາ ໃບໄມ້ໄດ້ປ່ຽນໄປສູ່ສີເຫຼືອງ ຫຼື ສີແດງທີ່ງົດງາມ. ພາບ: vnexpress.net
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ພາບ: vnexpress.net
ຄວາມງາມຢູ່ໜອງຕວຽນເລິມທີ່ນະຄອນດ່າລາດ
ດ້ວຍຄວາມງາມປະສານເຂົ້າກັນລະຫວ່າງແມ່ນ້ຳ, ຫ້ວຍ, ພູຜາປ່າໄມ້, ໜອງຕວຽນເລິມປຽບເໝືອນຮູບພາບທີ່ສະຫງົບສຸກລຽບງ່າຍ. ພາບ: petrotimes.vn

ບຸນ​ຄົງ

ເຫດການ
302 Found

Found

The document has moved here.