ກິລາຫວຽດນາມ ພະຍາຍາມຫຼາຍກວ່າເກົ່າ ເພື່ອເອົາຊະນະໃນລະດັບສູງໃໝ່

16:30 | 05/06/2022

ຍສໝ - ຕອນ​ຄ່ຳ​ວັນ​ທີ 1 ມິຖຸນາ​, ​ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດພິທີສະຫຼຸບ, ຍ້ອງຍໍ ແລະ ມອບລາງວັນ ມະຫາກຳ​ກິລາ​​ອາ​ຊຽນ ຄັ້ງ​ທີ 31.

ກິລາຫວຽດນາມ ຢືນຢັນຈຸດຢືນໃນພາກພື້ນ ແລະ ກ້າວຂຶ້ນສູ່ລະດັບສາກົນເທື່ອລະກ້າວ ກິລາຫວຽດນາມ ຢືນຢັນຈຸດຢືນໃນພາກພື້ນ ແລະ ກ້າວຂຶ້ນສູ່ລະດັບສາກົນເທື່ອລະກ້າວ
ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19 ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19

ເຂົ້າ​ຮ່ວມ ​ແລະ ​ແບ່ງປັນ​ຄວາມຄວາມພາກພູມໃຈ​ບັນດາ​ນັກ​ກິລາ, ຄູ​ເຝິກ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ້ງ ໄດ້ຊົມ​ເຊີຍ ​ແລະ ຍ້ອງຍໍພິ​ເສດ​ ​ບັນດາ​ຜົນງານ​ດີ​ເດັ່ນ​ທີ່​ຄະນະ​ຜູ້​ແທນ​ກິລາ ຫວຽດນາມ ບັນລຸ​ໄດ້, ນຳ​ມາ​ໃຫ້​ປະ​ເທດ, ໃຫ້ປະຊາຊົນ, ​ໃຫ້ຜູ້ນິຍົມ​ນັບ​ລ້ານ​ຄົນ ​ມີ​ຄວາມ​​ສຸກ, ເອກອ້າງທະນົງ​ໃຈກັບຄວາມຮູ້ສຶກທີ່ບໍ່ອາດລືມໄດ້​.

ກິລາຫວຽດນາມ ພະຍາຍາມຫຼາຍກວ່າເກົ່າ ເພື່ອເອົາຊະນະໃນລະດັບສູງໃໝ່
ກິລາຫວຽດນາມ ພະຍາຍາມຫຼາຍກວ່າເກົ່າ ເພື່ອເອົາຊະນະໃນລະດັບສູງໃໝ່. (ພາບ: vtc)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ້ງ ເນັ້ນ​ໜັກ​ວ່າ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃນ​ສະ​ພາບ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງ​ໂລກ​ລະ​ບາດ ໂຄ​ວິດ-19, ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31 ຢ່າງ​ສຳ​ເລັດ​ຜົນ. ​ນີິ້ແມ່ນ​ໝາກຜົນ​ແຫ່ງ​ຄວາມ​ມານະ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ກະຊວງ, ຂະແໜງການ, ອົງການ ​ແລະ ທ້ອງ​ຖິ່ນ; ການຮ່ວມເດີນທາງ ແລະ ການສະໜັບສະໜູນຂອງວິສາຫະກິດ ແລະ ປະຊາຊົນ; ແລະ ໂດຍສະເພາະແມ່ນຄວາມພະຍາຍາມບືນກາຍລະດັບໃນການຝຶກແອບ ແລະ ການແຂ່ງຂັນຂອງນັກກິລາເກືອບ 5.000 ຄົນ, ໃນ 40 ປະເພດກິລາ, ສ່ວນຫຼາຍແມ່ນກິລາ OLYMPIC ແລະ ASIAD. ນັ້ນກໍ່​ເປັນ​ການພິສູດໃຫ້ເຫັນ​ການ​ປັບ​ຕົວ​ຢ່າງ​ປອດ​ໄພ ​ແລະ ​ມີໄຫວພິບ, ຄວບ​ຄຸມ​ໂລກ​ລະບາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ, ພວມ​ຢູ່ໃນທ່າ​ຟື້ນ​ຟູ​ຢ່າງ​ເຂັ້ມແຂງ​ ​ແລະ ພັດທະນາ​ເສດຖະກິດ, ​ເປີດ​ປະຕູ​ສູ່​ໂລກ​ຢ່າງ​ໝັ້ນ​ໃຈ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ຂະ​ແໜງ​​ກາ​ຍະ​ກຳ​ ແລະ​ ກິ​ລາ ​ສືບ​ຕໍ່​ຮັກ​ສາ, ປັບປຸງທີ່ຕັ້ງ​ກິ​ລາ​ ໃຫ້ມີຜົນງານທີ່ສູງ, ຕັ້ງ​ເປົ້າ​ໝາຍ​​ສູງກວ່າ, ສຸມ​ໃສ່​ລົງ​ທຶນ, ກ້າວ​ເຂົ້າ​ສູ່​ລະ​ດັບ​ກິ​ລາ​ທົ່ວ​ທະ​ວີບ ​ແລະ ​ໂລກ​ເທື່ອ​ລະ​ກ້າວ. ພ້ອມ​ກັນ​ນັ້ນ ກໍຖືເປັນ​ສຳຄັນ​ຕໍ່​ການ​ພັດທະນາ​ກິລາ​ມວນ​ຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.