ກິລາຫວຽດນາມ ຢືນຢັນຈຸດຢືນໃນພາກພື້ນ ແລະ ກ້າວຂຶ້ນສູ່ລະດັບສາກົນເທື່ອລະກ້າວ

20:42 | 25/05/2022

ຍສໝ - ຕອນແລງວັນທີ 22 ພຶດສະພາ, ຫຼັງຈາກທີມບານເຕະ ຢູ 23 ຫວຽດນາມ ຊະນະ 1-0 ຕໍ່ທີມບານເຕະຢູ 23 ໄທ, ທ່ານ ຟ້າມມີງຈີ໋ງ, ນາຍົກລັດຖະມົນຕີ ໄດ້ສົ່ງຈົດໝາຍຊົມເຊີຍຄະນະຄູຝຶກ ແລະ ທີມບານເຕະຊາຍ ຢູ 23 ຫວຽດນາມ.

“ວັນຄໍາ” ຂອງກິລາຫວຽດນາມ “ວັນຄໍາ” ຂອງກິລາຫວຽດນາມ
ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈໃຫ້ U.23 ລາວ ແຟນກິລາຫວຽດນາມ ຫຼາຍພັນຄົນລະດົມກໍາລັງໃຈໃຫ້ U.23 ລາວ
ພາບປະກອບ:  TTXVN
ພາບປະກອບ: TTXVN

ໃນຈົດໝາຍ, ທ່ານ ຟ້າມມີງຈີ໋ງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມມານະພະຍາຍາມ, ຄວາມສະຫຼາດ, ຈັນຍາບັນ, ຄວາມເກັ່ງກ້າ, ຄວາມສາມັກຄີ, ມີວິໄນ, ເພື່ອກຽດສັກສີຂອງຊາດ ເຊິ່ງຍາດໄດ້ໄຊຊະນະຂອງທີມບານເຕະ. ນັ້ນເປັນໄຊຊະນະຂອງນໍ້າໃຈຫວຽດນາມທີ່ສາມັກຄີ ແລະ ເຕົ້າໂຮມກັນ. ຜົນສຳເລັດອັນດີເລີດ, ພ້ອມກັບຫຼຽນຄຳຂອງທີມບານເຕະຍິງ ແລະ ໝາກຜົນຂອງກິລາຕ່າງໆທີ່ແຂ່ງຂັນຢູ່ ຊີເກມ 31 ເຊິ່ງຍາດມາໄດ້ນັ້ນ ໄດ້ເປັນການຢືນຢັນທີ່ຕັ້ງຂອງບານເຕະ ຫວຽດນາມ ເວົ້າສະເພາະ, ເວົ້າລວມແມ່ນກິລາ ຫວຽດນາມ ໃນພາກພື້ນ ແລະ ກ້າວຂຶ້ນລະດັບໂລກເທື່ອລະກ້າວ.

ພັກ ແລະ ລັດ ຈະສືບຕໍ່ເອົາໃຈໃສ່ຫຼາຍຂຶ້ນ ແລະ ຫວັງວ່າ ບັນດາອົງການຈັດຕັ້ງ, ບຸກຄົນ, ປະຊາຄົມວິສາຫະກິດ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນ ເພື່ອພັດທະນາພື້ນຖານກິລາຂອງປະເທດເວົ້າລວມ, ເວົ້າສະເພາະແມ່ນບັນດາກິລາລະດັບສູງ.

ທ່ານ ຟ້າມມີງຈີ໋ງ, ນາຍົກລັດຖະມົນຕີ ກໍຝາກຄຳຂອບໃຈຢ່າງເລີກເຊິ່ງ ເຖິງແຟນບານທົ່ວປະເທດ ທີ່ຍາມໃດກໍຮ່ວມເດີນທາງພ້ອມກັບທີມເຕະບານຊາຍ ແລະ ຍິງ ແລະ ໃນບັນດາກິລາອື່ນໆ ຢູ່ ຊີເກມ 31ຕະຫຼອດມາ.

ໄຊພອນ

ເຫດການ
302 Found

Found

The document has moved here.