ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະລາວ

13:12 | 14/04/2022

ໃນລະຫວ່າງວັນທີ 11-12 ເມສາ, ຄະນະຜູ້ແທນແຂວງແທັງຮວ໊າ, ຫວຽດນາມ ໂດຍທ່ານ ໂດ໊ມິງຕວ໊ນ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງແທັງຮວ໊າ ເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ, ເຮັດວຽກ ແລະອວຍພອນບຸນປີໃໝ່ຂອງປະຊາຊົນບັນດາເຜົ່າລາວ ຢູ່ແຂວງຫົວພັນ (ລາວ).

ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະລາວ
ໃນ 5 ເດືອນຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ ໃນ 5 ເດືອນຕົ້ນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະລາວ ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນ
ບັນຍາກາດທີ່ພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງແຂວງແທັງຮວ໊າ ແລະຫົວພັນ. ພາບ: ສໍານັກຂ່າວສານຫວຽດນາມ.
ບັນຍາກາດທີ່ພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງແຂວງແທັງຮວ໊າ ແລະຫົວພັນ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍູ້ແຮງວຽກງານໂຄສະນາ, ສຶກສາມູນເຊື້ອໃຫ້ແກ່ພະນັກງານ, ສະມາຊິກພັກ, ປະຊາຊົນ, ໂດຍສະເພາະແມ່ນລຸ້ນໜຸ່ມສອງແຂວງໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ ແລະລາວ ເວົ້າລວມ, ສອງແຂວງແທັງຮວ໊າ-ຫົວພັນເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ.

ສອງຝ່າຍກໍ່ເຫັນດີເປັນເອກະພາບສົ່ງເສີມ ແລະສ້າງເງື່ອນໄຂສະດວກໃຫ້ບັນດາອົງການຈັດຕັ້ງ, ບຸກຄົນ, ວິສາຫະກິດ, ນັກລົງທຶນຂອງສອງແຂວງໄປລົງທຶນ, ຜະລິດ, ດໍາເນີນທຸລະກິດຢູ່ແຕ່ລະແຂວງ; ສືບຕໍ່ສະຫງວນທຶນສຶກສາ ແລະສ້າງເງື່ອນໄຂໃຫ້ພະນັກງານ, ນັກຮຽນ ແລະນັກສຶກສາໄປຮໍ່າຮຽນ, ຄົ້ນຄວ້າຢູ່ແຕ່ລະປະເທດ. ສອງຝ່າຍກໍ່ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ສິລະປະ, ກິລາ-ກາຍະກໍາ, ກະຕຸກຊຸກຍູ້ການທ່ອງທ່ຽວລະຫວ່າງສອງແຂວງເນື່ອງໃນໂອກາດມີເຫດການ, ວັນບຸນໃຫຍ່ຂອງສອງປະເທດ ແລະສອງແຂວງ; ເພ່ີມທະວີການກວດກາ, ຕິດຕາມກວດກາເພື່ອສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບລະຫວ່າງສອງແຂວງແທັງຮວ໊າ-ພົວພັນ.

ເນື່ອງໃນໂອກາດນີ້, ແຂວງແທັງຮວ໊າ ໄດ້ມອບໃຫ້ແຂວງຫົວພັນ ກິດຈະການຊ່ວຍເຫຼືອຫຼ້າ 4 ແຫ່ງເຊິ່ງໄດ້ຮັບການກໍ່ສ້າງໃນໄລຍະ 2016-2020 ດ້ວຍຍອດມູນຄ່າກວ່າ 182 ຕື້ດົ່ງ...

ທ່ານ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການໜູນຊ່ວຍ, ຊ່ວຍເຫຼືອຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງແທັງຮວ໊າ ທີ່ມີຕໍ່ແຂວງຫົວພັນ ໃນສະໄໝຕ່າງໆ, ທ່ານຢັ້ງຢືນວ່າ ນີ້ແມ່ນການໜູນຊ່ວຍ, ຊ່ວຍເຫຼືອທີ່ສໍາຄັນ ແລະແທດຈິງຕໍ່ການພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະຮັບປະກັນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງຫົວພັນ, ນີ້ກໍ່ແມ່ນພະຍານຫຼັກຖານໃຫ້ແກ່ສາຍພົວພັນມິດຕະພາບໃນການພົວພັນສາກົນລະຫວ່າງສອງພັກ, ສອງລັດ, ສອງຊາດຫວຽດນາມ-ລາວ ເວົ້າລວມ ແລະສອງ ແຂວງແທັງຮວ໊າ ແລະຫົວພັນເວົ້າສະເພາະ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.