ຫວຽດນາມຮຽກຮ້ອງຊຸກຍູ້ຄວາມພະຍາຍາມປົກປ້ອງສາມັນຊົນໃນການປະທະກັນ

13:21 | 30/05/2022

ຍສໝ - ວັນທີ 25 ພຶດສະພາ ຢູ່ອາເມລິກາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືປະຈຳປີ ກ່ຽວກັບຫົວຂໍ້ “ປົກປ້ອງສາມັນຊົນໃນການປະທະອາວຸດ”.

ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງເກິ່ນເທີ ​ແລະ ເຂດ Kansai ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງເກິ່ນເທີ ​ແລະ ເຂດ Kansai
“ຫວຽດນາມ ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່​ກັບ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ” “ຫວຽດນາມ ຍາມ​ໃດ​ກໍ່ຄຽງບ່າຄຽງໄຫຼ່​ກັບ​ເພື່ອນ​ມິດ​ອາ​ຟ​ະຣິ​ກາ”
ຫວຽດນາມຮຽກຮ້ອງຊຸກຍູ້ຄວາມພະຍາຍາມປົກປ້ອງສາມັນຊົນໃນການປະທະກັນ
ພາບປະກອບ: TTXVN

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານ ດັ້ງຮວ່າງຢາງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ຢູ່ສະຫະປະຊາຊາດ ໃຫ້ຮູ້ວ່າ ປະຊາຄົມໂລກກໍາລັງປະເຊີນໜ້າກັບຄວາມທ້າທາຍໃຫຍ່ຕ່າງໆຕໍ່ການປົກປ້ອງສາມັນຊົນຄື: ສົງຄາມ, ການປະທະກັນເກີດຂຶ້ນຢູ່ຫຼາຍບ່ອນ ດ້ວຍຂອບຂະໜາດໃຫຍ່; ພະຍາດ COVID-19 ສືບຕໍ່ມີການຜັນປ່ຽນຢ່າງສັບສົນ, ໂດຍສະເພາະແມ່ນຢູ່ບັນດາພື້ນທີ່ມີການປະທະກັນ. ບັນຫາຕ່າງໆໄດ້ແກ່ຍາວຢູ່ແລ້ວ, ໃນປັດຈຸບັນກໍນັບມື້ນັບສັບສົນກວ່າ ຍ້ອນຜົນຂອງບັນດາວິກິດການໃໝ່, ໂດຍສະເພາະແມ່ນດ້ານຄວາມປອດໄພສະບຽງອາຫານ ແລະ ການຂາດວັກຂາດຕອນຂອງບັນດາຕ່ອງໂສ້ການສະໜອງ. ໃນສະພາບການນັ້ນ, ແຫຼ່ງກຳລັງສຳລັບການປົກປ້ອງສາມັນຊົນພົບກັບຄວາມທ້າທາຍຫຼາຍຢ່າງຍ້ອນແຫຼ່ງຊ່ວຍເຫຼືອສາກົນຖືກຫຼຸດໜ້ອຍລົງ, ການຊ່ວຍເຫຼືອໃຫ້ແກ່ຫຼາຍພື້ນທີ່ຄວາມຫຍຸ້ງຍາກ ມີຄວາມສ່ຽງຫຼຸດໜ້ອຍລົງ ໂດຍສາກົນ, ສະຫະປະຊາຊາດຕ້ອງໃຊ້ແຫຼ່ງຊັບພະຍາກອນສຳລັບບັນດາບັນຫາສັບສົນໃໝ່.

ເອກອັກຄະລັດຖະທູດຮຽກຮ້ອງປະຊາຄົມສາກົນຜັນຂະຫຍາຍບັນດາມາດຕະການຮີບດ່ວນ, ເພີ່ມທະວີການຊ່ວຍເຫຼືອມະນຸດສະທຳ ແລະ ຊ່ວຍເຫຼືອເພີ່ມທະວີຄວາມສາມາດຕ້ານທານຂອງບັນດາປະເທດ, ບັນດາຊຸມຊົນເພື່ອປັບຕົວກັບບັນດາຄວາມທ້າທາຍຢ່າງປອດໄພ, ໃນນັ້ນມີບັນຫາການປ່ຽນແປງດີນຟ້າອາກາດ.

ໃນໄລຍະຍາວ, ທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດເນັ້ນໜັກເລື່ອງຕ້ອງການຊຸກຍູ້ແກ້ໄຂ, ສະກັດກັ້ນການປະທະກັນ, ບົນພື້ນຖານເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ, ບັນດາປະເທດ, ບັນດາອົງການຈັດຕັ້ງພາກພື້ນ ແລະ ພາກເອກະຊົນ.

ຕາມທ່ານ ດັ້ງຮວ່າງຢາງ ເອກອັກຄະລັດຖະທູດແລ້ວ, ຫວຽດນາມເຂົ້າໃຈ ຢ່າງເລີກເຊິ່ງຜົນເສຍຫາຍຂອງສົງຄາມ ແລະ ແບ່ງປັນຄວາມເສຍຫາຍຕ່າງໆ ແລະ ຜົນຂອງການປະທະກັນໂດຍໃຊ້ອາວຸດຕໍ່ສາມັນຊົນ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມພະຍາຍາມລວມຂອງປະຊາຄົມສາກົນກ່ຽວກັບການປົກປ້ອງສາມັນຊົນໃນການປະທະກັນ.

ໄຊພອນ

ເຫດການ