ແຂວງເງະອານ ແລະ 3 ແຂວງຂອງລາວ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຊອກຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2022-2023

09:05 | 26/05/2022

ຕອນບ່າຍວັນທີ 24 ພຶດສະພາ, ຢູ່ນະຄອນວິງ, ຄະນະປະຕິບັດງານພິເສດແຂວງເງະອານ ແລະ 3 ແຂວງຂອງປະເທດ ສປປ ລາວແມ່ນ ຊຽງຂວາງ, ວຽງຈັນ, ໄຊສົມບູນ ຈັດຕັ້ງການພົບປະເຈລະຈາການເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຊອກຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2022-2023.

ແຂວງເງະອານ ຟື້ນຟູການເຂົ້າ-ອອກເມືອງຢູ່ດ່ານຊາຍແດນຕິດກັບລາວ ແຂວງເງະອານ ຟື້ນຟູການເຂົ້າ-ອອກເມືອງຢູ່ດ່ານຊາຍແດນຕິດກັບລາວ
ສັບ​ປະ​ດາ ຮູບ​ເງົາ​ອາ​ຊຽນ 2022 ຈະ​ຈັດ​ຕັ້ງ​ຢູ່ 3 ນະ​ຄອນ​ໃຫຍ່​ຂອງ ຫວຽດ​ນາມ ສັບ​ປະ​ດາ ຮູບ​ເງົາ​ອາ​ຊຽນ 2022 ຈະ​ຈັດ​ຕັ້ງ​ຢູ່ 3 ນະ​ຄອນ​ໃຫຍ່​ຂອງ ຫວຽດ​ນາມ
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ແທັ່ງຢຸຍ.
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ແທັ່ງຢຸຍ.

ເຂົ້າຮ່ວມການພົບປະເຈລະຈາ, ມີຜູ້ຕາງໜ້າຄະນະຊີ້ນຳ 515 ທະຫານເຂດ 4 ທ່ານພົນຈັດຕະວາ ເຈິ່ນມິງແທັງ-ຫົວໜ້າພະແນກການເມືອງທະຫານເຂດ 4. ສຳລັບຝ່າຍແຂວງເງະອານ ມີສະຫາຍ: ບຸ່ຍດິ່ງລອງ, ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ, ຫົວໜ້າຄະນະປະຕິບັດງານພິເສດແຂວງ; ພ້ອມກັບຜູ້ຕາງໜ້າຂອງບາງພະແນກ, ຂະແໜງການກ່ຽວຂ້ອງ.

ສຳລັບຝ່າຍປະເທດລາວມີທ່ານ ສິວິໄລ ແສງຈະເລີນ, ຮອງເຈົ້າແຂວງໆຊຽງຂວາງ, ຫົວໜ້າຄະນະປະຕິບັດງານພິເສດແຂວງຊຽງຂວາງ; ພົນຕີ ວົງສອນ ອິນປານພິມ, ຮອງເລຂາພັກແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງໄຊສົມບູນ; ທ່ານ ພູວົງ ບູນຊູ, ຮອງເຈົ້າແຂວງໆວຽງຈັນ, ຫົວໜ້າຄະນະປະຕິບັດງານພິເສດແຂວງວຽງຈັນ, ພ້ອມກັບບັນດາສະມາຊິກໃນຄະນະ.

ທີ່ການພົບປະເຈລະຈາ, ການນຳ 3 ແຂວງຂອງປະເທດເພື່ອນລາວ ໄດ້ເຫັນດີເປັນເອກະພາບຕໍ່ໝາກຜົນການສົມທົບກັນປະຕິບັດແຜນການທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດລະດູແລ້ງ 2021 – 2022 ແລະແຜນການຮ່ວມມື, ເປົ້າໝາຍວາງອອກໃນລະດູແລ້ງ 2022 - 2023. ໃນໄລຍະຈະມາເຖິງ, ການນຳ 3 ແຂວງຂອງປະເທດເພື່ອນຢັ້ງຢືນວ່າ ຈະສືບຕໍ່ສົມທົບກັບແຂວງເງະອານຢ່າງແໜ້ນແຟ້ນ ເພື່ອປະຕິບັດແຜນການວາງອອກໃຫ້ເປັນຢ່າງດີ.

ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ ບຸ່ຍດິ່ງລອງ, ຫົວໜ້າຄະນະປະຕິບັດງານພິເສດແຂວງເງະອານ ໄດ້ສະແດງຄວາມຂອບອົກຂອບໃຈການປະສານສົມທົບຂອງ 3 ແຂວງປະເທດເພື່ອນລາວ ໃນວຽກງານຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ 3 ແຂວງໃນໄລຍະຜ່ານມາ.

ໃນບັນຍາກາດທີ່ເຕັມໄປດ້ວຍຄວາມອົບອຸ່ນ, ເຂົ້າອົກເຂົ້າໃຈກັນ, ມີນ້ຳໃຈຮັບຜິດຊອບສູງ ແລະບົດຮຽນໃນໄລຍະຜ່ານມາ, ການນຳແຂວງເງະອານ ແລະ 3 ແຂວງຂອງປະເທດລາວ ໄດ້ເຫັນດີເປັນເອກະພາບຕໍ່ບັນຫາທີ່ຍົກອອກມາປຶກສາຫາລື ແລະເຊັນບົດບັນທຶກຊ່ວຍຈຳລະຫວ່າງຄະນະປະຕິບັດງານພິເສດແຂວງເງະອານ ແລະ 3 ແຂວງຊຽງຂວາງ, ວຽງຈັນ, ໄຊສົມບູນ ກ່ຽວກັບການຊອກຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່່ລາວ.

ໃນນັ້ນ, 4 ແຂວງຂອງ 2 ປະເທດໄດ້ເຫັນດີເປັນເອກະພາບຕັດສິນໃຈສູ້ຊົນເຮັດສຳເລັດ ແລະລື່ນກາຍຕົວເລກຄາດໝາຍທີ່ໄດ້ວາງອອກນັ້ນແມ່ນຊອກຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງໃຫ້ໄດ້ 80 ຊຸດ; ຜ່ານນັ້ນ, ປະກອບສ່ວນເຮັດໃຫ້ນ້ຳໃຈມິດຕະພາບອັນຍິງໃຫຍ່, ຄວາມສາມັກຄີແບບພິ ເສດຫວຽດນາມ-ລາວ, ລາວ-ຫວຽດນາມ “ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ” ເລິກເຊິ່ງຂຶ້ນຕື່ມ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.