ເພີ່ມທະວີການຮ່ວມມືພັດທະນາລະຫວ່າງເງະອານ-ລາວ

08:00 | 09/03/2024

ເພີ່ມທະວີການຮ່ວມມືພັດທະນາລະຫວ່າງເງະອານ-ລາວ

ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອົງການສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF)
ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ ລາວ - ສະຫະພັນລັດເຊຍ ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືສອງຝ່າຍກ່ຽວກັບດ້ານການຄ້າ ແລະ ການລົງທຶນ

ວັນທີ 6 ມີນາ, ຢູ່ນະຄອນວີງ, ສະຫາຍ ຖາຍແທັງກຸຍ ເລຂາພັກແຂວງເງະອານ ໄດ້ໃຫ້ການຕ້ອນຮັບສະຫາຍ ອາລຸນໄຊ ສູນນະລາດ, ກຳມະການຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ແລະບັນດາສະຫາຍໃນຄະນະປະຕິບັດງານມາຢ້ຽມຢາມ, ເຮັດວຽກຢູ່ແຂວງເງະອານ.

ກ່າວຄຳເຫັນທີ່ການພົບປະ, ສະຫາຍ ຖາຍແທັງກຸຍ ເລຂາພັກແຂວງເງະອານ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະປະຕິບັດງານລາວ ມາຢ້ຽມຢາມ, ເຮັດວຽກຢູ່ນະຄອນເງະອານ ແລະອວຍພອນໃຫ້ການປະຕິບັດງານຂອງຄະນະຢູ່ແຂວງເງະອານ ປະສົບຜົນສຳເລັດຢ່າງຈົບງາມ.

ເພີ່ມທະວີການຮ່ວມມືພັດທະນາລະຫວ່າງເງະອານ-ລາວ

ສະຫາຍ ຖາຍແທັງກຸຍ ເລຂາພັກແຂວງເງະອານ ຕ້ອນຮັບສະຫາຍ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ. ພາບ: truyenhinhnghean.vn

ຕາງໜ້າຄະນະ, ສະຫາຍ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີລາວ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຄະນະຢ່າງສົມກຽດຂອງການນຳແຂວງເງະອານ. ໃນການຢ້ຽມຢາມແຂວງເງະອານ ຄັ້ງນີ້, ຄະນະປາດຖະໜາຢາກແລກປ່ຽນບົດຮຽນໃນການກໍ່ສ້າງບັນດາເຂດອຸດສາຫະກຳໃນບໍລິເວນແຂວງ; ພ້ອມທັງຜ່ານການຢ້ຽມຢາມ ຈະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງລາວ-ຫວຽດນາມ ເວົ້າລວມ ແລະແຂວງເງະອານ ກັບບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ.

ທີ່ການພົບປະ, ສະຫາຍ ອາລຸນໄຊ ສູນນະລາດ ຫວັງວ່າ ສອງແຂວງເງະອານ ແລະຄຳມ່ວນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື, ພັດທະນາ, ເປັນຕົ້ນແມ່ນໃນອຸດສາຫະກຳປຸງແຕ່ງ; ພັດທະນາການທ່ອງທ່ຽວລະຫວ່າງແຂວງເງະອານ ແລະບັນດາແຂວງຂອງລາວ ທີ່ມີເສັ້ນທາງຊາຍແດນຮ່ວມກັນ. ເນື່ອງໃນໂອກາດນີ້, ສະຫາຍ ອາລຸນໄຊ ສູນນະລາດ ກໍ່ໄດ້ສົ່ງຄຳເຊື້ອເຊີນການນຳແຂວງເງະອານ ມາຢ້ຽມຢາມບັນດາແຂວງຂອງລາວ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.