| ແຂວງເງະອານ ແລະ 3 ແຂວງຂອງລາວ ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການສົມທົບກັນຊອກຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໃນລະດູແລ້ງ 2022-2023 | |
| ແຂວງເງະອານ ຟື້ນຟູການເຂົ້າ-ອອກເມືອງຢູ່ດ່ານຊາຍແດນຕິດກັບລາວ | 
ຄາດວ່າ, ເລີ່ມແຕ່ສົກຮຽນ 2023-2024 ເປັນຕົ້ນໄປ, ແຕ່ລະປີຈະມີນັກຮຽນລາວ ມາຮຽນປະມານ 120 ຄົນ. ເປົ້າໝາຍແມ່ນນັກຮຽນຈົບມັດທະຍົມຕອນຕົ້ນທີ່ໄດ້ຮັບການຄັດເລືອກຈາກບັນດາແຂວງຂອງລາວ ທີ່ມີຊາຍແດນຕິດກັບແຂວງເງະອານ ໄປຮຽນພາສາຫວຽດນາມ ຢູ່ວິທະຍາໄລສ້າງຄູເງະອານ ເປັນເວລາ 1 ປີ.
ຈາກນັ້ນຈະຄັດເລືອກເອົານັກຮຽນທີ່ມີຄວາມຮູ້ຄວາມສາມາດທາງດ້ານພາສາອັງກິດ ໄປຮຽນຫຼັກສູດຂັ້ນມັດທະຍົມຕອນປາຍ ຕາມທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນທີ່ໂຮງຮຽນປະຕິບັດງານຕົວຈິງສ້າງຄູເງະອານ (ສົກຮຽນໜຶ່ງ ຄາດວ່າຈະໄດ້ 1 ຫ້ອງ) ແລະນັກຮຽນທີ່ຍັງເຫຼືອຈະໄປຮຽນຕໍ່ໂຄງການສຶກສາ ຂັ້ນມັດທະຍົມຕອນປາຍແຂວງ ເງະອານ.
|  | 
| ພາບປະກອບຄັດຈາກ: Vietnam+ | 
ນັບແຕ່ປີ 2017 ມາຮອດປະຈຸບັນ, ແຂວງເງະອານ ໄດ້ຮັບ ແລະບຳລຸງສ້າງພະນັກງານ, ນັກຮຽນລາວ ປະມານ 1.200 ຄົນ ມາຮຽນຢູ່ມະຫາວິທະຍາໄລ ແລະວິທະຍາໄລໃນບໍລິເວນແຂວງ. ສະເພາະເດືອນສິງຫາປີ 2022, ມີພະນັກງານ, ນັກສຶກສາລາວ 210 ຄົນໄດ້ຮັບທຶນສຶກສາຈາກແຂວງເງະອານ ແລະໄດ້ຮັບການບຳລຸງກໍ່ສ້າງ.
ກອງທັບ
 
                 
  
  
                                             
                                             
                                             
                                             
                                             
                                             
                                             
                                             
                                             
                     
                     
                     
                    