ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ

21:44 | 20/05/2022

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເດນ​ມາກ ເລືອງ​ແທງ​ງິ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານນາງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ເດນ​ມາກ - ຫວຽດ​ນາມ (DAVIFO) Trine Glue Doan, ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ DAVIFO, ບາງ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ DAVIFO ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຫວຽດ​ນາມ ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ປ່ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ
ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ ການ​ຮ່ວມ​ມື​ລະ​ຫວ່າງ ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ ຂອງ​ສະ​ພາ​ແ​ຫ່ງ​ຊາດ
ເພີ່ມ​ທະ​ວີ​ການ​ພ​ົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ຫວຽດ​ນາມ - ເດ​ນ​ມາກ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເດນ​ມາກ ເລືອງ​ແທງ​ງິ ​ຕ້ອນ​ຮັບ​ທ່ານນາງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ເດນ​ມາກ - ຫວຽດ​ນາມ (DAVIFO) Trine Glue Doan

ທ່ານນາງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ເດນ​ມາກ - ຫວຽດ​ນາມ (DAVIFO) Trine Glue Doan ໃຫ້​ຮູ້​ວ່າ ບາງ​ໂຄງ​ການ​ເຊິ່ງ DAVIFO ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່ ຫວຽດ​ນາມ ຄື​ໂຄງ​ການ​ຂົນ​ຂວາຍ​ການ​ສະ​ໜອງວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ໂຮງ​ໝໍ​, ໜູນ​ຊ່ວຍ​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຢູ່ ຫວຽດ​ນາມ. ເຖິງວ່າ ຂອບຂະ​ໜາດ​ຂອງ​ໂຄງ​ການ​ບໍ່​ໃຫຍ່ ແຕ່​ກໍໄດ້​ຮັບ​ການ​ຮັກ​ສາ​ເປັນ​ປະ​ຈຳ ແລະ ມີ​ສະ​ຖຽນ​ລ​ະ​ພາບ, ມຸ່ງ​ໄປ​ເຖິງ​ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງ, ເປັນ​ຕົ້ນ​ແມ່ນ​ເດັກ​ນ້ອຍ, ເຂດ​ຊົນ​ນະ​ບົດ, ເຂດ​ຫ່າງ​ໄກ​ສອກຫຼີກ.

ເປົ້າ​ໝາຍ​ຂອງ DAVIFO ໃນ​ໄລ​ຍະ​ຈະ​ມາ​ເຖິງ ແມ່ນ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ລະ​ດົມ​ທຶນ ເພື່ອ​ຊ່ວຍ​ບັນ​ດາ​ໂຄງ​ການ​ຂອງ ສະ​ມາ​ຄົມ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປີດກວ້າງ​ຂອບຂະ​ໜາດ​ຂອງ​ໂຄງ​ການທີ່​ພວມ​ໄດ້​ຮັບ​ການ​ປະ​ຕິ​ບັດ ແລະ ເປີດກວ້າງ​ອອກ​ສູ່​ບັນ​ດາ​ຂົງ​ເຂດ​ໃໝ່​ຄື ການ​ແລກ​ປ່ຽນ​ການ​ສຶກ​ສາ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳຄື ​ຈັດ​ຕັ້ງ​ໂຄງ​ການ​ແນະ​ນຳ​ວັດ​ທະ​ນະ​ທຳ, ສິ​ລະ​ປະຂອງ ຫວຽດ​ນາມ, ເປີດກວ້າງຊຸດ​ສອນປຸງ​ແຕ່ງ​ອາ​ຫານ ຫວຽດ​ນາມ ໃຫ້​ແກ່​ເພື່ອນ​ມິດ​ເດນ​ມາກ, ຍ້ອນ​ວ່າ ປັດ​ຈຸ​ບັນ ອາ​ຫານ​ການ​ກິນຂອງ ຫວຽດ​ນາມ ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຊາວ​ເດນ​ມາກ.

ທ່ານ​ເອກອ​ັກ​ຄະ​ລັດ​ຖະ​ທູດ ເລືອງ​ແທງ​ງິ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງ DAVIFO ທີ່ໄດ້​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ຜັນ​ຂະ​ຫຍາຍຫຼາຍ​ການ​ເຄື່ອນ​ໄຫວ, ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ຫວຽດ​ນາມ ແລະ ຊຸກ​ຍູ້​ກາ​ນ​ພົວ​ພັນ​ແລ​ກ​ປ່ຽນ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່​ງ​ກັນ​ແລະ​ກັນ ລະ​ຫວ່າງ ຫວຽດ​ນາມ ແລະ ເດນ​ມາກ ໃນ​ໄລ​ຍະ 45 ປີ​ຜ່ານ​ມາ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້​ຮູ້​ວ່າ ຜ່ານ​ການ​ພົບ​ປະ​ກັບ​ປະ​ຊາ​ຊົນ​ເດນ​ມາກ, ຍາມ​ໃດ​ກໍ່​ໍ່​ຮູ້​ສຶກ​ໄດ້​ເຖິງນ້ຳ​ໃຈ​ຄວາ​ມ​ຮັກ​ແພງທີ່​ສະ​ຫງວນ​ໃຫ້​ແກ່ ຫວຽດ​ນາມ ແລະ ຖື​ນີ້​ແມ່ນ​ພື້​ນ​ຖານ​ຢ່າງ​ໝັ້ນ​ແກ່ນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.