ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື

19:55 | 16/12/2021

ຍສໝ - ຕອນບ່າຍວັນທີ 15 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Steven Udvar-Hazy, ປະທານບໍລິສັດ ໃຫ້ເຊົ່າເຮືອບິນ Air Lease Corporation ອາເມລິກາ (ALC).

ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ ສາຍການບິນ ຫວຽດນາມ ມີຖ້ຽວບິນປົກກະຕິໄປຍັງ ອາເມລິກາ ຖ້ຽວທຳອິດ
ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຢູ່ ອາເມລິກາ ພິທີສະເຫຼີມສະຫຼອງ 76 ປີແຫ່ງວັນຊາດປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຢູ່ ອາເມລິກາ
ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານ Steven Udvar-Hazy, ປະທານບໍລິສັດ ໃຫ້ເຊົ່າເຮືອບິນ Air Lease Corporation ອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ALC ໜູນຊ່ວຍບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airline) ໃນໄລຍະປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19, ເປັນຕົ້ນແມ່ນ ສຳລັບບັນດາສັນຍາທີ່ໄດ້ລົງນາມແລ້ວ ແຕ່ຍັງບໍ່ທັນໄດ້ຜັນຂະຫຍາຍ, ກໍ່ຄືບ້ວງເງິນຕ່າງໆ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ມີແຜນການເປີດບາງຖ້ຽວບິນສາກົນຄືນໃໝ່, ໃນນັ້ນມີຖ້ຽວບິນໄປຍັງ ອາເມລິກາ ແລະ Vietnam Airline ຈະເຂົ້າຮ່ວມວິວັດການນີ້.

ສ່ວນທ່ານ Steven Udvar-Hazy ກໍ່ເຫັນດີຈະໜູນຊ່ວຍບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airline) ໃນສັນຍາບາງສະບັບລະອຽດ, ທ່ານເຊື່ອໝັ້ນວ່າ ດ້ວຍການໜູນຊ່ວຍນີ້ ແລະ ພາຍຫຼັງທີ່ຫວຽດນາມ ເປີດປະຕູເສດຖະກິດ ການພົວພັນການຄ້າ, ການທ່ອງທ່ຽວ ກັບມາເຄື່ອນໄຫວຄືນໃໝ່ ຈະຊ່ວຍໃຫ້ Vietnam Airline ຟື້ນຟູ ແລະ ພັດທະນາ.

ພາຍຫຼັງການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນສັກຂີພິຍານ ແລກປ່ຽນຂໍ້ຕົກລົງໜູນຊວ່ຍ ລະຫວ່າງ Vietnam Airline ແລະ ALC. ພາຍໃຕ້ສັນຍາສະບັບນີ້, ALC ຕົກລົງທີ່ຈະຫຼຸດລາຄາໂດຍກົງຕາມສັນຍາປະຈຸບັນ 420 ລ້ານ USD; ຕົກລົງ​ຍົກ​ເລີກ​ສັນຍາ​ເຊົ່າ​ເຮືອບິນ​ທີ່​ໄດ້​ລົງ​ນາມ​ໃນ​ເມື່ອ​ກ່ອນ ດ້ວຍ​ມູນ​ຄ່າ 600 ລ້ານ USD. ສະ​ນັ້ນ, ALC ຊ່ວຍ​ໃຫ້​ສາຍ​ການ​ບິນ​ຫວຽດ​ນາມ ຫຼຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ ແລະ ພັນທະ​ການ​ຊຳ​ລະ​ດ້ວຍ​ຍອດ​ຈຳ​ນວນ​ກວ່າ 1 ຕື້ USD

ໄຊພອນ

ເຫດການ
302 Found

Found

The document has moved here.