ເປີດຕົວ 'ການ​ທ່ອງ​ທ່ຽວສີຂຽວ' ໂດຍລົດໄຟຟ້າ ສຳລັບ SEA Games 31

11:02 | 14/05/2022

ຍ​ສ​ໝ - ເສັ້ນ​ທາງສາຍ 1 - ຄົ້ນ​ຫາ​ຕົວ​ເມືອງ​ເກົ່າ​ມີ​ໄລຍະ​ທາງ 7 ກິ​ໂລ​ແມັດ, ​ເວລາທັດສະນະ ​ແຕ່ 35 – 40 ນາທີ, ຜ່ານ​ຖະໜົນ​ການ​ຄ້າ, ຖະໜົນ​ຫັດຖະກຳ, ຖະໜົນ​ອາຫານ ​ແລະ ບັນດາ​ຮ່ອງຮອຍປະຫວັດສາດທາງວັດທະນະ​ທຳ - ​ປະຫວັດສາດການປະຕິວັດ, ບັນດາ​ສະຖາປັດຕະຍະກຳ​ທີ່​ມີ​ຄຸນຄ່າ​ຂອງ​ຮ່າ​ໂນ້ຍ. ​

ພິທີຊັກທຸງ SEA Games 31 ພິທີຊັກທຸງ SEA Games 31
ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31
ເປີດຕົວ 'ການ​ທ່ອງ​ທ່ຽວສີຂຽວ' ໂດຍລົດໄຟຟ້າ ສຳລັບ SEA Games 31
ພິ​ທີ​ປະ​ກາດ​ລາຍ​ການ​ທ່ອງ​ທ່ຽວ​ສີ​ຂຽວ (ພາບ: hanoimoi.com.vn)

ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ, ຢູ່​ຮ່າ​ໂນ້ຍ, ບໍລິສັດ​ຫຸ້ນ​ສ່ວນ ດົ່ງ​ຊວນ ​ໄດ້​ແນະນຳ​ໂຄງການ “ທ່ອງ​ທ່ຽວສີ​ຂຽວ ໃນ​ເມືອງ​ສີຂຽວ ດ້ວຍ​ພາ​ຫະ​ນະ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ” ​ເພື່ອ​ຕ້ອນຮັບ​ງານ​ມະຫາ​ກຳ​ກິລາ​ຊີ​ເກມ​ຄັ້ງ​ທີ 31, ​ໂຄງການ​ດັ່ງກ່າວ​ໄດ້​ເປີດ 3 tour ທ່ອງທ່ຽວ​ໃໝ່​ເພື່ອ​ຊ່ວຍ​ໃຫ້​ແຂກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ ​ແລະ ທ່ອງ​ທ່ຽວ, ຄົ້ນຫາວັດ​ທະ​ນະ​ທໍາ, ມໍ​ລະ​ດົກ ແລະ ເມືອງ​ເກົ່າຂອງ ຮ່າ​ໂນ້ຍ​ໂດຍ​ລົດ​ໄຟຟ້າ.

ເສັ້ນ​ທາງສາຍ 1 - ຄົ້ນ​ຫາ​ຕົວ​ເມືອງ​ເກົ່າ​ມີ​ໄລຍະ​ທາງ 7 ກິ​ໂລ​ແມັດ, ​ເວລາທັດສະນະ ​ແຕ່ 35 – 40 ນາທີ, ຜ່ານ​ຖະໜົນ​ການ​ຄ້າ, ຖະໜົນ​ຫັດຖະກຳ, ຖະໜົນ​ອາຫານ ​ແລະ ບັນດາ​ຮ່ອງຮອຍປະຫວັດສາດທາງວັດທະນະ​ທຳ - ​ປະຫວັດສາດການປະຕິວັດ, ບັນດາ​ສະຖາປັດຕະຍະກຳ​ທີ່​ມີ​ຄຸນຄ່າ​ຂອງ​ຮ່າ​ໂນ້ຍ. ​ເສັ້ນທາງ​ທ່ອງ​ທ່ຽວສາຍ 2 ​ແລະ 3 ໄດ້ແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຊົມ​ບັນດາກິດຈະກຳ​ວັດທະນະທຳ ​ແລະ ສະຖາປັດຕະຍະ​ກຳ “​ເຂດຖະໜົນ​ຝຣັ່ງ” ​ແລະ ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ ​ແລະ ສະຖານ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ ທີ່​ຕັ້ງ​ຢູ່​ເມືອງ ຮ່ວານ​ກ໋ຽມ. ເສັ້ນທາງຂອງທັງສອງສາຍແມ່ນເທົ່າກັບເສັ້ນທາງທໍາອິດ, ເກືອບ 7 ກິໂລແມັດ ແລະ ໃຊ້ເວລາການທັດສະນະ 40 ນາທີ/ສາຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.