ເສີມຂະຫຍາຍບົດບາດ, ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝ.

23:48 | 14/12/2021

ຍສໝ - ຕອນເຊົ້າວັນທີ 14 ທັນວາ, ທີ່ກອງປະຊຸມທົ່ວປະເທດຄັ້ງປະຖົມມະລຶກ ກ່ຽວກັບວຽກງານການຕ່າງປະເທດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາງ ປະທານສະຫະພັນບັນດາອົງການມິດຕະພາບ ຫງວຽນເຟືອງງາ ໄດ້ປະກອບຄຳເຫັນ “ເສີມຂະຫຍາຍບົດບາດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວການທູດປະຊາຊົນ, ແມ່ນເສົາຄ້ຳໜຶ່ງຂອງພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ”. ວາລະສານຍຸກສະໄໝຂໍຖືເປັນກຽດທີ່ໄດ້ແນະນຳໄປຍັງເພື່ອນຜູ້ອ່ານເນື້ອໃນສະບັບເຕັມຂອງເອກະສານສະບັບນີ້.

ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ

ຍສໝ - ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ຕ່າງປະ​ເທດທົ່ວປະເທດ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ທ່ານນາງ ຫງວຽນເຟືອງງາ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້ປະກອບຄຳເຫັນ “​ເສີມ​ຂະຫຍາຍ​ບົດບາດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ, ​ແມ່ນ​ເສົາ​ຄ້ຳໜຶ່ງ​ຂອງພື້ນຖານ​ການ​ທູດ​ຫວຽດນາມ​ຢ່າງຮອບດ້ານ ​ແລະ ທັນ​ສະ​ໄໝ”.

ໂຮ້ຍອານ, ນະຄອນທຳອິດຂອງຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບໍ່ບໍລິໂພກຊີ້ນໝາ ແລະ ແມວ ໂຮ້ຍອານ, ນະຄອນທຳອິດຂອງຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບໍ່ບໍລິໂພກຊີ້ນໝາ ແລະ ແມວ

ຍ​ສ​ໝ - ກວາງ​ນາມ-​ໂຮ້ຍອານ ​ແມ່ນ​ນະຄອນ​ທຳ​ອິດ​ຂອງ​ຫວຽດນາມ​ທີ່​ມີ​ຂໍ້​ຕົກລົງ​ຢຸດການ​ຄ້າຂາຍ​ຊີ້ນ​ໝາ ​ແລະ​ ແມວ. ນີ້​ກໍ​ແມ່ນ​ທິດ​ທາງ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເຂດ​ນິ​ເວດ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຂອງ​​ອຳ​ນາດ​ການ​ປົກ​ຄອງ​ໂຮ້ຍອານ.

ຮຽນ: ສະຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,

ຮຽນ: ບັນດາສະຫາຍການນຳ, ພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ,

ຮຽນ: ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ,

ມື້ນີ້, ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ປະກອບຄຳເຫັນກ່ຽວກັບວຽກງານການທູດປະຊາຊົນ ໃນກອງປະຊຸມທົ່ວປະເທດ ຄັ້ງປະຖົມມະລຶກ ກ່ຽວກັບວຽກງານການຕ່າງປະເທດ ແລະ ການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ຕາງໜ້າໃຫ້ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດມາຍັງ ສະຫາຍເລຂາທິການໃຫຍ່ບັນດາສະຫາຍຜູ້ແທນໝົດທຸກຄົນ.

ຮຽນບັນດາສະຫາຍ,

ບັນດາຜູ້ເຮັດວຽກງານການຕ່າງປະເທດລ້ວນແຕ່ຮູ້ສຶກພາກພູມໃຈເມື່ອກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ຍົກອອກຢ່າງຈະແຈ້ງແຜນນະໂຍບາຍ “ສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າຂອງວຽກງານການຕ່າງປະເທດໃນການສ້າງສາ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ລະດົມບັນດາແຫຼ່ງກໍາລັງພາຍນອກເພື່ອພັດທະນາ, ຍັກສູງທີ່ຕັ້ງ ແລະ ອິດທິພົນຂອງປະເທດ. ກໍ່ສ້າງພື້ນຖານການທູດຫວຽດນາມຢ່າງຮອບດ້ານ ແລະ ທັນສະໄໝ ດ້ວຍ 3 ເສົາຄ້ຳ ຄື: ການທູດຂອງພັກ, ການທູດຂອງລັດ ແລະ ການທູດປະຊາຊົນ”.

ນີ້ແມ່ນບັນດາເນື້ອໃນທີ່ມີທັງລັກສະນະສືບທອດ ທັງແມ່ນການພັດທະນາໃໝ່ທີ່ມີຄວາມສຳຄັນທີ່ສຸດ, ຢືນຢັນຢ່າງຈະແຈ້ງເຖິງບົດບາດ, ທີ່ຕັ້ງ, ໜ້າທີ່ວຽກງານຂອງການຕ່າງປະເທດ, ການຕິດພັນຢ່າງແໜ້ນແຟ້ນລະຫວ່າງບັນດາເສົາຄ້ຳການຕ່າງປະເທດ, ກໍ່ຄືການຮຽກຮ້ອງຕ້ອງການໃນການເສີມຂະຫຍາຍບົດບາດຂອງການທູດປະຊາຊົນໃນສະຖານະການໃໝ່.

undefined
ກອງ​ປະຊຸມ​ສ້າງຕັ້ງ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ​ມາຮົກ ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 13/12/2021, ​ແມ່ນ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ປະຊາຊົນ​ສອງ​ປະ​ເທດ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ການ​ທູດ​ປະຊາຊົນ​​ໃນ​ສະພາບ​ການ​ໃໝ່.

ພັກເຮົາ ແລະ ປະທານ ໂຮ່ຈີມິນ ໄດ້ຖືບົດບາດຂອງການທູດປະຊາຊົນເປັນສໍາຄັນທີ່ສຸດ. ລຸງໂຮ່ເຄີຍເວົ້າວ່າ: “... ຢູ່ທ້ອງຟ້າ, ບໍ່ມີຫຍັງລ້ຳຄ່າໄປກວ່າປະຊາຊົນ. ໃນໂລກ, ບໍ່ມີສິ່ງໃດທີ່ເຂັ້ມແຂງໄປກວ່າກຳລັງສາມັກຄີຂອງປະຊາຊົນ” ແລະ ເພິ່ນເອງກໍໄດ້ວາງພື້ນຖານ, ນຳພາ ແລະ ສືບຕໍ່ຈັດຕັ້ງປະຕິບັດການທູດປະຊາຊົນຢ່າງໂດຍກົງ, ຊີ້ນຳສ້າງຕັ້ງບັນດາອົງການການທູດປະຊາຊົນທຳອິດຢູ່ຫວຽດນາມ ພາຍຫຼັງປະເທດຂອງເຮົາຍາດໄດ້ເອກະລາດ, ຍັງບໍ່ທັນມີການພົວພັນທາງການທູດຢ່າງເປັນທາງການກັບບັນດາປະເທດອື່ນໆ. ກອງປະຊຸມໃຫຍ່ຄັ້ງທີ 2 ຂອງພັກ (ເດືອນກຸມພາ 1951) ໄດ້ຍົກອອກຢ່າງຈະແຈ້ງເຖິງໜ້າທີ່ວຽກງານ “ເປີດກວ້າງການທູດປະຊາຊົນ”. ທັດສະນະຂອງພັກເຮົາກ່ຽວກັບວຽກງານການທູດປະຊາຊົນ ສືບຕໍ່ໄດ້ຮັບການພັດທະນາ ແລະ ປະຕິບັດໃຫ້ສຳເລັດ, ຕາມນັ້ນແລ້ວ ວຽກງານການທູດປະຊາຊົນແມ່ນພາກສ່ວນໜຶ່ງທີ່ສ້າງເປັນວຽກງານການຕ່າງປະເທດລວມຂອງຂອງພັກ, ລັດເຮົາ, ແມ່ນໜ້າທີ່ຂອງທົ່ວລະບົບການເມືອງ ແລະ ຂອງທົ່ວປວງຊົນ ເຊິ່ງຫຼັກແຫຼ່ງແມ່ນແນວໂຮມປະເທດຊາດຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ບັນດາໝູ່ຄະນະ ແລະ ບັນດາອົງການປະຊາຊົນ.

ພາຍໃຕ້ການນຳພາຂອງພັກ, ນຳໃຊ້ຫົວຄິດປະດິດສ້າງແນວຄິດ ໂຮ່ຈີມິນ ກ່ຽວກັບ “ການສົມທົບກຳລັງແຮງຂອງຊົນຊາດກັບກຳລັງແຮງຂອງຍຸກສະໄໝ”, “ບຸກເຂົ້າໃນຈິດໃຈຄົນ, ເອົາຊະນະດ້ວຍຄຸນສົມບັດສິນທຳ, ຫັນປ່ຽນດ້ວຍຄວາມຮັກແພງ, ດຶງດູດໃຈຄົນເພື່ອເພີ່ມທະວີກຳລັງແຮງຂອງຄວາມຍຸຕິທຳ”. ການທູດປະຊາຊົນບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ມີການປະກອບສ່ວນສຳຄັນເຂົ້າໃນທຸກໄລຍະຂອງການປະຕິວັດຫວຽດນາມ. ການທູດປະຊາຊົນຊ່ວຍໃຫ້ປະຊາຊົນໂລກເຂົ້າໃຈຢ່າງຈະແຈ້ງກ່ຽວກັບ ປະເທດຫວຽດນາມ ທີ່ຮັກຫອມສັນຕິພາບ, ອົງອາດກ້າແກ່ນ, ບໍ່ອ່ອນຍອມ, ຄຸນນະທຳ, ຊື່ສັດ, ທີ່ໄດ້ສ້າງເປັນແນວໂຮມປະຊາຊົນໂລກທີ່ກ້ວາງໃຫຍ່ ແລະ ເຂັ້ມແຂງແບບບໍ່ເຄີຍມີມາກ່ອນທີ່ມີຄວາມສາມັກຄີ, ໜູນຊ່ວຍຫວຽດນາມ, ປະກອບສ່ວນເຂົ້າໃນໄຊຊະນະແຫ່ງການຕໍ່ສູ້ອັນຊອບທໍາຂອງປະຊາຊົນເຮົາ ເພື່ອເອກະລາດ, ເສລີພາບ, ສັນຕິພາບ ແລະ ການທ້ອນໂຮມປະເທດຊາດ; ການທູດປະຊາຊົນ ໄດ້ພ້ອມກັບການທູດຂອງພັກ ແລະ ການທູດຂອງລັດ ຕັ້ງໜ້າໃນການ “ເປີດເສັ້ນທາງ”, ທັບມ້າງການປິດລ້ອມ, ຂວ້ຳບາດ, ຊຸກຍູ້ການຫັນການພົວພັນກັບບັນດາຄູ່ຮ່ວມມືສຳຄັນເປັນປົກກະຕິ, ລະດົມການໜູນຊ່ວຍຂອງປະຊາຊົນໂລກ ເພື່ອຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ສ້າງສາປະເທດຊາດຄືນໃໝ່.

ໃນໄລຍະແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ການທູດປະຊາຊົນ ໄດ້ມີການພັດທະນາຢ່າງເຂັ້ມແຂງ, ບັນລຸໄດ້ຜົນສໍາເລັດຫຼາຍຢ່າງໃນບັນດາຂົງເຂດສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ການຮ່ວມມືປະຊາຊົນ, ວຽກງານບໍ່ຂືຶ້ນກັບລັດຖະບານການຕ່າງປະເທດ, ເຂົ້າຮ່ວມບັນດາເວທີປາໄສປະຊາຊົນຫຼາຍຝ່າຍ, ຂໍ້ມູນການຕ່າງປະເທດ, ການຄົ້ນຄວ້າ, ເປັນເສນາທິການ, ຂົນຂວາຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຕໍ່ສູ້ກັບບັນດາທັດສະນະທີ່ຜິດພາດກ່ຽວກັບຫວຽດນາມ, ພິເສດແມ່ນໃນບັນດາບັນຫາປະຊາທິປະໄຕ, ສິດທິມະນຸດ, ອະທິປະໄຕຢູ່ທະເລ ແລະ ໝູ່ເກາະ, ປະກອບສ່ວນເພີ່ມທະວີນໍ້າໃຈມິດຕະພາບກັບປະຊາຊົນບັນດາປະເທດ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບຢ່າງໝັ້ນຄົງ, ສະຖຽນລະພາບ, ຍາດແຍ່ງການໜູນຊ່ວຍ ແລະ ແຫຼ່ງກຳລັງສາກົນ ເພື່ອຮັບໃຊ້ໃນການພັດທະນາປະເທດ, ຍົກສູງທີ່ຕັ້ງສາກົນຂອງຫວຽດນາມ.

ຄຽງຂ້າງນັ້ນ, ການທູດປະຊາຊົນຍັງມີຂໍ້ຈຳກັດ ແລະ ຄວາມຫຍຸ້ງຍາກຈໍານວນໜຶ່ງຄື: ການຮັບຮູ້ດ້ານການທູດປະຊາຊົນຍັງບໍ່ທັນຄົບຖ້ວນ, ບໍ່ເປັນເອກະພາບ; ຫຼາຍອົງການຈັດຕັ້ງປະຊາຊົນຍັງຂາດການເປັນເຈົ້າການ, ຊັກຊ້າໃນການປ່ຽນແປງໃໝ່, ປະສິດທິພາບໃນການເຄື່ອນໄຫວດ້ານການຕ່າງປະເທດຍັງບໍ່ສູງ; ບາງເອກະສານຊີ້ນໍາຂອງພັກກ່ຽວກັບການທູດປະຊາຊົນໄດ້ຮັບການຫັນເປັນກົດບັນຢັດຢ່າງຊັກຊ້າ ແລະ ຍັງບໍ່ທັນໄດ້ຮັບການປະຕິບັດຢ່າງສະເໝີຕົ້ນສະເໝີປາຍ; ຂໍ້ກຳນົດຈຳນວນໜຶ່ງບໍ່ແທດເໝາະກັບສະພາບຕົວຈິງ, ຈຳກັດລັກສະນະໄຫວພິບ ຂອງການທູດປະຊາຊົນ; ການປະສານງານລະຫວ່າງຂະແໜງການຍັງບໍ່ໄດ້ເສີມຂະຫຍາຍກໍາລັງແຮງສັງລວມຂອງການພົວພັນຕ່າງປະເທດ; ການລົງທຶນດ້ານຊັບພະຍາກອນການທູດປະຊາຊົນຍັງບໍ່ທັນເໝາະສົມ, ຖັນແຖວພະນັກງານຍັງບໍ່ໄດ້ຮັບການຕອບສະໜອງທັງດ້ານປະລິມານ ແລະ ຄຸນນະພາບ.

ຮຽນບັນດາສະຫາຍ,

ໃນບົດຂຽນ “ບາງບັນຫາທິດສະດີ ແລະ ຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະ ເສັ້ນທາງກ້າວໄປສູ່ສັງຄົມນິຍົມຫວຽດນາມ”, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊີ້ແຈ້ງວ່າ: “ຄຽງຄ້າງວຽກງານກຳນົດແຜນນະໂຍບາຍ, ທິດທາງອັນຖືກຕ້ອງ, ຮັບປະກັນບົດບາດນຳພາຂອງພັກ, ຕ້ອງເສີມຂະຫຍາຍບົດບາດມີຫົວຄິດປະດິດສ້າງຢ່າງເຂັ້ມແຂງ, ການສະໜັບສະໜູນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ... ກຳລັງແຮງຂອງປະຊາຊົນແມ່ນກົກເຄົ້າເຫງົ້າກໍອັນເລິກເຊິ່ງຂອງໄຊຊະນະ ແລະ ການ ພັດທະນາ”.

ການທູດປະຊາຊົນ ທັງແມ່ນລັກສະນະພິເສດ, ປະດິດຄິດສ້າງ ທັງເປັນຊັບສິນ, ສິ່ງລໍ້າຄ່າ, ປະສົບການອັນລ້ຳຄ່າຂອງນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ໃນສະພາບການໂລກທີ່ສັບສົນ, ສິ່ງທ້າທາຍ ແລະ ກາລະໂອກາດ, ມີທັງເປົ້າໝາຍ ແລະ ບັນດາຄູ່ຮ່ວມມື, ທັງຕໍ່ສູ້ ທັງຮ່ວມມື, ຍິ່ງກວ່າເວລາໃດໝົດ, ການທູດປະຊາຊົນຕ້ອງເສີມຂະຫຍາຍກຳລັງບົ່ມຊ້ອນ, ທີ່ຕັ້ງຂອງປະເທດ, ທ່າໄດ້ປຽບຂອງການທູດປະຊາຊົນ, ນຳໜ້າໃນການກໍ່ສ້າງ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ພື້ນຖານສັງຄົມມິດຕະພາບກັບບັນດາປະເທດ, ຍາດແຍ່ງການສະໜັບສະໜູນ ແລະ ແຫຼ່ງຊັບພະຍາກອນສາກົນ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະດວກສະບາຍ ໃຫ້ການເພີ່ມທະວີການພົວພັນລະຫວ່າງບັນດາປະເທດ, ໜູນຊ່ວຍຢ່າງມີປະສິດທິພາບ, ປະສິດທິຜົນໃຫ້ແກ່ການທູດຂອງພັກ ແລະ ການທູດຂອງລັດ.

undefined
ບັນດາສະ​ມາ​ຄົມ​ມິດ​ຕະ​ພາບ​​ໜູນ​ຊ່ວຍເພື່ອນ​ມິດ​ສາ​ກົນ​ໃນ​ການ​ຕ້ານ Covid -19, ຂໍ້​ລິ​ເລີ່ມ​ໜຶ່ງຂອງ​ລະ​ບົບ​ສະ​ຫະ​ພັນ​ມິດ​ຕະ​ພາບ.

ເພື່ອຍົກສູງປະສິດທິຜົນ ແລະ ເສີມຂະຫຍາຍບົດບາດຂອງ “ເສົາຄ້ຳການທູດປະຊາຊົນ”, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສະເໜີບັນດາກຸ່ມວິທີການແກ້ໄຂ ຄືດັ່ງຕໍ່ໄປນີ້:

ທີໜຶ່ງ: ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຢ່າງ ເລິກເຊິ່ງ, ຍົກສູງຄວາມຮັບຮູ້ເປັນເອກະພາບໃນທົ່ວລະບົບການເມືອງກ່ຽວກັບບົດບາດ, ທີ່ຕັ້ງ, ຄວາມສຳຄັນຂອງການທູດປະຊາຊົນ, ຮັບປະກັນການນຳພາຮອບດ້ານ, ເດັດຂາດຂອງພັກ ແລະ ການຄຸ້ມຄອງລວມສູນຂອງລັດ, ການສົມທົບກັນຢ່າງໃກ້ຊິດ, ມີປະສິດທິຜົນ, ແບ່ງບົດບາດ, ການໜູນຊ່ວຍລະຫວ່າງບັນດາເສົາຄ້ຳການຕ່າງປະເທດ, ລະຫວ່າງບັນດາອົງການຈັດຕັ້ງປະຊາຊົນ ຢູ່ ສູນກາງ ແລະ ທ້ອງຖິ່ນ, ເພື່ອເສີມຂະຫຍາຍໄດ້ບັນດາທ່າແຮງສະເພາະຂອງແຕ່ລະອົງການ, ແຕ່ລະເສົາຄ້ຳ ແລະ ກໍາລັງແຮງສັງລວມຂອງການຕ່າງປະເທດຂອງຫວຽດນາມ.

ກຸ່ມທີ 2: ປ່ຽນແປງໃໝ່ເນື້ອໃນ, ວິທີການຢ່າງແຂງແຮງ, ຍົກສູງຄຸນນະພາບການເຄື່ອນໄຫວໃນທຸກຂົງເຂດ, ປັບຕົວເຂົ້າກັບສະພາບການ ແລະ ໜ້າທີ່ວຽກງານໃໝ່. ຕິດແທດກັບທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ”, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ປັບປຸງ, ເປີດກວ້າງ, ຫັນເປັນຫຼາຍຮູບຫຼາຍແບບເຄືອຂ່າຍຄູ່ຮ່ວມມື, ກຳລັງ, ຂອບເຂດການເຄື່ອນໄຫວ, ສ້າງຜົນປະໂຫຍດສະຫຼັບກັບຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດບົດບາດເປັນ “ຂົວເຊື່ອມຕໍ່” ໃຫ້ເປັນຢ່າງດີ. ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ, ພິເສດແມ່ນປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ, ອາຊຽນ, ຄູ່ຮ່ວມມືຍຸດທະສາດ, ຮອບດ້ານ, ເພື່ອນມິດທີ່ເປັນມູນເຊື້ອ, ເຂົ້າສູ່ລວງເລິກ, ໝັ້ນຄົງ, ຍືນຍົງ ແລະ ລະດົມແຫຼ່ງກຳລັງສາກົນເພື່ອປະຕິບັດບັນດາເປົ້າໝາຍການພັດທະນາຂອງປະເທດ. ເປັນເຈົ້າການຊຸກຍູ້, ປົກປັກຮັກສາສິດຜົນປະໂຫຍດຂອງປະເທດຊາດ - ຊົນຊາດ, ຍາດແຍ່ງການສະໜັບສະໜູນຂອງເພື່ອນມິດສາກົນ ແລະ ພໍ່ແມ່ພີ່ນ້ອງເຮົາທີ່ຢູ່ຕ່າງປະເທດ, ພ້ອມກັນນັ້ນ ກໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນຊຸກຍູ້ການເຈລະຈາ, ປະຕິບັດກົດໝາຍສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.

ກຸ່ມທີສາມ: ກໍ່ສ້າງກຳລັງການທູດປະຊາຊົນທີ່ “ເຂັ້ມແຂງ”. ບູລະນະອົງການຈັດຕັ້ງ, ປັບປຸງກົນໄກ, ນະໂຍບາຍເພື່ອຮັບປະກັນແຫຼ່ງກໍາລັງການເງິນ ແລະ ຊັບພະຍາກອນມະນຸດໃຫ້ແກ່ການທູດປະຊາຊົນ, ຖືເປັນສໍາຄັນການບຳລຸງສ້າງ, ບຳລຸງ, ກໍ່ສ້າງຖັນແຖວພະນັກງານການທູດປະຊາຊົນສະເພາະກິດຢ່າງໝັ້ນຄົງ, ມີຄຸນສົມບັດປະຕິວັດ ແລະ ຈັນຍາບັນ, ມີຄຸນນະທາດທາງດ້ານການເມືອງ, ສຸດອົກສຸດໃຈ, ມີຄວາມສາມາດເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານ.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີຂໍ້ສະເໜີແນະ ສອງຂໍ້ ແມ່ນ:

ທີໜຶ່ງ: ຄະນະເລຂາທິການສູນກາງພັກປະກາດໃຊ້ຄຳສັ່ງສະບັບໃໝ່ກ່ຽວກັບການທູດປະຊາຊົນ ໂດຍໄວ ເພື່ອປ່ຽນແທນຄຳສັ່ງເລກທີ 04-CT/TW ລົງວັນທີ 6 ກໍລະກົດ 2011 ຂອງຄະນະເລຂາທິການ (ສະໄໝທີ XI) ໃຫ້ເໝາະສົມກັບບົດບາດ, ໜ້າທີ່ໃໝ່ ເຊິ່ງແມ່ນເສົາຄໍ້າຂອງນະໂຍບາຍການຕ່າງປະເທດຂອງຫວຽດນາມ.

ທີສອງ: ຫັນບັນດາອົງການຄຸ້ມຄອງລັດເປັນກົດບັນຢັດຢ່າງທັນການ ແລະ ຈັດຕັ້ງປະຕິບັດແນວທາງ ແລະ ນະໂຍບາຍຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ສ້າງເງື່ອນໄຂສະດວກ, ຮັບປະກັນແຫຼ່ງກໍາລັງທີ່ເໝາະສົມ ເພື່ອການທູດປະຊາຊົນປະຕິບັດສຳເລັດໜ້າທີ່.

ຮຽນບັນດາສະຫາຍ,

ບັນດາບຸກຄົນທີ່ເຮັດວຽກງານການທູດປະຊາຊົນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່່ອການທູດປະຊາຊົນຈະເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມ ຮອບດ້ານ ແລະ ທັນສະໄໝຢ່າງແທ້ຈິງ, ປະກອບສ່ວນເຂົ້າໃນການປະຕິບັດຄວາມຕັ້ງຫວັງສ້າງສາປະເທດຫວຽດນາມໃຫ້ເຂັ້ມແຂງ, ຮຸ່ງເຮືອງ, ມີຄວາມຜາສຸກ ແລະ ເພີ່ມທະວີສັນຕິພາບ ແລ ະນໍ້າໃຈມິດຕະພາບ ລະຫວ່າງປະຊາຊົນໃນທົ່ວໂລກ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.