ລາວກາຍ ໃຫ້ຈະຈັດງານບຸນດອກກຸຫຼາບ

14:00 | 26/04/2022

ຍສໝ - ແຕ່ວັນທີ 23 ເມສາ ຫາ 23 ພຶດສະພາ 2022, ງານບຸນດອກກຸຫຼາບ Fansipan ປີ 2022 ດ້ວຍຫົວຂໍ້ "ດິນແດນແຫ່ງດອກກຸຫຼາບໃນເມກ" ທີ່ມີຂອບຂະໜາດໃຫຍ່ ແລະ ມີງານສິລະປະຫຼາຍຢ່າງທີ່ອຸດົມສົມບູນໄປດ້ວຍເອກະລັກທາງຕາເວັນຕົກສ່ຽງເໜືອ ຈະນຳມາໃຫ້ນັກທ່ອງທ່ຽວ ເຊິ່ງບັນດາການລົງພຶດຕິກຳຕົວຈິງກັບດອກກຸຫຼາບທີ່ເປັນເອກະລັກທີ່ບໍ່ເຄີຍມີມາກ່ອນ.

ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ
ລາວກາຍ ຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວດ້ວຍຫລາຍລາຍການທີ່ຈັບອົກຈັບໃຈ ລາວກາຍ ຊຸກຍູ້ຄວາມຕ້ອງການດ້ານທ່ອງທ່ຽວດ້ວຍຫລາຍລາຍການທີ່ຈັບອົກຈັບໃຈ

ງານ​ບຸນ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່ອມ​ພູ ດອກກຸຫຼາບ ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ (ມີ​ເນື້ອ​ທີ່ 50.000 ຕາ​ແມັດ) ຂຶ້ນ​ກັບ​ເຂດ​ທ່ອງ​ທ່ຽວ Sun World Fansipan Legend, ເຊິ່ງໄດ້ເຕົ້າ​ໂຮມຕົ້ນເຄືອ​ດອກ​ກຸ​ຫຼາບ​ 10.000 ກວ່າ​ເຄືອ, ດອກ​ກຸຫຼາບ Sa Pa ແບບດັ້ງເດີມ 1,5 ເຮັກຕາ ແລະ ດອກ​ກຸຫຼາບ​ເກືອບ 100 ຊະ​ນິດຈາກຫຼາຍປະເທດເຊັ່ນ: ອັງກິດ, ຝຣັ່ງ, ຍີ່ປຸ່ນ ...

​ໃນ​ຂອບ​ເຂດ​ຂອງ​ງານ​ບຸນ ​ຈະໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ ​ແລະ ກິດຈະກຳ​ຫຼາຍ​ຢ່າງ​ ດ້ວຍ​ຫົວ​ຂໍ້​ວ່າ "ດິນແດນແຫ່ງດອກກຸຫຼາບໃນເມກ" ​ແລະ ແຫ່ຂະບວນລົດດອກ​ກຸຫຼາບ.

ລາວກາຍ ໃຫ້ຈະຈັດງານບຸນດອກກຸຫຼາບ
ລາວກາຍ ໃຫ້ຈະຈັດງານບຸນດອກກຸຫຼາບ. (ພາບ: vietnamplus)

ຕອນ​ເຊົ້າ​ ແລະ ​ຕອນ​ບ່າຍ​ຂອງ​ວັນ​ທີ 23 ​ເມສາ​ນີ້, ຄະນະ​ແຫ່​ຂະ​ບວນລົດ​ດອກ​ໄມ້ມີ 48 ຄັນ ​ພາຍ​ໃຕ້​ການບັນຊາ​ຂອງ​ນັກສະແດງ​ໃນ​ຊຸດ​ອາພອນ​ປະຈຳ​ເຜົ່າ ​ເຊິ່ງຈະ​ອອກ​ຈາກ​ສະຖານີກະເຊົ້າໄຟຟ້າ ​ແລະ ​ຜ່ານ​ຖະໜົນ​ໃຈກາງເທດສະບານ​ເມືອງ​ຊາ​ປາ. ການ​ແຫ່​ຂະ​ບວນຈະຢຸດຢູ່ທີ່ສີ່ແຍກ Aha Cafe, San Quan ແລະ Sun Plaza Cau May ເພື່ອໃຫ້ນັກທ່ອງທ່ຽວໄດ້ຖ່າຍຮູບ ແລະ ເບິ່ງນັກສິລະປິນສະແດງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.