ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ

08:06 | 08/03/2022

ຍສໝ - ໃນ​ປີ 2022, ລາວ​ກາຍ ສູ້​ຊົນ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ 4 ລ້ານ​ເທື່ອ​ຄົນ​ຂຶ້ນ​ໄປ ດ້ວຍ​ລາຍ​ຮັບ​ຈາກ​ການທ່ອງທ່ຽວ​ບັນລຸ​ກວ່າ 15.000 ຕື້​ດົ່ງ. ນີ້​ແມ່ນ​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ​ ໃນ​ແຜນການ​ປະຕິບັດ​ໂຄງການ 03-DA/TU ​ໃນ​ປີ 2022 ກ່ຽວ​ກັບ “ການ​ພັດທະນາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ ລາວ​ກາຍ ​ໄລຍະ 2020 – 2025”.

ການຟື້ນຟູການທ່ອງທ່ຽວໃນເຂດທົ່ງພຽງແມ່ນ້ຳຂອງ ການຟື້ນຟູການທ່ອງທ່ຽວໃນເຂດທົ່ງພຽງແມ່ນ້ຳຂອງ
ບັນດາສະຖານທີ່ທ່ອງທ່ຽວ ບັກກ້ານ ທີ່ບໍ່ຄວນພາດ ບັນດາສະຖານທີ່ທ່ອງທ່ຽວ ບັກກ້ານ ທີ່ບໍ່ຄວນພາດ

ໃນ​ຊຸມ​ເດືອນ​ຕົ້ນ​ປີ 2022, ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ມາດ​ຕະການ​ເປີດປະຕູຕ້ອນຮັບແຂກມ່ອງທ່ຽວ​ທີ່​ປອດ​ໄພ, ມີໄຫວພິບ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ, ລາວ​ກາຍ​ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫຼວງ​ຫຼາຍ ​ແລະ ຂະແໜງ​ການທ່ອງທ່ຽວມີສັນຍານການຟື້ນຕົວຢ່າງຕັ້ງໜ້າ. ​ເດືອນ​ກຸມພາ 2022 ມີ​ນັກ​ທ່ອງ​ທ່ຽວ​ມາ​ລາວ​ກາຍ 245.250 ຄົນ, ​ເພີ່ມ​ຂຶ້ນ 261.2% ​ເມື່ອ​ທຽບ​ໃສ່​ເດືອນ​ມັງກອນ​ປີ 2022. ລວມຍອດລາຍຮັບຈາກການທ່ອງທ່ຽວ ໃນເດືອນກຸມພາ 2022 ບັນລຸປະມານ 993,9 ຕື້ດົ່ງ, ເພີ່ມຂຶ້ນ 373,3% ເມື່ອທຽບໃສ່ເດືອນກ່ອນ.

ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ
ໃນປີ 2022, ລາວກາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ກວ່າ 4 ລ້ານເທື່ອຄົນ. (ພາບ: laocaitv)

ການພັດທະນາ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ​ແມ່ນ​ເນື້ອໃນທີ່ໄດ້ຮັບຄວາມ​ສົນ​ໃຈ ​ແລະ ຖືເປັນສຳຄັນໃນ​ຍຸດ​ທະ​ສາດ​ພັດທະນາ​ການທ່ອງທ່ຽວ​ຂອງ​ແຂວງ ລາວ​ກາຍ. ໂດຍຍາດ​ແຍ່ງ​ໝູນໃຊ້​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ຂອງ​ແຂວງ, ​ໃນ​ປີ 2022, ລາວ​ກາຍ ​ໄດ້ກຳນົດທິດສ້າງ​ລະບົບ​ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ງານ​ບຸນ ​ແລະ ຈິດ​ວິນຍານ ຄື: ຕະຫຼາດ​ຄວາມຮັກ​ ຊາ​ປາ, ງານ​ບຸນ​ພູ​ພຽງ​ຂາວ ​​ບັກ​ຮ່າ, ງານ​ບຸນ​ຫິມະ; ງານ​ບຸນ​ສິ່ງຍອດຍິ່ງ ພາກຕາເວັນຕົກສ່ຽງເໜືອ, ການທ່ອງ​ທ່ຽວໃນຄວາມເຫຼື້ອມໃສ ບ່າ​ວ​ຮ່າ - ວັດ​ທ້ວນ - ລຸງ​ໂປ - Fansipan.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.