ການນໍາແຂວງແຄ໊ງຮວ່າ ເຮັດວຽກກັບການນຳນະຄອນຫຼວງວຽງຈັນ

07:50 | 25/04/2022

ວັນທີ 22 ເມສາ, ທີ່ຫ້ອງການອໍານາດການປົກຄອງນະຄອນຫຼວງວຽງຈັນ, ຄະນະຜູ້ແທນຂັ້ນສູງແຂວງແຄ໊ງຮວ່າ ນໍາໂດຍທ່ານ ຮ່າກວກຈິ ຮອງເລຂາຄະນະພັກແຂວງແຄ໊ງຮວ່າ ໄດ້ມີການແລກປ່ຽນ, ເຮັດວຽກກັບຄະນະການນໍານະຄອນຫຼວງວຽງຈັນ.

ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ ການນຳພັກ, ລັດ ລາວ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ
ລາວ ເລີ່ມລົງມືກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ລາວ ເລີ່ມລົງມືກໍ່ສ້າງ ອາຄານກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ
ທ່ານ ຮ່າກວກຈິ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ. ພາບ: ແຄ໊ງຮ່າ.
ທ່ານ ຮ່າກວກຈິ ມອບຂອງຂວັນເປັນທີ່ລະນຶກໃຫ້ທ່ານເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ. ພາບ: ແຄ໊ງຮ່າ.

ທີ່ການເຮັດວຽກ, ທ່ານ ຮ່າກວກຈິ ໄດ້ແຈ້ງໃຫ້ຝ່າຍເພື່ອນຊາບກ່ຽວກັບຂໍ້ຕົກລົງເລກທີ 09-NQ/TW, ລົງວັນທີ 28 ມັງກອນ ປີ 2022 ຂອງກົມການເມືອງກ່ຽວກັບການສ້າງສາ, ພັດທະນາແຂວງແຄ໊ງຮວ່າ ຮອດປີ 2030, ວິໄສທັດຮອດປີ 2045. ຄຽງຂ້າງນັ້ນ, ທ່ານ ຮ່າກວກຈິ ກໍ່ແຈ້ງໃຫ້ການນໍານະຄອນຫຼວງວຽງຈັນ ຊາບກ່ຽວກັບການພົວພັນຮ່ວມມືລະຫວ່າງແຂວງແຄ໊ງຮວ່າ ແລະບັນດາທ້ອງຖິ່ນຂອງລາວ ໃນໄລຍະຜ່ານມາ, ພ້ອມທັງສະເໜີບາງມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງທ້ອງຖິ່ນໃນໄລຍະຈະມາເຖິງ. ເນື່ອງໃນໂອກາດນີ້, ການນໍາແຂວງແຄ໊ງຮວ່າ ໄດ້ເຊີນການນໍານະຄອນຫຼວງວຽງຈັນ ມາຢ້ຽມຢາມແຂວງແຄ໊ງຮວ່າ ແລະເຂົ້າຮ່ວມງານມະໂຫລານການທ່ອງທ່ຽວທະເລຍາຈາງ 2022 ເຊິ່ງຄາດຄະເນວ່າຈະຈັດຕັ້ງໃນເດືອນມີຖຸນາ ປີນີ້.

ໃນວັນດຽວກັນ, ທີ່ສໍານັກງານສະຖານທູດຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ, ທ່ານ ຮ່າກວກຈິ ກໍ່ໄດ້ມີການເຮັດວຽກກັບທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງແຂວງແຄ໊ງຮວ່າ, ກໍ່ຄືການພົວພັນຮ່ວມມືໃນໄລຍະຜ່ານມາລະຫວ່າງແຂວງແຄ໊ງຮວ່າ ແລະບັນດາທ້ອງຖິ່ນລາວ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.