ນະຄອນໂຮຈິມິນ ກຽມພ້ອມຊ່ວຍເຫຼືອວິສາຫະກິດອິຣານສຶກສາຊອກຮູ້ການລົງທືນ

13:09 | 23/04/2022

ຍ​ສ​ໝ - ວັນທີ 19/4, ທ່ານ ຟານວັນມ້າຍ ປະທານຄະນະກໍາມະການປະຊາຊົນ ນະຄອນໂຮຈິມິນ ໄດ້ພົບປະກັບທ່ານ ອາລີ ອາກບາ ນາຊາຣີ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິສະລາມ ອີຣານ ໃນໂອກາດ ມາເຮັດວຽກຢູ່ນະຄອນໂຮຈິມິນ.

ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ລັດຖະມົນຕີກະຊວງ ແຜນການ ແລະ ການລົງທືນ ຕ້ອນຮັບ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ
ການລົງທືນ ຂອງ ຫວຽດນາມ ໃນກະສິກຳ, ການສຶກສາ ແລະ ເຕັກໂນໂລຊີຍັງໜ້ອຍຢູ່ ການລົງທືນ ຂອງ ຫວຽດນາມ ໃນກະສິກຳ, ການສຶກສາ ແລະ ເຕັກໂນໂລຊີຍັງໜ້ອຍຢູ່

ໃນການພົບປະ ທ່ານປະທານຄະນະກໍາມະການປະຊາຊົນ ນະຄອນໂຮຈິມິນ ຟານວັນມ້າຍ ໄດ້ຢັ້ງຢືນວ່າ ນະຄອນໂຮຈິມິນ ກຽມພ້ອມສ້າງເງື່ອນໄຂຊຸກຍູ້ວິສາຫະກິດອິຣານ ເພື່ອໃຫ້ຮັບຮູ້ໄດ້ການລົງທຶນ ຢູ່ນະຄອນໂຮຈິມິນ; ໄດ້ສ້າງຕັ້ງສາຍພົບພັນຮ່ວມມືລະຫວ່າງນະຄອນໂຮຈິມິນ ແລະ ນະຄອນ ບາຮານ(ອີຣານ), ພ້ອມດຽວກັນນັ້ນກໍຫວັງວ່າອີຣານຈະສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ວິສາຫະກິດຂອງນະຄອນ ເພື່ອນໍາເອົາຜະລິດຕະພັນກະສິກໍາຫວຽດນາມສົ່ງໄປອີຣານ ແລະ ການທ່ອງທ່ຽວ ລະຫວ່າງ ນະຄອນໂຮຈິມິນ ກັບ ອີຣານ.

ນະຄອນໂຮຈິມິນ ກຽມພ້ອມຊ່ວຍເຫຼືອວິສາຫະກິດອິຣານສຶກສາຊອກຮູ້ການລົງທືນ
ນະຄອນໂຮຈິມິນ ກຽມພ້ອມຊ່ວຍເຫຼືອວິສາຫະກິດອິຣານສຶກ​ສາ​ຊອກ​ຮູ້ການລົງທືນ.ພາບ: thanhuytphcm

ທ່ານ ຟານວັນມ້າຍ ເຊື່ອໝັ້ນວ່າ ໃນວາລະພຳນັກແລະເຮັດວຽກຢູ່ຫວຽດນາມ ທ່ານທູດ ອາລີ ອາກບາ ນາຊາຣີ ຈະມີຫຼາຍໜ້າກິດຈະກໍາໃນການກະຕຸກຊຸກຍູ້ບັນດາລາຍການຮ່ວມມື, ປະກອບສ່ວນການພັດທະນາສາຍພົວ ພັນຮ່ວມມືລະຫວ່າງອີຣານ ແລະ ຫວຽດນາມ, ໃນນັ້ນກໍແມ່ນນະຄອນໂຮຈິມິນ.

ທ່ານທູດ ອາລີ ອາກບາ ນາຊາຣີ ໄດ້ຕີລາຄາສູງຕໍ່ຫວຽດນາມໃນການຄວບຄຸມການລະບາດຂອງພະຍາດໂຄວິດ19; ອັດຕາສ່ວນການສັກວັກຊິນແມ່ນຢູ່ອັນດັບ 6 ຂອງໂລກ; ໄດ້ປະກອບສ່ວນຫຼາຍອັນຢູ່ບົນເວທີຫຼາຍຝ່າຍ, ປະກອບສ່ວນໃນການຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພຂອງໂລກ.

ການພົບປະກໍໄດ້ປືກສາຫາລືກ່ຽວກັບບັ້ນການລະນຶກ 50 ປີ ຂອງການສ້າງຕັ້ງສາຍພົວພັນການຕ່າງປະເທດລະຫວ່າງຫວຽດນາມ - ອີຣານ ( 4/8/1973 – 4/8/2023), ທ່ານທູດ ອາລີ ອາກບາ ນາຊາຣີ ກໍຫວັງວ່າ ນະຄອນໂຮຈິມິນ ຈະສ້າງເງື່ອນໄຂໃນການສ້າງຕັ້ງສາຍພົວພັນຮ່ວມມືລະຫວ່າງນະຄອນໂຮຈິມິນ ກັບ ນະຄອນບາຮານ ໃນບັນດາຂົງເຂດຮ່ວມມືທາງດ້ານການຄ້າ, ການລົງທຶນ. ຄຽງຂ້າງກັນນັ້ນ ກໍໃຫ້ການຊຸກຍູ້ຊ່ວຍເຫຼືອການດໍາເນີນງານຂອງງານຕະຫຼາດການຄ້າ, ຊອກຮູ້ການຕະຫຼາດອິຣານ; ເປີດເສັ້ນທາງສາຍການບິນຕົງແຕ່ອີຣານ ເຖີງ ນະຄອນໂຮຈິມິນ, ຊື່ງເປັນການປະກອບສ່ວນສົ່ງເສີມການຄ້າ, ການລົງທືນ ລະຫວ່າງຫວຽດນາມ - ອີຣານ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.