ການລົງທືນ ຂອງ ຫວຽດນາມ ໃນກະສິກຳ, ການສຶກສາ ແລະ ເຕັກໂນໂລຊີຍັງໜ້ອຍຢູ່

20:47 | 29/10/2018

ຍສໝ - ຂໍ້ມູນຈາກກົມລົງທືນຕ່າງປະເທດ, ກະຊວງແຜນການ ແລະ ການລົງທືນ, ມາຮອດວັນທີ 20 ຕຸລາ ປີ 2018, ຄິດໄລ່ກ່ຽວກັບບັນດາໂຄງການ-ການລົງທືນໂດຍກົງຂອງຕ່າງປະເທດ (FDI) ໄດ້ອະນຸມັດເງິນ ແລ້ວ 15,1 ຕື້ USD, ເພີ່ມຂື້ນ 6,3 % ທຽບກັບປີ2017. 10 ເດືອນຂອງປີ 2018 ລວມຍອດທືນ FDI ເຂົ້າຫວຽດນາມ ແມ່ນ 27,9 ຕື້ USD, ເທົ່າກັບ 98,8% ທຽບໃສ່ປີ 2017.

ການລົງທືນ ຂອງ ຫວຽດນາມ ໃນກະສິກຳ, ການສຶກສາ ແລະ ເຕັກໂນໂລຊີຍັງໜ້ອຍຢູ່

ແຫຼ່ງທີ່ມາ ກະຊວງ ແຜນການ ແລະ ການລົງທືນ ຫວຽດນາມ.

ປະຈຸບັນ ມີ 105 ປະເທດ ແລະ ເຂດແຄ້ວນ ໄດ້ເຂົ້າມາລົງທືນ ຢູ່ ປະເທດ ຫວຽດນາມ. ຕົວເລກໄດ້ສະແດງໃຫ້ເຫັນວ່າ ປະເທດ ຍີປຸ່ນ ແມ່ນປະເທດ ອັນດັບ ໜຶ່ງ ດ້ວຍທືນທີ່ນຳເຂົ້າມາລົງທືນເຖິງ 7,6 ຕື້ USD, ກວມ 27,5% ຍອດລວມທືນຂອງການລົງທືນ. ປະເທດເກົາຫຼີໃຕ້ ເປັນປະເທດອັນດັບທີສອງ ດ້ວຍທືນຈຳນວນ 6,5ຕື້ USD, ກວມ 23,4% ຍອດລວມທືນຂອງການລົງທືນເຂົ້າຫວຽດນາມ. ປະເທດສິງກະໂປ ເປັນປະເທດອັນດັບສາມ ດ້ວຍຈຳນວນ 63,9ຕື້ USD, ກວມ 14% ຍອດລວມທືນຂອງການລົງທືນເຂົ້າຫວຽດນາມ.

ໃນລາຍຊື່ຂອງກົມການລົງທືນຂອງຕ່າງປະເທດ ທືນ FDI ໄດ້ລົງທືນເຂົ້າໃນ 18 ຂົງເຂດ, ໃນນັ້ນອຸດສາຫະກຳປຸງແຕ່ງ, ປະກອບຊິ້ນສ່ວນ ເປັນຂົງເຂດທີ່ດຶງດູດຄວາມສົນໃຈໄດ້ຫຼາຍທີ່ສຸດ ໂດຍມີມູນຄ່າເຖິງ 13,2 ຕື້ USD,ກວມ 47,5% ຂອງຍອດລວມການລົງທືນຈົດທະບຽນທັງໝົດ. ຕໍ່ມາແມ່ນການເຮັດທຸລະກິດກ່ຽວກັບອະສັງຫາລິມມະຊັບ ດ້ວຍມູນຄ່າ 5,7 ຕື້ USD, ກວມ 20,4%ຂອງທືນຈົດທະບຽນທັງໝົດ. ອັນທີສາມແມ່ນຂົງເຂດຄ້າຂາຍ, ຂາຍຍ່ອຍ ດ້ວຍມູນຄ່າການລົງທືນທີ່ຈົດທະບຽນທັງໝົດ 2,3ຕື້ USD, ກວມ 8,5% ຂອງຍອດລວມການລົງທືນທີ່ຈົດທະບຽນທັງໝົດ

ຂົງເຂດກະສິກຳ, ການສຶກສາ ແລະ ເຕັກໂນໂລຊີ ໂຄງການ FDI ໄດ້ລົງທືນ ແລະ ສະແດງອອກມາໄດ້ໜ້ອຍ ບາງຄັ້ງຄາວຈິ່ງມີໂຄງການ ມູນຄ່າລ້ານ USD.

ດັ່ງນັ້ນຈິ່ງເຫັນໄດ້ວ່າ ນັກລົງທືນຕ່າງປະເທດຍັງຄົງໃຫ້ຄວາມສຳຄັນຫຼາຍຕໍ່ກັບຂົງເຂດທີ່ໃຫ້ຜົນຕອບແທນ ແລະ ຖອນທືນໄວ.

ປະຈຸບັນ FDI ໄດ້ປະກົດຢູ່ໃນ 59/63 ແຂວງ, ນະຄອນໃນທົ່ວປະເທດ. ຮ່າໂນ້ຍ ແມ່ນທ້ອງຖິ່ນທີ່ດຶງດູດທືນໄດ້ຫຼາຍທີ່ສຸດເຖິງ 6,15 ຕື້ USD, ກວມ 22% ຂອງຍອດລວມການລົງທືນ; ສອງແມ່ນນະຄອນ ໂຮ່ຈີ໋ມິງ ຈຳນວນ 4,6 ຕື້ USD, ກວມ 16,5% ຂອງຍອດລວມການລົງທືນ. ບ່າເລັຍ-ວຸ໋ງເຕົ່າ ມາເປັນທີ ສາມດ້ວຍຍອດລວມຂອງການລົງທືນທີ່ໄດ້ຈົດທະບຽນ 2,4 ຕື້ USD, ກວມ 8,8%ຂອງຍອດລວມການລົງທືນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.