ການທ່ອງທ່ຽວອາຫານ ຢູ່ຫາຍຟ່ອງ ໂດຍລົດໄຟພາຍໃນມື້ດຽວ

09:12 | 21/04/2022

ຍສໝ - ຜູ້​ໂດຍ​ສານ​ສາ​ມາດ​ໄປ "ທ່ອງ​ທ່ຽວ​ສະ​ບຽງ​ອາ​ຫານ" ຢູ່ຫາຍຟ່ອງ ໂດຍ​ທາງ​ລົດ​ໄຟ​ພຽງ​ແຕ່ພາຍໃນ​ຫນຶ່ງ​ມື້.

ບັນດາອົງການຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ ວາງແຜນເປີດການທ່ອງທ່ຽວຄືນໃໝ່, ທົດລອງຕ້ອນຮັບແຂກສາກົນມາທ່ອງທ່ຽວຟູກວກ ບັນດາອົງການຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ ວາງແຜນເປີດການທ່ອງທ່ຽວຄືນໃໝ່, ທົດລອງຕ້ອນຮັບແຂກສາກົນມາທ່ອງທ່ຽວຟູກວກ
ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງທີ່ມີບັນດາທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ ພິເສດແມ່ນການທ່ອງທ່ຽວຊຸມຊົນ ເຂດທາງທິດຕາເວັນຕົກສຽງເໜືອ ແມ່ນແຫ່ງທີ່ມີບັນດາທ່າໄດ້ປຽບເພື່ອພັດທະນາການທ່ອງທ່ຽວ ພິເສດແມ່ນການທ່ອງທ່ຽວຊຸມຊົນ

ບໍລິສັດຫຸ້ນສ່ວນຂົນສົ່ງລົດໄຟ ຮ່າໂນ້ຍ ໃຫ້ຮູ້ວ່າ: ປະຈຸບັນ, ວິສາຫະກິດນີ້ ໄດ້ແລ່ນລົດໄຟໂດຍສານ 3 ຖ້ຽວໄປ-ກັບຄືນໃໝ່ໃນເສັ້ນທາງ ຮ່າໂນ້ຍ - ຫາຍຟ່ອງ ໃນແຕ່ລະວັນ ແທນ 2 ຖ້ຽວໄປ-ກັບກ່ອນ, ໃນນັ້ນມີຖ້ຽວ: LP5/LP6, LP3/LP8 ແລະ LP7/HP2, ໃນທ້າຍອາທິດເພີ່ມອີກ HP1 / LP2.

ການທ່ອງທ່ຽວອາຫານ ຢູ່ຫາຍຟ່ອງ ໂດຍລົດໄຟພາຍໃນມື້ດຽວ

ສະຖານີລົດໄຟ​ຫາຍ​ຟ່ອງ, ​ແມ່ນ​ບ່ອນ​ຖ່າຍຮູບ​ເຊັກ​ອິນ​ທີ່​ນິຍົມ​ຂອງ​ນັກ​ທ່ອງ​ທ່ຽວ​ໜຸ່ມ. ພາບ: ອິນເຕີເນັດ

ສະ​ນັ້ນ, ຜູ້​ໂດຍສານ​ທີ່​ມີ​ຄວາມ​ຫຼົງໄຫຼ​ໃນ​ການ​ທ່ອງ​ທ່ຽວ​ລ້ວນ​ແຕ່​ສາມາດ “ທ່ອງ​ທ່ຽວສະບຽງ​ອາຫານ” ​ໄປ​ແຂວງ ຫາຍ​ຟ່ອງ ດ້ວຍ​ລົດ​ໄຟ​ໃນ​ແຕ່​ລະ​ມື້​ດ້ວຍ​ເງິນ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ແສນ​ດົ່ງ. ​ລາຄາ​ປີ້​ລົດ​ໄຟ​​ແມ່ນ​ປະມານ 100.000 ດົ່ງ/ປີ້/ຖ້ຽວ.

​ໃນ​ຕອນ​ເຊົ້າ​, ​ແຂກ​ຄົນ​ສາມາດ​ຂຶ້ນ​ລົດ​ໄຟ HP1 ອອກ​ຈາກ​ສະຖານີ​ລົດໄຟຮ່າ​ໂນ້ຍ​ໃນ​ເວລາ 6:00 ​ໂມງ​ຂອງ​ວັນ, ພາຍຫຼັງ​ແລ່ນ​ພຽງ 2 ຊົ່ວ​ໂມງກວ່າ, ​ລົດ​ໄຟ​ກໍຮອດ​ສະຖານີລົດໄຟ​ຫາຍ​ຟ່ອງ​​ເວລາ 8:25 ​ໂມງ.

ມາຮອດຫາຍຟ່ອງ ແຂກຄົນສາມາດເດີນທາງດ້ວຍລົດແທັກຊີ, ລົດເມ ຫຼືເຊົ່າລົດຈັກ, ຫຼືອາດຈະຍ່າງເພື່ອເພີດເພີນກັບອາຫານແຊບໆຂອງ ຫາຍຟ່ອງ.

ການທ່ອງທ່ຽວອາຫານ ຢູ່ຫາຍຟ່ອງ ໂດຍລົດໄຟພາຍໃນມື້ດຽວ
ຂະບວນລົດໄຟ ຮ່າໂນ້ຍ - ຫາຍຟ່ອງ ມີຜູ້ໂດຍສານເປັນຈໍານວນຫຼວງຫຼາຍ ເນື່ອງໃນໂອກາດວັນໄຫວ້ບູຊາ ເຈົ້າຊີວິດ ຮຸ່ງ. ພາບ: baogiaothong.vn

ໃນຕອນທ້າຍຂອງມື້ທ່ຽວຊົມ, ຄົ້ນຫາຈຸດເຊັກອິນ, ຮັບປະທານອາຫານຂອງຫາຍຟ່ອງ, ແຂກຈະຂຶ້ນລົດໄຟ HP2 ອອກຈາກສະຖານີ ລົດໄຟຫາຍຟ່ອງ ເວລາ 18:40 ໂມງ, ມາຮອດສະຖານີລົດໄຟຮ່າໂນ້ຍ ເວລາ 21:26 ໂມງ.

ບູນມີ

ເຫດການ
302 Found

Found

The document has moved here.