ແລກປ່ຽນກ່ຽວກັບຄວາມອາດສາມາດໃນການຮ່ວມມືດ້ານການແພດ ລະຫວ່າງ ຫວຽດນາມ - ອີຣານ

16:07 | 07/04/2022

ຍສໝ - ໂດຍຜັນຂະຫຍາຍເນື້ອໃນແລກປ່ຽນຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ອີຣານ ທີ່ກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 7, ວັນທີ 4 ເມສາ, ທ່ານເອກອັກຄະລັດຖະທູດ ເລືອງກວກຮຸຍ ໄດ້ມີການເຮັດວຽກກັບທ່ານ Eshan Mohebbi, ຮອງປະທານຂັ້ນສູງກຸ່ມບໍລິສັດ Tadbir ເພື່ອແລກປ່ຽນກ່ຽວກັບຄວາມເປັນໄປໄດ້ຂອງການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດການແພດ.

VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022 VUFO, ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນບຸນປີໃໝ່ລາວ 2022
ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ ຫວຽດ​ນາມ ແລະ ອັງ​ກິດ ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ການ​ສຶ​ກ​ສາ​ວິ​ຊາ​ຊີບ
undefined
ບັນຍາກາດທີ່ການເຮັດວຽກ. ພາບ: baoquocte.vn

ປະຈຸບັນ, Tadbir ເປັນຜູ້ບຸກເບີກໃນການຄົ້ນຄວ້າ ແລະ ພັດທະນາວັກຊີນຕ້ານ Covid-19 ດ້ວຍວັກຊີນ 2 ຊະນິດຄື Coviran Barekat, ເຊິ່ງໄດ້ຮັບການອະນຸມັດໃຫ້ນຳໃຊ້ໃນອີຣານ, ພວມໃນໄລຍະລໍຖ້າການອະນຸມັດຈາກອົງການອະນາໄມໂລກ (WHO) ແລະ ວັກຊີນ Coviran Barekat Plus ຕ້ານສາຍພັນ Omicron ແມ່ນຢູ່ໃນໄລຍະການທົດລອງ.

ທ່ານເອກອັກຄະລັດຖະທູດ ເລືອງກວກຮຸຍ ໄດ້ແນະນຳບັນດາຜົນງານສຳຄັນຂອງຫວຽດນາມ ໃນການຕ້ານໂລກລະບາດ Covid – 19. ຍ້ອນການປະຕິບັດຍຸດທະສາດວັກຊີນຢ່າງແຂງແຮງ, ມາຮອດປະຈຸບັນ, ຫວຽດນາມໄດ້ຮັບວັກຊີນ 219 ລ້ານໂດຮ.

ຫວຽດນາມ ເປັນໜຶ່ງໃນ 6 ປະເທດທີ່ມີອັດຕາການປົກຄຸ້ມວັກຊີນສູງທີ່ສຸດໃນໂລກ ແລະ ເປັນໜຶ່ງໃນຈຳນວນ 11 ປະເທດທີ່ໄດ້ຮັບການມອບໂອນເຕັກໂນໂລຊີການຜະລິດວັກຊີນ mRNA ຈາກ WHO.

ທ່ານເອກອັກຄະລັດຖະທູດ ເລືອງກວກຮຸຍ ຕີລາຄາສູງບັນດາຜົນງານທີ່ອີຣານບັນລຸໄດ້ໃນການຄົ້ນຄວ້າ ແລະ ຜະລິດວັກຊີນ, ປາດຖະໜາວ່າ ກະຊວງສາທາລະນະສຸກ ກໍ່ຄືບັນດາຫົວໜ່ວຍຄົ້ນຄວ້າ ແລະ ຜະລິດວັກຊີນຂອງ 2 ປະເທດ ຈະມີການຮ່ວມມືລະອຽດໃນໄລຍະຈະມາເຖິງ.

ໄຊພອນ

ເຫດການ
302 Found

Found

The document has moved here.