ຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນຫວຽດນາມ ແລະ ອີຣານ

09:00 | 30/03/2021

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານນາງປະທານສະຫະພັນມິດຕະພາບຫວຽດນາມ ຫງວຽນເຟື່ອງງາ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດອິດສະລາມອີຣານ ປະຈຳຫວຽດນາມ ທ່ານ Ali Akbar Nazari.

ຊ ກຍ ການຮ ວມມ ລະຫວ າງປະຊາຊ ນຫວຽດນາມ ແລະ ອ ຣານ ທ່ານເອກອັກຄະລັດຖະທູດອີຣານ ປະຈຳຫວຽດນາມ Ali Akbar Nazari: ປາດຖະໜາຢາກເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານລະຫວ່າງສອງປະເທດ
ຊ ກຍ ການຮ ວມມ ລະຫວ າງປະຊາຊ ນຫວຽດນາມ ແລະ ອ ຣານ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ

ທີ່ການພົບປະ, ທ່ານນາງປະທານສະຫະພັນມິດຕະພາບຫວຽດນາມ ຫງວຽນເຟື່ອງງາ ໄດ້ສະແດງຄວາມຊົມເຊີຍທ່ານ Ali Akbar Nazari ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດອີຣານ ປະຈຳຫວຽດນາມ, ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ Ali Akbar Nazari ຈະປະຕິບັດສຳເລັດໜ້າທີ່ຂອງຕົນ ໃນການປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດຫວຽດນາມ - ອີຣານ ເປັນຢ່າງດີ.

ຊ ກຍ ການຮ ວມມ ລະຫວ າງປະຊາຊ ນຫວຽດນາມ ແລະ ອ ຣານ
ທ່ານນາງປະທານສະຫະພັນມິດຕະພາບຫວຽດນາມ ຫງວຽນເຟື່ອງງາ ໄດ້ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ອີຣານ ປະຈຳຫວຽດນາມ.

ທ່ານເອກອັກຄະລັດຖະທູດ Ali Akbar Nazari ໄດ້ສະແດງຄວາມຂອບອົກຂອບໃຈປະທານສະຫະພັນມິດຕະພາບຫວຽດນາມ ທ່ານນາງຫງວຽນເຟື່ອງງາ ທີ່ໄດ້ສະຫລະເວລາເພືອໃຫ້ການຕ້ອນຮັບ; ຕີລາຄາສູງໝາກຜົນແຫ່ງການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ ກໍ່ຄື ບົດບາດ ແລະ ທີ່ຕັ້ງຂອງຫວຽດນາມໃນເວທີສາກົນນັບມື້ນັບສູງຂຶ້ນ. ທ່ານເອກອັກຄະລັດຖະທູດ Ali Akbar Nazari ໄດ້ຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນໃນອາຍຸການປະຕິບັດງານຢູ່ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນຮ່ວມມືຫວຽດນາມ - ອີຣານ ໃນອະນາຄົດ.

ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຈັດຕັ້ງການເຄື່ອນໄຫວ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ວຽກງານການທູດຂອງປະຊາຊົນເວົ້າສະເພາະໃນໄລຍະຈະມາເຖິງ.

ຊ ກຍ ການຮ ວມມ ລະຫວ າງປະຊາຊ ນຫວຽດນາມ ແລະ ອ ຣານ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ແບ່ງປັນຄວາມປາດຖະໜາ ແລະ ຄວາມຄອງຫວັງກ່ຽວກັບສະຫະພັນໃນອະນາຄົດ.

ຊ ກຍ ການຮ ວມມ ລະຫວ າງປະຊາຊ ນຫວຽດນາມ ແລະ ອ ຣານ ທ່ານຟ້າມບິ່ງມິງ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສຳຄັນເຂົ້າ ໃນຜົນສຳເລັດລວມຂອງການທູດຫວຽດນາມ

ຍສໝ - ບັນດາຜົນງານເຊິ່ງສະຫະພັນມິດຕະພາບ ໄດ້ບັນລຸໃນຕະຫຼອດ 70 ປີຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມ ຂອງການທູດຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຊ ກຍ ການຮ ວມມ ລະຫວ າງປະຊາຊ ນຫວຽດນາມ ແລະ ອ ຣານ ສະຫະພັນມິດຕະພາບ ແຂວງດົງທາບ ໄດ້ປະຕິບັດວຽກງານການທູດຂອງປະຊາຊົນ ຢ່າງຫົວຄິດປະດິດສ້າງ

ຍສໝ - ໃນວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງດົງທາບ ກ່ຽວກັບກ່ຽວກັບວຽກງານການທູດຂອງປະຊາຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.