ພິ​ທີ​ຊັກ​ທຸງ SEA Games 31 ຄາດ​ວ່າ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ປະ​ມານ 400 ທ່ານ

11:30 | 16/04/2022

ຍ​ສ​ໝ - ເວ​ລາ​ຈັດ​ຕັ້ງ​ພິ​ທີ​ຊັກ​ທຸງ ຈະ​ດຳ​ເນີນ​ໃນ​ເວ​ລາ 9 – 10 ໂມງ 30 ນາ​ທີ ໃນ​ວັນ​ທີ 11 ພຶດ​ສະ​ພາ ​ຢູ່​ເຂດ​ເດີ່ນ​ກິ​ລາ ຕໍ່​ໜ້າແຖວນັ່ງ B, ເຂດ​ກິ​ລາ​ປະ​ສົມ ມີ​ດິ່ງ (ຮ່າ​ໂນ້ຍ) ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ປະ​ມານ 400 ທ່ານ.

ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ SEA Games 31: ໂຄ​ສະ​ນາ​ພາບ​ພົດ​ ມູນ​ເຊື້ອ​ວັດ​ທະ​ນະ​ທຳ, ປະ​ຊາ​ຊົນ ຮ່າ​ໂນ້ຍ - ຫວຽດ​ນາມ
ພິ​ທີ​ຊັກ​ທຸງ SEA Games 31 ຄາດ​ວ່າ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ ປະ​ມານ 400 ທ່ານ
ຄະ​ນະ​ກ​ິ​ລາ ຫວຽດ​ນາມ (ພາບ: ກະ​ຊວງວັດ​ທະ​ນະ​ທຳ ແລະ ກິ​ລາ)

ຄະ​ນະ​ຈັດ​ຕັ້ງ SEA Games 31 ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ແຜນ​ການ​ຈັດ​ຕັ້ງ​ພິ​ທີ​ຊັກ​ທຸງ​ຂອງ ງານ​ມະ​ຫາກຳ​ກິ​ລາ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 31 (SEA Games 31).

ລະ​ອຽດ​ແມ່ນ, ເວ​ລາ​ຈັດ​ຕັ້ງ​ພິ​ທີ​ຊັກ​ທຸງ ຈະ​ດຳ​ເນີນ​ໃນ​ເວ​ລາ 9 – 10 ໂມງ 30 ນາ​ທີ ໃນ​ວັນ​ທີ 11 ພຶດ​ສະ​ພາ​ ຢູ່​ເຂດ​ເດີ່ນ​ກິ​ລາ ຕໍ່​ໜ້າແຖວນັ່ງ B, ເຂດ​ກິ​ລາ​ປະ​ສົມ ມີ​ດິ່ງ (ຮ່າ​ໂນ້ຍ).

ຄາດ​ວ່າ, ເຫດ​ການ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 400 ທ່ານ, ໃນ​ນັ້ນ​ຝ່າຍ ຫວຽດ​ນາມ ມີ​ປະ​ມານ 50 ທ່ານ, ສ່ວນ​ຍັງ​ເຫຼືອ​ແມ່ນ​ຜູ້​ແທນ​ສາ​ກົນ ລວມ​ມີ: ຄະ​ນະ​ກິ​ລາ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ງານ​ມະ​ຫາ​ກຳ​ກິ​ລາ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ 10 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປະ​ຈຳ​ຮ່າ​ໂນ້ຍ..., ນັກ​ຂ່າວ, ບັນ​ດາ​ອົງ​ການ​ສື່ມວ​ນ​ຊົນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ຄາດ​ວ່າ, ລາຍ​ການ​ຈະ​ໄດ້​ຮັບ​ການຊ້ອມໃຫຍ່​ໃນ​ວັນ​ທີ 10 ພຶດ​ສະ​ພາ.

ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ພິ​ທີ​ຊັກ​ທຸງ ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເປົ້າ​ໝາຍ​ສະ​ແດງ​ການ​ມີ​ໜ້າ​ຂອງ​ບັນ​ດາ​ປະ​ເທດ, ຕ້ອນ​ຮັບ​ບັ​ນ​ດາ​ຄະ​ນະ​ນັກ​ກິ​ລາ​ເຂົ້າ​ຮ່ວມ SEA Games 31, ສົ່ງ​ເສີມ​ຈິດ​ໃຈ​ການ​ແຂ່ງ​ຂັ​ນ​ຂອງ​ບັນ​ດາ​ນັກ​ກິ​ລາ.

ພ້ອມ​ກັນນັ້ນ, ເຫດ​ການ​ກໍ່​ປະ​ກອບ​ສ່ວນ​ສະ​ແດງ​ໃຫ້​ເຫັນ​ສີ​ສັນ​ວັດ​ທະ​ນະ​ທຳ ແລະ ຊາວ​ຫວຽດ​ນາມ, ນຳ​ມາ​ເຊິ່ງ​ຄວາມ​ຊົງ​ຈຳ​ທີ່​ເປັນ​ໜ້າ​ຈົດ​ຈຳ​ໃຫ້​ແກ່​ບັນ​ດາ​ນັກ​ກິ​ລາທີ່​ເຂົ້າ​ຮ່ວມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.