ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ

14:02 | 15/04/2022

ຕາງໜ້າໃຫ້ຄະນະນຳ, ຄູອາຈານໃນໂຮງຮຽນ, ທ່ານນາງ ຫງວຽນທິທູຮ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວ ພ້ອມດ້ວຍຄອບຄົວ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໃນທຸກໜ້າທີ່ວຽກງານຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ ບິ່ງ​ແຍງ​ດູ​ແລ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຜູ້​ອອກແຮງ​ງານ​ເພື່ອ​ຮັບ​ປະ​ກັນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ພັດ​ທະ​ນາ
ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ກຸງ​ເກົ່າ​ເຫ້ວ ນັກ​ສຶກ​ສາ​ລາວ ຕ້ອນ​ຮັບ​ບຸນ​ປີ​ໃໝ່​ຢູ່ກຸງ​ເກົ່າ​ເຫ້ວ
ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ກ່າວຄຳເຫັນທີ່ການພົບປະ (ພາບ: uhd.edu.vn)
ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ກ່າວຄຳເຫັນທີ່ການພົບປະ (ພາບ: uhd.edu.vn)

ຕອນບ່າຍວັນທີ 13 ເມສາ 2022 ຢູ່ ມະຫາວິທະຍາໄລ ຫາຍເຢືອງ ໄດ້ຈັດງານພົບປະສັງສັນ, ມອບຂອງຂວັນ, ອວຍພອນປີໃໝ່ນັກສຶກສາລາວ ພສ.2565. ທ່ານນາງ ຫງວຽນທິຮູຮ່າ - ຮອງເລຂາຄະນະພັກ, ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ພ້ອມດ້ວຍຜູ້ຕາງໜ້າສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ສູນຮ່ວມມືມິດຕະພາບ ຫວຽດນາມ - ລາວ ແຂວງ ຫາຍເຢືອງ, ຄະນະຊາວໜຸ່ມແຂວງ ຫາຍເຢືອງ ເຂົ້າຮ່ວມ, ມອບຂອງຂວັນ, ອວຍພອນປີໃໝ່ລາວໃຫ້ນັກສຶກສາ ລາວ ທີ່ພວມສຶກສາຮ່ຳຮຽນຢູ່ທີ່ນີ້.

ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານນາງ ຫງວຽນທິທູຮ່າ ຮອງຫົວໜ້າອະທິການບໍດີ ມະຫາວິທະຍາໄລ ຫາຍເຢືອງ ຕີລາຄາສູງໝາກຜົນການຮ່ຳຮຽນ, ການປະກອບສ່ວນຢ່າງຕັ້ງໜ້າຂອງນັກສຶກສາ ລາວ ໃນການເຄື່ອນໄຫວລວມຂອງໂຮງຮຽນໃນໄລຍະຜ່ານມາ. ຕາງໜ້າໃຫ້ຄະນະນຳ, ຄູອາຈານໃນໂຮງຮຽນ, ທ່ານນາງ ຫງວຽນທິທູຮ່າ ໄດ້ສົ່ງຄຳອວຍພອນໄຊອັນປະເສີດມາຍັງນັກສຶກສາລາວ ພ້ອມດ້ວຍຄອບຄົວ, ປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໃນທຸກໜ້າທີ່ວຽກງານຂອງຕົນ. ຂໍອວຍພອນໃຫ້ສາຍພົວພັນໄມຕີຈິດມິດຕະພາບແບບພິເສດ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ລະຫວ່າງແຂວງ ຫາຍເຢືອງ - ວຽງຈັນ ເວົ້າສະເພາະ ໃຫ້ນັບມື້ນັບໝັ້ນແກ່ນໜຽວແໜ້ນ.

ໂດຍມີຄວາມຕື້ນຕັນໃຈ ແລະ ດີໃຈທີ່ໄດ້ຮັບຂອງຂັວນ ພ້ອມດ້ວຍຄຳອວຍພອນອັນດີງາມຈາກການນຳໂຮງຮຽນ ແລະ ແຂກຖືກເຊີນ, ເພື່ອນ ຕິນ່າ ທິດຫຼ່ຽມຂວັນ ນັກສຶກສາລາວ ຮຽນຢູ່ສາຂາການເງິນການທະນາຄານ ແບ່ງປັນວ່າ:

ຫາຍເຢືອງ ແລະ ແຂວງ ວຽງຈັນ ແມ່ນແຂວງແຮກສ່ຽວນຳກັນມາແຕ່ປີ 1984. ສອງແຂວງໄດ້ມີການຮ່ວມມືກັນຢ່າງແໜ້ນແຟ້ນໃນຫຼາຍຂົງເຂດຄື ການເມືອງ, ເສດຖະກິດ, ກະສິກຳ, ພິເສດແມ່ນໃນຂົງເຂດສຶກສາບຳລຸງສ້າງ. ແຕ່ລະປີ, ແຂວງ ຫາຍເຢືອງ ລ້ວນແຕ່ຕ້ອນຮັບ ແລະ ໃຫ້ການໜູນຊ່ວຍນັກສຶກສາ ແຂວງ ວຽງຈັນ ມາຮ່ຳຮຽນຢູ່ ມະຫາວິທະຍາໄລ ແລະ ວິທະຍາໄລແຫ່ງຕ່າງໆຂອງແຂວງ, ປັດຈຸບັນ ມີນັກສຶກສາແຂວງ ວຽງຈັນ 5 ຄົນ ພວມຮ່ຳຮຽນຢູ່ ມະຫາວິທະຍາໄລ ຫາຍເຢືອງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.