ດາຫຼາດອອກລະບຽບການປະພຶດທາງວັດທະນະທຳ

15:31 | 06/04/2022

ຍ​ສ​ໝ - ວັນ​ທີ 5 ​ເມສາ​ນີ້, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດາຫຼາດ​ໃຫ້​ຊາບ​ວ່າ, ​ໄດ້​ມີ​ການ​ອອກປະກາດ​ໃຊ້​ລະ​ບຽບ​ການວ່າ​ດ້ວຍ​ການ​ປະພຶດທາງວັດ​ທະ​ນະ​ທຳ​ຂອງ​ຊາວ​ນະຄອນ​ດາ​ຫຼາດ ແນ​ໃສ່​ຮັກສາ​ແບບ​ແຜນ "ອົບ​ອຸ່ນ, ສຸ​ພາບ, ເປັນ​ມິດ" ​ແລະ ​ເຊີດ​ຊູ​ຄຸນຄ່າອັນ​ເປັນ​ມູນ​ເຊື້ອທີ່​ດີງາມ​ຂອງ​ປະຊາຊົນ​ນະຄອນ​ດາຫຼາດ; ປະກອບສ່ວນ​ກໍ່ສ້າງ​ນະຄອນດາ​ຫຼາດ ​ໃຫ້​ກາຍ​ເປັນ “ເມືອງ​ທີ່​ໜ້າ​ຢູ່”, ອະ​ລິ​ຍະ​ທຳ, ທັນ​ສະ​ໄໝ, ​ເຊື່ອມ​ໂຍງ ​ແລະ ພັດທະນາ.

ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176% ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176%
ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ ທົດ​ລອງການ​ທ່ອງ​ທ່ຽວ “ໜັງສືຜ່ານແດນວັກ​ຊິນ”, ນະ​ຄອນ​ຝຸກວັກ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 1000 ເທື່ອ​ຄົນ

ຕາມ​ລະບຽບ​ການ​ດັ່ງກ່າວນີ້, ​ເມື່ອມີ​ການ​ຕິດ​ຕໍ່​ພົວພັນ​ກັບ​ແຂກ, ທຸກຫົວ​ໜ່ວຍ​ວິ​ສາ​ຫະກິດຕ້ອງ​ສະ​ແດງ​ທ່າ​ທີ “ອົບ​ອຸ່ນ, ສຸ​ພາບ, ເປັນ​ມິດ”; ບໍ່ໃຫ້ຈຳແນກການ​ປະ​ພຶດລະຫວ່າງຄົນ​ທ້ອງ​ຖິ່ນ ແລະ ນັກທ່ອງທ່ຽວ; ບໍ່ຍາດ​ແຍ່ງຊັກ​ຊວນ​ເຮັດໃຫ້ເກີດຄວາມບໍ່ເປັນລະບຽບ ແລະ ເປັນຜົນກະທົບຕໍ່ແຂກລູກຄ້າ, ຊື້​ສຽງຍີ່ຫໍ້ ແລະ ຄວາມ​ເຊື່ອ​ຖືຂອງທ້ອງຖິ່ນ; ໂດຍສະເພາະ, ບໍ່ໃຫ້​ໃຊ້​ວາ​ຈາດ່າ, ດູຖູກ ແລະ ຈໍາແນກການ​ປະ​ພຶດຕໍ່ແຂກລູກຄ້າ.

ດາຫຼາດອອກລະບຽບການປະພຶດທາງວັດທະນະທຳ
ພາບປະກອບ : sctv.com.vn

ບັນ​ດາ​ຫົວ​ໜ່ວຍວິສາຫະກິດຕ້ອງແຈ້ງປະກາດລາຄາສິນຄ້າ ແລະ ການບໍລິການຢ່າງຈະແຈ້ງ; ບໍ່ໂກງ​ລາ​ຄາ, ບໍ່ຊັກຊວນ ຫຼື ກົດລາ​ຄານັກທ່ອງທ່ຽວ; ຫ້າມບໍ່ໃຫ້ຄົນຂໍທານນຳໃກ້ນັກທ່ອງທ່ຽວ; ອີກ​ດ້ານຄື ຮຽກ​ຮ້ອງ​ໃຫ້ຮັບ​ຄຳ​ເຫັນຈາກລູກຄ້າ; ກຽມພ້ອມຊ່ວຍລູກຄ້າເມື່ອເກີດບັນຫາສຸດ​ວິ​ໄສ ແລະ ຮັບຜິດຊອບຕໍ່​ກັບ​ຜະ​ລິດ​ຕະ​ພັນຂອງ​ຕົນ...

ສຳລັບ​ບັນດາ​ຄອບຄົວ ​ແລະ ຊຸມ​ຊົນ ຕ້ອງ​ເຄົາລົບ ແລະ ຊີ້​ນຳ​ຊ່ວຍເຫຼືອ​ນັກ​ທ່ອງ​ທ່ຽວ​ເມື່ອ​ມີ​ການ​ຮຽກຮ້ອງ​ທີ່​ສົມ​ເຫດ​ສົມ​ຜົນ, “ວາ​ຈາ​ດີ, ທ່າ​ທີ​ງາມ” ​ສົ່ງ​ເສີມ​ຮີດຄອງ​ປະ​ເພນີ ແລະ ວັດທະນະທຳທີ່​ເປັນ​ຕົວ​ຕົນ​ອັນ​ເປັນ​ມູນ​ເຊື້ອ​ຂອງ​ທ້ອງ​ຖິ່ນ.

ຝ່າຍທາງ​ນັກ​ທ່ອງ​ທ່ຽວ, ລະ​ບຽບ​ການ​ຍັງ​ກຳ​ນົດ​ບາງຂໍ້​ເຊັ່ນ: ຫ້າມ​ເດັດ​ດອກ​ໄມ້, ​ຫັກກິ່ງ​ງ່າ, ຢຽບ​ຢ່ຳ​ເທິງ​ດອກ​ໄມ້; ຫ້າມແຕ່ງກິນ ແລະ ດັງໄຟໃນທາງຍ່າງແຄມ​ຖະ​ໜົນ, ກາງຖະໜົນຫົນທາງ, ສະໜາມຫຍ້າ, ເຂດປ່າ ແລະ ສະຖານທີ່ຖືກຫ້າມ; ​ເຄົາລົບ​ຄວາມ​ແຕກ​ຕ່າງ​ດ້ານ​ວັດທະນະທຳ​ຂອງຊົນ​ຊາດ ​ແລະ ທ້ອງ​ຖິ່ນ.

ນັກ​ທ່ອງ​ທ່ຽວຍັງ​ຕ້ອງ​ນຸ່ງ​ຖື​ຢ່າງສຸ​ພາບເໝາະ​ກັບ​ແຕ່​ລະ​ສະ​ຖານ​ທີ່​ໄດ້​ກໍາ​ນົດ; ຫ້າມສູບຢາ, ຖິ້ມຂີ້ເຫຍື້ອ ຫຼື ຖົ່ມນໍ້າລາຍ ​ທຳ​ລາຍ​ຄວາມ​ງາມ​ຂອງສະ​ຖານທີ່ສາທາລະນະ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.