ວິທະຍາໄລຄູຫລວງພະບາງເປັນເຈົ້າພາບຈັດໂຄງການ ຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ໃຊ້ພາສາຝຣັ່ງ

10:14 | 31/07/2019

ນັກ​ສື​ກສາຈຳນວນ 40 ຄົນມາຈາກ 5 ປະເທດປະກອບ​ມີ ກໍາປູເຈຍ, ສ.ເກົາຫລີ, ລາວ, ໄທ ແລະ ສ.ສ ຫວຽດນາມໄດ້ເຂົ້າຮ່ວມເຮັດກິດຈະກໍາ ‘’ໂຄງການຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ຮຽນພາສາຝຣັ່ງ ປະຈຳປີ 2019, ເຊິ່ງຈັດຂຶ້ນເປັນຄັ້ງທໍາອິດທີ່ວິທະຍາໄລຄູນະຄອນຫຼວງພະບາ, ແຕ່ວັນທີ 21 ຫາ 26 ກໍລະກົດ 2019 ພາຍໃຕ້ຫົວຂໍ້ "ອາຊີບໃນຂະແໜງການທ່ອງທ່ຽວທີ່ໃຊ້ພາສາຝຣັ່ງ".

ວິທະຍາໄລຄູຫລວງພະບາງເປັນເຈົ້າພາບຈັດໂຄງການ ຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ໃຊ້ພາສາຝຣັ່ງ

ວິທະຍາໄລຄູຫລວງພະບາງເປັນເຈົ້າພາບຈັດໂຄງການ ຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ໃຊ້ພາສາຝຣັ່ງ

ການຈັດກິດຈະກໍາດັ່ງກ່າວນີ້ແມ່ນເພື່ອເປີດໂອກາດໃຫ້ກັບຊາວໜຸ່ມນັກສຶກສາໄດ້ພັດທະນາຄວາມຮູ້ ຄວາມສາມາດທີ່ກ່ຽວຂ້ອງກັບການນຳໃຊ້ພາສາຝຣັ່ງໃນຂົງເຂດການທ່ອງທ່ຽວ. ໃນໄລຍະກິດຈະກໍາ ນັກ​ສື​ກສາດັ່ງກ່າວ ໄດ້ເຂົ້າຮ່ວມເຝືກອົບຮົມແລະໄດ້ລົງເຮັດວຽກຕົວຈິງກໍ່ຄືການໄປສໍາພັດ ຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ສຳຄັນໃນຕົວເມືອງຫຼວງພະບາງເພື່ອພັດທະນາທັກສະ, ຄວາມສາມາດ ແລະໄດ້ພົບປະກັບບັນດາຊ່ຽວຊານ, ຜູ້ປະກອບການໃນຂົງເຂດການບໍລິການການທ່ອງທ່ຽວ ເປັນຕົ້ນແມ່ນ ໂຮງແຮມ, ຮ້ານອາຫານຕ່າງໆ. ກິດຈະກໍາການພົບປະຄັ້ງນີ້ ຍັງເປັນການເປີດໂອກາດໃຫ້ເຂົາເຈົ້າໄດ້ລົງສອບຖາມ ສຳພາດບັນດານັກທ່ອງທ່ຽວທີ່ໃຊ້ພາສາຝຣັ່ງນຳອີກເພື່ອເກັບກຳຂໍ້ມູນນຳໄປຜະລິດເປັນສື່ໂຄສະນາການທ່ອງທ່ຽວ ເຊິ່ງເປັນໜຶ່ງໃນກິດຈະກຳຫຼັກໃນງານຄັ້ງນີ້.

ວິທະຍາໄລຄູຫລວງພະບາງເປັນເຈົ້າພາບຈັດໂຄງການ ຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ໃຊ້ພາສາຝຣັ່ງ

ນັກ​ສື​ກສາຈຳນວນ 40 ຄົນມາຈາກ 5 ປະເທດປະກອບ​ມີ ກໍາປູເຈຍ, ສ.ເກົາຫລີ, ລາວ, ໄທ ແລະ ສ.ສ ຫວຽດນາມໄດ້ເຂົ້າຮ່ວມເຮັດກິດຈະກໍາ ໂຄງການຄ້າຍມະຫາວິທະຍາໄລລະດູຮ້ອນຂອງນັກສຶກສາທີ່ຮຽນພາສາຝຣັ່ງ ປະຈຳປີ 2019

ນອກຈາກນີ້ ການຈັດກິດຈະກຳປະຈຳປີ 2019 ນີ້ ຍັງເປັນໂອກາດທີ່ດີແລະສຳຄັນສໍາລັບນັກຮຽນ ນັກສຶກສາທີ່ມາຈາກຫຼາກຫຼາຍເຊື້ອຊາດໃນພາກພື້ນອາຊີຕາເວັນສ່ຽງໃຕ້ໄດ້ມາເຕົ້າໂຮມກັນເພື່ອແລກ ປ່ຽນປະສົບປະການ, ຮຽນຮູ້ວັດທະນຳຮີດຄອງປະເພນີຂອງກັນແລະກັນດວ້ຍການໃຊ້ພາສາຝຣັ່ງເປັນສື່ກາງໃນການສື່ສານທີ່ນະຄອນຫຼວງພະບາງເມືອງມໍລະດົກໂລກແຫ່ງນີ້.

ປີ 2016 ມະຫາວິທະຍາໄລແຫ່ງຊາດລາວໄດ້ຮັບກຽດເປັນເຈົ້າພາບຈັດໂຄງການນີ້ມາແລ້ວຄັ້ງໜຶ່ງແລ້ວ ພາຍໃຕ້ຫົວຂໍ້ “ມໍລະດົກວັດທະນະທຳລາວ” ເຊີ່ງຈັດໂດຍຄະນະອັກສອນສາດ, ພາກວິຊາ ພາສາຝຣັ່ງ. ກິດຈະກໍານີ້ຈັດຢູ່ລາວເປັນຄັ້ງທີ 2 ແລະເປັນຄັ້ງທຳອິດທີ່ນະຄອນຫຼວງພະບາງເປັນເຈົ້າພາບ. ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດພິທີມີ ທ່ານ ປທ ບຸນສຸວັນ ລັດຕະນາ, ຜູ້ອໍານວຍການໃຫຍ່ ວິທະຍາໄລຄູຫຼວງພະບາງ ແລະ ທ່ານ ວັນນະພາ ບຸບຜາປັນຍາ ຕາງໜ້າອົງການມະຫາວິທະຍາໄລທີ່ໃຊ້ພາສາຝຣັ່ງປະຈຳລາວ. ພ້ອມນັ້ນຍັງມີບັນດາຄູອາຈານ, ນັກສຶກສາ, ບັນດາຜູ້ຕາງໜ້າຂະແໜງການສຶກສາຂອງ ແຂວງ ແລະ ແຂກຮັບເຊີນເຂົ້າຮ່ວມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.