ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ແຄງຮ່ວາ ແລະ ອາຣັບບິ ຊາອຸດິ

08:00 | 02/04/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 30 ມີນາ, ທ່ານ ຫງວຽນ​ເຕີນ​ຕວນ, ຮອງ​ເລ​ຂາ​ຄະ​ນະ​ພັກ​ແຂວງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄງ​ຮ່​ວາ ໄດ້​ມີ​ການຕ້ອນ​ຮັບ ທ່ານ Saud F.M. Al Suwelim - ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດີ ປະ​ຈຳ ​ຫວຽດ​ນາມ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິດ Faisal Bin Farhan Al Saud
ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ ວັນວັດທະນະທຳຫວຽດນາມ-ສະວິດ ຢູ່ ເຊີແນວ ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ 2 ປະເທດ
ຊຸກຍູ້ການພົບປະແລກປ່ຽນປະຊາຊົນລະຫວ່າງ ແຄງຮ່ວາ ແລະ ອາຣັບບິ ຊາອຸດິ
ທ່ານ ຫງວຽນ​ເຕີນ​ຕວນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄງ​ຮ່​ວາ ມອບ​ຂອງ​ຂວັນ​ເປັນ​ທີ່​ລະ​ນຶກ​ໃຫ້​ແກ່ ທ່ານ Saud F.M. Al Suwelim - ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ຣັບ​ບິ ຊາ​ອຸ​ດີ ປະ​ຈຳ​ ຫວຽດ​ນາມ (ພາບ: ໜັງ​ສື​ພິມ​ແຄງ​ຮ່​ວາ)

ທີ່​ການຕ້ອນ​ຮັບ, ທ່ານ Saud F.M. Al Suwelim ​ໄດ້ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ອາ​ຣັບບີ ​ຊາ​ອຸ​ດີ. ທ່ານ​ປາດ​ຖະໜາ​ວ່າ ​ແຂວງ​ແຄງຮ່ວາ ຈະກະກຽມເງື່ອນ​ໄຂ ​ແລະ ຜະລິດ​ຕະພັນ​ການທ່ອງທ່ຽວ ​ເພື່ອ​ຕ້ອນຮັບ ​ແລະ ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ ຊາ​ອຸ​ດີ; ໜູນ​ຊ່ວຍ​ບັນດາ​ຫົວໜ່ວຍ, ອົງການ​ຈັດ​ຕັ້ງ​ຂອງ ອາ​ຣັບບີ ​ຊາ​ອຸ​ດີ ໃນ​ການປະຕິບັດ​ບັນດາ​ໂຄງການ ​ແລະ ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ຢູ່ ແຂວງ ແຄງ​ຮ່​ວາ; ເພີ່ມ​ທະ​ວີການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ແລກ​ປ່ຽນ​ນັກ​ສຶກ​ສາມາ​ຮ່ຳ​ຮຽນ ແລະ ຄົ້ນຄວ້າ​ລະ​ຫວ່າງ​ສອງ​ຝ່າຍ...

​ສ່ວນ​ທ່ານ ຫງວຽນ​ເ​ຕີນ​ຕວນ ປາດ​ຖະໜາ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ ຈະ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ຄື: ການທ່ອງທ່ຽວ, ການ​ລົງທຶນ, ການ​ຄ້າ, ການ​ແລກປ່ຽນ​ວັດທະນະທຳ… ພ້ອມ​ທັງ​ສະໜັບສະໜູນ​ການ​ເຊື່ອມ​ຕໍ່​ເພື່ອ​ໃຫ້ ​ແຂວງ ແຄງ​ຮ່​ວາ ເຂົ້າ​ເຖິງແຫຼ່ງ​ເງິນ​ກູ້​ຢືມ​ຈາກ​ກອງ​ທຶນ​ພັດ​ທະ​ນາ​ ອາ​ຣາ​ບີ ຊາ​ອຸ​ດິ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ເຂດ​ຊົນ​ນະ​ບົດ...

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 29 ມີ​ນາ, ຄະນະປະ​ຕິ​ບັດ​ງານ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ອາ​ຣັບ​ບິ ຊາ​ອຸ​ດີ ປະຈຳ ຫວຽດນາມ ​ໂດຍ​ທ່ານ FMAL Suwelim, ເອກ​ອັກຄະ​ລັດຖະທູດ Saudi Arabia ປະຈຳ ຫວຽດນາມ ໄດ້ນຳ​ໜ້າ​​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບແຂວງ ແຄງ​ຮ່​ວາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.