ແຂວງ​ລາຍ​ເຈົາ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 153.000 ເທື່ອຄົນ

06:30 | 31/03/2022

ຍ​ສ​ໝ - ຕາມພະແນກ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ​ລາຍ​ເຈົາ​ແລ້ວ, ​ໃນ​ໄຕ​ມາດ​ທີ 1 ປີ 2022 ​ແຂວງ​ລາຍ​ເຈົາ ​ໄດ້​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ​ເກືອບ 153.000 ຄົນ ໂດຍສຸມ​ໃສ່​ບັນດາ​ປະ​ເພດ​ການທ່ອງທ່ຽວ​ຊຸມ​ຊົນ, ທ່ອງ​ທ່ຽວ​ອະນຸລັກ​ສິ່ງ​ແວດ​ລ້ອມ ​ແລະ ການ​ປີນ​ພູ, ດ້ວຍ​ລາຍ​ຮັບ​ລວມບັນ​ລຸ ຫຼາຍກວ່າ 136 ຕື້ດົ່ງ.

ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176% ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176%
ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ຮ່າ​ໂນ້ຍ ເພີ່ມ​ຂຶ້ນ​ເກືອບ 50% ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ຮ່າ​ໂນ້ຍ ເພີ່ມ​ຂຶ້ນ​ເກືອບ 50%
ແຂວງ​ລາຍ​ເຈົາ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 153.000 ເທື່ອຄົນ
ພາບ​ປະ​ກອບ

ທ່ານ ເຈີ່ນກວາງແຄ໋ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາຍເຈົາ ໃຫ້ຮູ້ວ່າ: “ພວກເຮົາໄດ້ສຸມໃສ່ຍົກສູງຄຸນນະພາບ, ວິຊາສະເພາະໃນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ພິເສດແມ່ນການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການຫັນເປັນແຫຼ່ງທ່ອງທ່ຽວຂອງແຂວງ. ທີ​ສອງແມ່ນ ​ເພີ່ມ​ທະວີ​ການເຊື່ອມ​ຕໍ່ພັດ​ທະ​ນາ​ການທ່ອງທ່ຽວ, ​ໃນ​ນັ້ນ​ໄດ້ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ກຸ່ມ​ຮ່ວມ​ມື​ພັດທະນາ​ການທ່ອງທ່ຽວ 8 ​ແຂວງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ​ເພື່ອເປີດ​ກ້​ວາງ​ກັບ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຮ່າ​ໂນ້ຍ”.

ຕາມ​ທ່ານ ເຈີ່ນ​ກວາງ​ແຄ໋ງ ​ແລ້ວ, ໄປ​ຄຽງ​ຄູ່​ກັບ​ການ​ສືບ​ຕໍ່​ໂຄສະນາ​ບັນດາ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ເຄື່ອງໝາຍ​ຂອງ​ຊຸມ​ຊົນ​ຢູ່​ເຂດ​ດັ່ງກ່າວ, ພະແນກ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກໍ່ພວມສົມທົບ​ກັບ​ກົມໃຫຍ່ການ​ທ່ອງ​ທ່ຽວ​ ​ແລະ ບັນດາ​ອົງການ​ທີ່ກ່ຽວຂ້ອງ​ເພື່ອ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວທ່ອງທ່ຽວ​ໃໝ່​ທີ່​ເມືອງ​ລາຍ​ເຈົາ​ມີ​ທ່າ​ໄດ້​ປຽບ. ພິ​ເສດ​ແມ່ນ​ທ້ອງ​ຖິ່ນ​ຈະ​ສ້າງ​ລາຍການ​ທ່ອງ​ທ່ຽວ​ພິຊິດ​ພູ​ສູງ​ຄື ປູ​ຕາ​ແລງ, ປູ​ສີ​ລູງ; ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ກິ​ລາທີ່ທ້າທ້າຍ ແລະ ຂຸດ​ຄົ້ນ​ທ່າແຮງ​ຂອງ​ອ່າງ​ເກັບ​ນ້ຳ​ເຂື່ອນ​ໄຟ​ຟ້າ ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.