ການເປີດປະຕູຄືນໃໝ່ຮັບປະກັນຄວາມປອດໄພ ແລະ ປະສິດທິຜົນ, ສ້າງກາລະໂອກາດຟື້ນຟູການທ່ອງທ່ຽວ

15:00 | 10/03/2022

ຍ​ສ​ໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ພວມ​ຜັນ​ຂະຫຍາຍ​ແຜນການ​ເປີດ​ການທ່ອງທ່ຽວ; ລາຍງານຕໍ່ລັດຖະບານ ແລະ ນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ຕັດສິນໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ວິສາຫະກິດ.

ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8 ນະ​ຄອນ ໂຮ່​ຈີ​ມິນ​ໄຂ​ງານ​ບຸນ​ເສື້ອ​ຍາວ ຄັ້ງ​ທີ 8
ອ່າວ​ຮະ​ລອງ ແລະ ອຸ​ໂມງ​ກູ​ຈີ ນອນ​ໃນ Top ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດຶງ​ດູດ​ໃຈ​ໃນ​ໂລກ ອ່າວ​ຮະ​ລອງ ແລະ ອຸ​ໂມງ​ກູ​ຈີ ນອນ​ໃນ Top ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດຶງ​ດູດ​ໃຈ​ໃນ​ໂລກ
ການເປີດປະຕູຄືນໃໝ່ຮັບປະກັນຄວາມປອດໄພ ແລະ ປະສິດທິຜົນ, ສ້າງກາລະໂອກາດຟື້ນຟູການທ່ອງທ່ຽວ
ພາບ​ປະ​ກອບ: Vietnam+

ກ່ອນ​ອື່ນ​ໝົດ, ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ຢູ່​ຫວຽດນາມ, ​ຂະ​ບວນການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໃນ​ທົ່ວ​ປະ​ເທດ ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​​ແຮງ, ອັດຕາປົກຄຸມຂອງ​ວັກ​ແຊງ​ຕ້ານ​ພະຍາດ​ໂຄ​ວິດ-19 ​ແມ່ນ​ສູງ, ​ແຕ່​ຍັງ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ສ່ຽງ​ຂອງ​ສາຍ​ພັນ​ໃໝ່​ທີ່​ຈະ​ປະກົດ​ຕົວ, ຄວາມ​ແຕກ​ໂຕນ​ຂອງ​ລະດັບ​ການປົກຄຸມຂອງວັກ​ແຊງຢູ່​ທ້ອງ​ຖິ່ນຈຳນວນ​ໜຶ່ງ​ ແລະ ເກນອາ​ຍຸ​ທີ່​ແຕກ​ຕ່າງ​ກັນ ...

ຖັດໄປ​ແມ່ນ​ການ​ແກ້​ໄຂ​ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ການ​ບິນ ແລະ ການ​ທ່ອງ​ທ່ຽວ, ຫວຽດ​ນາມ ໄດ້​ຍົກ​ເລີກ​ການ​ຈຳ​ກັດ​ຄວາມ​ຖີ່​ການ​ເຄື່ອນ​ໄຫວ​ ກັບ​ບັນດາຖ້ຽວ​ບິນ​ສາ​ກົນ​ແຕ່​ວັນ​ທີ 15 ກຸມພາ 2022.

ກ່ຽວ​ກັບ​ເລື່ອງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ສາກົນ​ທີ່ເຂົ້າມາ​ຫວຽດນາມ, ທ່ານຫົວໜ້າກົມໃຫຍ່ການ​ທ່ອງ​ທ່ຽວ ຫງວຽນ​ຈຸງ​ແຄງ ​ໃຫ້​ຮູ້​ວ່າ: ກະຊວງ​​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ອອກ​ເອກະສານທາງການ​ສະບັບ​ເລກທີ 100/ນຍ ສະເໜີນາຍົກລັດຖະມົນຕີ ເພື່ອອະນຸຍາດໃຫ້ນຳໃຊ້ນະໂຍບາຍອອກວີຊາໃຫ້ນັກທ່ອງທ່ຽວທີ່​ເຂົ້າ​ຫວຽດນາມ ທີ່ໄດ້ປະຕິບັດແຕ່​ກ່ອນ​ປີ 2020. ນີ້​ຈະ​ແມ່ນ​ເງື່ອນ​ໄຂ​ສະດວກ​ ເພື່ອ​ດຶງ​ດູດນັກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ສ້າງ​ຄວາມ​ສາ​ມາດແກ່ງແຍ້ງໃຫ້​ແກ່​ການ​ທ່ອງ​ທ່ຽວ​ຫວຽດ​ນາມ.

ທ່ານຫົວໜ້າກົມໃຫຍ່ການ​ທ່ອງ​ທ່ຽວ ຫງວຽນ​ຈຸງ​ແຄງ ກ່າ​ວວ່າ ​ເພື່ອ​ຮັບປະກັນ​ການ​ຟື້ນ​ຟູ​ການທ່ອງທ່ຽວ​ຂອງ​ຫວຽດນາມ, ຕ້ອງ​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ, ຮັບປະກັນພື້ນຖານວັດຖຸ, ​ເສີມ​ຂະຫຍາຍ​ແຫຼ່ງຊັບພະຍາກອນ​ມະນຸດ​ ດ້ານ​ການທ່ອງທ່ຽວ​ພາຍຫຼັງ 2 ປີ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພະຍາດ​ລະບາດ.

ກົມໃຫຍ່ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດນາມ ສືບ​ຕໍ່​ມີບັນດາຂໍ້ສະເໜີແກ່ຍາວ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ກ່ຽວ​ກັບ​ການ​ເງິນ, ສິນ​ເຊື່ອ ​ແລະ ອື່ນໆ​ໃຫ້​ບັນດາ​ວິ​ສາ​ຫະກິດ, ແຮງງານ​ໃນ​ຂະ​ແໜງ​ການ; ສະ​ເໜີ​ບັນດາໂຄງ​ການ​ຝຶກ​ອົບ​ຮົມ​ຄືນ​ໃໝ່​ ໃຫ້​ແກ່​ແຮງງານທີ່ເຮັດກ່ຽວກັບການ​ທ່ອງ​ທ່ຽວ. ບັນດາທ້ອງ​ຖິ່ນ​ກໍ​ຕ້ອງມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ນັກ​ທ່ອງ​ທ່ຽວ​ຢູ່​ເຂດ​ດັ່ງກ່າວ​ ເພື່ອ​ກະກຽມ​ໃຫ້​ແກ່​ການ​ເປີດປະຕູ​ການທ່ອງທ່ຽວ.

ຕາມ​ທ່ານຫົວໜ້າກົມໃຫຍ່ການ​ທ່ອງ​ທ່ຽວ ຫງວຽນ​ຈຸງ​ແຄງ ແລ້ວ, ​ໃນ​ໄລຍະ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກ​ລະບາດ​ໂຄ​ວິດ-19, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຍັງ​ຮັກສາ​ການ​ໂຄສະນາ​ພາບ​ພົດ​ການທ່ອງທ່ຽວ​ຂອງ​ຫວຽດນາມ, ສະ​ນັ້ນ, ຄວາມສົນ​ໃຈ​​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ການທ່ອງທ່ຽວ ຫວຽດນາມ ຍາມ​ໃດ​ກໍ່ໄດ້ຮັບການ​ຮັກສາ. ການທ່ອງທ່ຽວ ຫວຽດນາມ ຍັງ​ຄົງ​ໄດ້ຮັບຄວາມ​ຮັກ​ແພງ​ຂອງ​ເພື່ອນ​ມິດສາ​ກົນ ດ້ວຍບັນດາ​ນາມມະຍົດ ​ແລະ ລາງວັນ​ດີ​ເດັ່ນ.

ຄຳ​ຮຸ່ງ

ເຫດການ
302 Found

Found

The document has moved here.