Samsung ຮ່ວມ​ມື​ພັ​ດ​ທະ​ນາ​ໂຮງ​ງານ​ອັດ​ສະ​ລິ​ຍະ ​ຢູ່ ຫວຽດ​ນາມ

20:00 | 24/02/2022

ຍ​ສ​ໝ - ວັນ​ທີ 22 ກຸມ​ພາ ປີ 2022, ຢູ່​ສຳ​ນັກ​ງານ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ຜູ້​ຕາງ​ໜ້າ​ກົມ​ອຸດ​ສາ​ຫະ​ກຳ (ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ກາ​ນ​ຄ້າ ຫວຽດ​ນາມ) ແລະ ກຸ່ມ Samsung ຫວຽດ​ນາມ ໄດ້ລົງ​ນາມ​ບົດບັນ​ທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ພັດ​ທະ​ນາ ໂຮງ​ງານ​ອັດ​ສະ​ລິ​ຍະ​ລະ​ຫວ່າງ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ Samsung ຫ​ວຽດ​ນາມ.

ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050 ປະ​ກາດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ແບບ​ຍືນ​ຍົງ ໄລ​ຍະ 2021 – 2030, ວິ​ໄສ​ທັດຮອດ​ປີ 2050
ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ
Samsung ຮ່ວມ​ມື​ພັ​ດ​ທະ​ນາ​ໂຮງ​ງານ​ອັດ​ສະ​ລິ​ຍະ ​ຢູ່ ຫວຽດ​ນາມ
ພິ​ທີ​ລົງ​ນາມ (ພາບ: VGP)

ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ ໂຮງ​ງານ​ອັດ​ສະ​ລິ​ຍະ ຢູ່ ຫວຽດ​ນາມ ລະ​ຫ​ວ່າງ​ກຸມ​ Samsung ຫວຽດ​ນາມ ແລະ ກະ​ຊວງ​ອຸດ​ສາ​ຫະ​ກຳການ​ຄ້າ ມີ​ເປົ້າ​ໝາຍ​ບຳ​ລຸງ​ສ້າງ​ນັກ​ຊຽວ​ຊານ ຫວຽດ​ນາມ 100 ຄົນ ແລະ ໜູນ​ຊ່ວຍ​ໃຫ້​ຄຳ​ປຶກ​ສາ, ປັບ​ປຸງວິ​ສາ​ຫ​ະ​ກິດ 50 ແຫ່ງ​ທີ່​ນຳ​ໃຊ້​ໂຮງ​ງານ​ອັດ​ສະ​ລິ​ຍະ ໃນ 2 ປີ (2022 - 2023) ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ສະ​ເພາະ​ຂອງ​ຖັນ​ແຖວ​ນັກ​ຊ່ຽວ​ຊານ​ທີ່​ປຶກ​ສາ​ພາຍ​ໃນ​ປະ​ເທດ, ປັບ​ປຸງກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ຕະ​ພັນ​ບົນ​ພື້ນ​ຖານ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ຂອງວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ພ້ອມ​ແລ້ວ​ທີ່​ຈະ​ນຳ​ໃຊ້​ບັນ​ດາ​ເຕັກ​ໂນ​ໂລ​ຢີ 4.0 ເຂົ້າ​ໃນ​ການ​ເຄື່ອນ​ໄຫ​ວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ.

ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ​ໂຮງ​ງານ​ອັດ​ສະ​ລິ​ຍະ​ແມ່ນ​ໂຄງ​ການ​ຫຼ້າ​ສຸດນອນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫ້​ຄຳ​ປຶກ​ສາ​ໃນການປັບ​ປຸງ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ບຳ​ລຸ​ສ້າງ​ນັກ​ຊ່ຽວ​ຊານ​ຫວຽດ​ນາມ ເພື່ອ​ແນ​ໃສ່​ທະ​ວີ​ຄູນ​ປະ​ສິດ​ທິ​ຜົນ, ປັບ​ປຸງ​ກຳ​ລັງ​ແຮງ​ສັງ​ລວມ ແລະ ສືບ​ຕໍ່​ເພີ່ມ​ທະ​ວີ​ບັນ​ດາກ​ານ​ເຄື່ອນ​ໄຫວ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ໂດຍ​ກະ​ຊວງ​ອຸດ​ສ​າ​ຫະ​ກຳ ແລະ ການ​ຄ້າ​ສົມ​ທົບ​ກັບ Samsung ຜັນ​ຂະ​ຫຍາຍ.

ນັບ​ແຕ່​ປີ 2015, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ Samsung ໄດ້​ສົມ​ທົບ​ກັນ​ເພື່ອ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໃຫ້​ຄຳ​ປຶກ​ສາໃນການປັບ​ປຸງ ເພື່ອ​ແນ​ໃສ່​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່ 379 ວິ​ສາ​ຫະ​ກິດ ຫວຽດ​ນາມ. ໃນ​ໄລ​ຍະ 2018 – 2021, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ Samsung ໄດ້​ບ​ຳ​ລຸງ​ສ້າງ ນັກ​ຊ່ຽວ​ຊານ 406 ຄົນ​ກ່ຽວ​ກັບ​ອຸ​ດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ຢູ່​ຫວຽດ​ນາມ.

ສຳ​ລັບ​ວິ​ສາ​ຫະ​ກິດປຸງ​ແຕ່ງ​ປະ​ດິດ​ສ້າງ​ເວົ້າ​ລວມ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ເວົ້າ​ສະ​ເພາະ, ວິ​ທີ​ການ​ໂຮງ​ງານ​ອັດ​ສະ​ລິ​ຍະ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ໃນການປັບ​ປຸງ​ຂັ້ນ​ຕອນ​ການ​ຜະ​ລິດ, ເພີ່ມ​ທະ​ວີ​ສະ​ມັດ​ຕະ​ພາບ, ປັດ​ຢັດ​ຄ່າ​ໃຊ້​ຈ່າຍ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ສູງ​ໃນ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ວິ​ສາ​ຫະ​ກິດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.