ການປະກອບສ່ວນຂອງຫວຽດນາມໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ຮັບການຕີລາຄາສູງ

11:52 | 24/02/2022

ຍ​ສ​ໝ - ຕາມ​ການ​ລາຍ​ງານ​ຂອງ​ນັກ​ຂ່າວສຳ​ນັກ​ຂ່າວ​ຫວຽດ​ນາມ​ທີ່​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ), ໃນ​ວັນ​ທີ 21 ກຸມ​ພາ ທ່ານ Jean-Pierre Lacroix ຮອງ​ເລ​ຂາ​ທິ​ການໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ ໄດ້​ກ່າວ​ຂອບ​ໃຈ​ຫວຽດ​ນາມ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ອັນ​ໜັກ​ແໜ້ນ​ຕໍ່​ກັບ​ການ​ເຄື່ອ​ນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ກໍ​ຄື​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ທາງ​ດ້ານ​ບຸກ​ຄະ​ລາ​ກອນ​ໃຫ້​ແກ່ ສ​ປ​ຊ.

ຫວຽດນາມ ສໍາເລັດອາຍຸການກໍາມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີໄຊ ຫວຽດນາມ ສໍາເລັດອາຍຸການກໍາມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີໄຊ
ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ຕາມ​ການ​ລາຍ​ງານ​ຂອງ​ນັກ​ຂ່າວສຳ​ນັກ​ຂ່າວ​ຫວຽດ​ນາມ​ທີ່​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ), ໃນ​ວັນ​ທີ 21 ກຸມ​ພາ ທ່ານ Jean-Pierre Lacroix ຮອງ​ເລ​ຂາ​ທິ​ການໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຜິດ​ຊອບ​ການ​ເຄື່ອນ​ໄຫວ​ສັນ​ຕິ​ພາບ ໄດ້​ກ່າວ​ຂອບ​ໃຈ​ຫວຽດ​ນາມ​ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜູນ​ອັນ​ໜັກ​ແໜ້ນ​ຕໍ່​ກັບ​ການ​ເຄື່ອ​ນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ກໍ​ຄື​ການ​ປະ​ກອບ​ສ່ວນ​ຂອງ​ຫວຽດ​ນາມ​ທາງ​ດ້ານ​ບຸກ​ຄະ​ລາ​ກອນ​ໃຫ້​ແກ່ ສ​ປ​ຊ.

ທ່ານ Lacroix ​ເນັ້ນ​ໜັກ​ວ່າ, ຫວຽດນາມ ​ໄດ້​ສົ່ງ​ກຳລັງ​ທະຫານ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ ສປຊ ນັບ​ແຕ່​ປີ 2014 ​ແລະ ນັບ​ແຕ່​ນັ້ນ​ມາ, ຍາມ​ໃດ​ກໍ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃນ​ຂົງ​ເຂດ​ນີ້. ຫວຽດນາມ ​ໄດ້​ນຳ​ໃຊ້​ໂຮງໝໍ​ສະໜາມ​ຂັ້ນ 2 ​ເປັນ​ຄັ້ງ​ທຳ​ອິດເພື່ອ​ປະຕິບັດ​ພາ​ລະ​ກິດ​ຂອງ ສປຊ ຢູ່ ຊູ​ດານ​ໃຕ້ (UNMISS) ​ໃນ​ເດືອນ 10/2018. ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ປະກອບສ່ວນ​ທະຫານ 75 ຄົນ (​ໃນ​ນັ້ນ​ມີ​ທະຫານ​ຍິງ 16 ຄົນ) ​ແລະ ຢືນ​ຢູ່ອັນ​ດັບ​ທີ 62 ​ໃນ​ບັນດາ​ປະ​ເທດ​ສະມາຊິກ ສປຊ ​ທາງ​ດ້ານ​ຈຳນວນ​ທະຫານທີ່​ເຂົ້າ​ຮ່ວມ​ກອງ​ກຳລັງ​ຮັກສາ​ສັນຕິພາບຂອງ ສປຊ.

ການປະກອບສ່ວນຂອງຫວຽດນາມໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດໄດ້ຮັບການຕີລາຄາສູງ
ພາບ​ປະ​ກອບ: dangcongsan.vn

ປະຈຸ​ບັນ, ທະຫານ​ຫວຽດນາມ ທີ່ກຳ​ລັງ​ປະຕິບັດ​ໜ້າ​ທີ່​ໃນ​ພາ​ລະ​ກິດ​ຂອງ ສປຊ ຢູ່ ຊູ​ດານ​ໃຕ້ ​ແລະ ສາທາລະນະ​ລັດອາ​ຟຼິກກາ​ກາງ. ຫວຽດນາມ ກໍ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ສົ່ງ​ກຳລັງ​ທະຫານ​ເຂົ້າ​ຮ່ວມ​ປະ​ຕິ​ບັດ​ໜ້າ​ທີ່​ໃນກອງ​ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ​ຊົ່ວຄາວ​ຂອງ​ ສ​ປ​ຊ ​ຢູ່ Abyei, ​ເຂດ​ພິພາດຂັດ​ແຍ່ງ​ລະຫວ່າງ​ຊູ​ດານ ​ແລະ ຊູ​ດານ​ໃຕ້.

ທ່ານ​ Lacroix ຮອງເລຂາທິການ​ໃຫຍ່ ສປຊ ຕີ​ລາຄາ​ວ່າ: ໂຮງໝໍ​ສະໜາມ​ຂັ້ນ 2 ຂອງຫວຽດນາມ ຢູ່ ຊູ​ດານ​ໃຕ້ ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​​ຜົນສຳ​ເລັດ​ລວມຂອງ​ພາລະກິດ ສ​ປ​ຊ ​ຢູ່ຊາດ​ທະ​ວີບ​ອາ​ຟຼິກກາ​ນີ້, ຮັບປະກັນ​ສຸຂະພາບ ແລະ ເງື່ອນ​ໄຂ​ສາ​ທາ​ລະ​ນະ​ສຸກ​ໃຫ້ແກ່​ກຳລັງ​ພະ​ນັກ​ງານ, ທະ​ຫານຮັກສາ​ສັນຕິພາບ​ຂອງ ສປຊ, ເປັນ​ຕົ້ນ​ແມ່ນ​ໃນ​ໄລຍະການລະບາດຂອງພະ​ຍາດ​ COVID-19 ທີ່ຮຸນແຮງ. ຄຽງ​ຄູ່​ກັບ​ການກວດ, ປິ່ນ​ປົວ​ພະ​ຍາດແລ້ວ, ບັນ​ດາ​ໝໍ, ພະຍາບານ​ທະຫານຂອງ​ຫວຽດນາມ ຍັງ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາຕ່າງໆ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​​ບັນຫາ​ໃຫຍ່​ຄື: ພະຍາດ​ລະບາດ​ໂຄ​ວິດ-19, HIV/AIDS ​ແລະ ຄວາມ​ຮຸນ​ແຮງ​ທາງ​ເພດ​ຢູ່​ເຂດ​ດັ່ງກ່າວ.

ທ່ານ​ Lacroix ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ຊ່ຽວ​ຊານ​ວິ​ຊາ​ສະ​ເພາະ, ຄວາມ​ເສັຍ​ສະຫຼະ, ຄວາມ​ອົດ​ທົນ​ພະ​ຍາ​ຍາມ, ການ​ທຸ້ມ​ເທ​ຂອງ​ບັນ​ດາ​ທະ​ຫານ​ຫວຽດ​ນາມ ເມື່ອ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ຫຍຸ້ງ​ຍາກ ພ້ອມ​ທັງ​ສະ​ແດງ​ຄວາມ​ອາ​ໄລ​ຕໍ່​ທ່ານ​ພັນ​ເອກ Do Anh ທີ່​ໄດ້​ສະຫຼະ​ຊີບ​ຊ່ວງຕົ້ນ​ປີໃນ​ເວ​ລາ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພາ​ກິດ​ລະ​ກິດ ສ​ປ​ຊ ຢູ່​ສາ​ທາ​ລະ​ນະ​ລັດ​ອາ​ຟຼິກກາ​ກາງ.

​ທ່ານ​ Lacroix ຮອງ​ເລ​ຂາ​ທິ​ການ​ໃຫຍ່ ນຳ​ເອົາ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຫວຽດ​ນາມ​ໃນ​ໂອ​ກາດ​ທີ່ ສ​ປ​ຊ ເປີດ​ຕົວ​ລາຍ​ການ​ສື່​ສານ​ສາ​ກົນ​ໃນ​ຫົວ​ຂໍ້ “ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ພາ​ລະ​ກິດ ແລະ ການ​ເສັຍ​ສະຫຼະ” ແນ​ໃສ່​ເພື່ອ​ເຊີດ​ຊູ​ກຽດ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ບັນ​ດາ​ປະ​ເທດ​ທີ່​ໄດ້​ສົ່ງ​ກຳ​ລັງ​ທ​ທະ​ຫານ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໃນ​ປີ​ທີ່​ຜ່ານໆ​ມາ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.