ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ: ຫວຽດ​ນາມ ໄດ້​ສະ​ເໜີ 4 ຂໍ້​ສຳ​ຄັນ

21:05 | 21/09/2023

ຍສໝ - ໃນໄລຍະຈະມາເຖິງ, 3G ແລະ G20 ຕ້ອງຍາດແຍ່ງທ່າພັດທະນາໃໝ່ຄື: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດວົງວຽນ ແລະ ການຫັນປ່ຽນພະລັງງານ; ສຸມໃສ່ພັດທະນາກະສິກຳແບບຍືນຍົງ...

ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ ນັກ​ຮົບ​ເກົ່າ ຫວຽດ​ນາມ ກອງ​ປະ​ຊຸມ​ໃຫຍ່​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ ນັກ​ຮົບ​ເກົ່າ ຫວຽດ​ນາມ
ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂ​ອງ ອາ​ເມ​ລິ​ກາຫຼາຍ​ແຫ່ງ ສະ​ຫງວນ​ຄວາມ​​ສົນໃຈ​​ຕໍ່ ຫວຽດ​ນາມ ກຸ່ມ​ບໍ​ລິ​ສັດ​ໃຫຍ່​ຂ​ອງ ອາ​ເມ​ລິ​ກາຫຼາຍ​ແຫ່ງ ສະ​ຫງວນ​ຄວາມ​​ສົນໃຈ​​ຕໍ່ ຫວຽດ​ນາມ

ວັນທີ 20 ກັນຍາ, ຢູ່ນະຄອນ ນິວຢອກ (ອາເມລິກາ), ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກຸ່ມບໍລິຫານທົ່ວໂລກ (3G) ປີ 2023 ໄດ້ຈັດຂຶ້ນຢູ່ນອກສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 78.

ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ: ຫວຽດ​ນາມ ໄດ້​ສະ​ເໜີ 4 ຂໍ້​ສຳ​ຄັນ

ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ (ພາບ: baochinhphu.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດ໋ຮຸ່ງຫວຽດ ສະເໜີບັນດາຂົງເຂດຮ່ວມມືຈຸດສຸມຂອງກຸ່ມບໍລິຫານທົ່ວໂລກ (3G) ແລະ ກຸ່ມບັນດາພື້ນຖານເສດຖະກິດໃຫຍ່ (G20) ໃນໄລຍະຈະມາເຖິງ. ລະອຽດແມ່ນ: ໝູນໃຊ້ບັນດາກຳລັງໜູນເຕີບໂຕໃໝ່ຄື ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ ແລະ ຜັນປ່ຽນພະລັງງານ. ເອົາໃຈໃສ່ພັດທະນາກະສິກຳແບບຍືນຍົງ ເພື່ອຄ້ຳປະກັນດ້ານສະບຽງອາຫານທົ່ວໂລກ. ທ່ານສະເໜີໃຫ້ກຸ່ມບໍລິຫານທົ່ວໂລກ (3G) ສືບຕໍ່ຮັບປະກັນລັກສະນະກວມລວມໃນບັນດາວິວັດທະນາການຫຼາຍຝ່າຍ, ເສີມຂະຫຍາຍບົດບາດຂອງ ອາຊຽນ ແລະ ເພີ່ມທະວີການຕິດພັນກັບໂຄງການດຳເນີນງານຂອງ G20.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.