ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

22:10 | 19/07/2019

ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2019, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງກ່ຽວກັບເລື່ອງຫວຽດນາມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.

ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ຫວຽດນາມສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ.(ພາບ:vovworld.vn)

ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບວິຍາຄານເສນາຮັກດຳເນີນການກວດກາ, ດັດປັບ ແລະ ປະກາດບຸກຄະລາກອນກັບໂຮງໝໍກາງສະໜາມລະດັບ 2 ຊຶ່ງລວມມີບຸກຄະລາກອນຖາວອນ 63 ຄົນ, ສຳຮອງ 7 ຄົນ, ໃນນັ້ນ ມີເພດຍິງ 10 ຄົນ.

ຫວຽດນາມ ສືບຕໍ່ປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ, ຫວຽດນາມ ພວມພິຈາລະນາເປີດກວ້າງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ.(ພາບ:baoquocte.vn)

ທ່ານພົນໂທ ຫງວຽນຈີ໊ວິ້ງ ໃຫ້ຮູ້ວ່າ, ຫວຽດນາມ ພວມພິຈາລະນາເປີດກວ້າງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ອີງຕາມຄວາມສາມາດຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ, ສປຊ ໄດ້ສະເໜີ ຫວຽດນາມ ເປີດກວ້າງການເຂົ້າຮ່ວມໃນຂົງເຂດຕ່າງໆເປັນຕົ້ນຄື: ຂົນສົ່ງການບິນ, ສົ່ງທະຫານບົກໄປປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງ, ສົ່ງພົນລະເຮືອນ ແລະຕໍາຫຼວດ ເຂົ້າຮ່ວມບັນດາຄະນະປະຕິບັດງານ. ກ່ຽວກັບຂົງເຂດຂົນສົ່ງການບິນ, ຫວຽດນາມ ກໍານົດໃນຕໍ່ໜ້າຍັງບໍ່ທັນເຂົ້າຮ່ວມ. ພ້ອມທັງກໍ່ສະເໜີ ຫວຽດນາມ ສາມາດຮ່ວມມືກັບ ສປຊ ໃນປີ 2020 ໃນຈັດຕັ້ງການຝຶກຊ້ອມໃຫ້ແກ່ກໍາລັງຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ ຫວຽດນາມ; ຖືນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍໃນປີຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການຂອງສະພາຄວາມໝັ້ນຄົງ ສປຊ, ສະແດງໃຫ້ເຫັນຄວາມຕັດສິນໃຈປະຕິບັດບັນດາຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບພາລະກຳລວມຂອງ ສປຊ.

(ໄຊພອນ)

ເຫດການ
302 Found

Found

The document has moved here.