ກອງ​ທຶນ​ໄຕ​້​ຫວັນ​ຮ່ວມ​ມື​ກັບ VinaCapital ລົງ​ທຶນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ

14:23 | 18/02/2022

ຍ​ສ​ໝ - ກອງ​ທຶນ Jih Sun Vietnam Opportunity Fund (JSVOF) ໄດ້​ຕ​ັ້ງ​ຄວາມ​ຫວັງ​ວ່າ ຈະ​ເປີດ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ໄຕ້​ຫວັນ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຄື ຫວຽດ​ນາມ.

ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ ຕະຫຼາດ ຫວຽດ​ນາມ ນຳ​ມາ​ເຊິ່ງ​ກາ​ລະ​ໂອ​ກາດ​ເຕີບ​ໂຕ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ​ໃຫ້​ແກ່​ນັກ​ລົງ​ທຶນ
ກອງ​ທຶນ​ໄຕ​້​ຫວັນ​ຮ່ວມ​ມື​ກັບ VinaCapital ລົງ​ທຶນ​ເຂົ້າ​ຕະຫຼາດຫຼັກ​ຊັບ ຫວຽດ​ນາມ
ພາບ​ປະ​ກອບ

ບໍ​ລິ​ສັດ​ຫຸ້ນ​ສ່ວນ ຄຸ້ມ​ຄອງກອງ​ທຶນ VinaCapital (VCFM) ໂດຍ​ແມ່ນ​ສະ​ມາ​ຊິກ​ຂອງ ກຸ່ມ​ບໍ​ລິ​ສັດ VinaCapital ຫາ​ກໍ່​ກາຍ​ເປັນ​ຫົວ​ໜ່ວຍ​ໃຫ້​ຄຳ​ປຶກ​ສາ​ຂອງ Jih Sun Securities Investment Trust ໂດຍ​ແມ່ນ​ຫົວ​ໜ່ວຍ​ເຮັດ​ວຽກ​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ການ​ບໍ​ລິ​ການ​ການ​ເງິນ​ແຖວ​ໜ້າ​ຂອງ ໄຕ້​ຫວັນ (ຈີນ), ເຮັດ​ວຽກໂດຍ​ກົງ ​ກັບ Jih Sun Vietnam Opportunity Fund (JSVOF) ເຊິ່ງ​ແມ່ນ ກອງ​ທຶນ​ຫາ​ກໍ່​ສ້າງ​ຕັ້ງ ແລະ ຫາ​ກໍ່​ປະ​ຕິ​ບັ​ດ​ສຳ​ເລັດ​ການ IPO ໃນ​ວັນ​ທີ 19 ມັງ​ກອນ 2022 ດ້ວຍ​ທຶນ​ຮຽກ​ຮ້ອງ​ແມ່ນ 143 ລ້ານ USD.

ທະ​ນາ​ຄານ​ຕິດ​ຕາມ​ຂອງ ກອງ​ທຶນ JSVPF ແມ່ນ​ທະ​ນາ​ຄານ Taiwan Cooperative Bank ໂດຍ​ແມ່ນ​ໜຶ່ງ​ໃນ 3 ທະ​ນາ​ຄານ​ແຖວ​ໜ້າ​ຂອງ ໄຕ້​ຫວັນ ແລະ ຢືນ​ຢູ່​ອັນ​ດັບ​ທີ 162 ໃນ​ທົ່ວ​ໂລກ​ປີ 2020 ຕາມວາ​ລະ​ສານ The Banker.

VinaCapital ຈະ​ສະ​ໜອງ​ບັນ​ດາ​ຄຳ​ປຶກ​ສາ​ລົງ​ເລິກ​ຂະ​ແໜງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແລະ ບົດ​ຮຽນ​ປະ​ສົບ​ການ​ຢູ່​ຕະຫຼາດ ຫວຽດ​ນາມ ໂດຍ​ອີງ​ໃສ່​ບັນ​ຊີ​ລາຍ​ຊື່​ລົງ​ທຶນທີ່​ເຂົາ​ເຈົ້າ​ໄດ້​ກໍ່​ສ້າງ​ລວມ​ມີ​ຫຸ້ນ​ສ່ວນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ແຖວ​ໜ້າ ແລະ ມີ​ການ​ພັດ​ທະ​ນາ​ໂດຍ​ໄວ​ຢູ່ ຫວຽດ​ນາມ.

ທ່ານ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຄຸ້ມ​ຄອງກອງ​ທຶນ Vina Capital ແບ່ງ​ປັນ​ວ່າ: ນັບ​ມື້​ນັບ​ມີຫຼາຍ​ນັກ​ລົງ​ທຶນ​ສາ​ກົນ ມີ​ຄວາມ​ດຶງ​ດູດ​ໃຈ​ຍ້ອນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ແລະ ມີ​ຄວາມ​ຫວັງ​ຢາກເຂົ້າ​ຮ່ວມ​ຕະຫຼາດນີ້. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ມີ​ບ້ວງ​ເງິນ​ລົງ​ທຶນ​ໃຫ້ຫຼາຍ​ກ່​ວາ​ອີກ ເຂົ້າ​ມາ​ຕະຫຼາດ ຫວຽດ​ນາມ ແລະ ຍາມ​ໃດ​ກໍ່​ກຽມ​ພ້ອມ​ການ​ໜູນ​ຊ່ວຍ​ບັນ​ດາ​ນັກ​ລົງ​ທຶນ​ສາ​ກົນທີ່​ມ​ີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຕໍ່ ຫວຽດ​ນາມ ມາ​ລົງ​ທຶນຢ່າງ​ສຳ​ເລັດຜົນ​ເຂົ້າ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ ແລະ ນຳ​ຜົນ​ປະ​ໂຫຍດ​ດີ​ທີ່​ສຸດ​ມາ​ໃຫ້​ລູກ​ຄ້າ​ຂອງ​ເຂົາ​ເຈົ້າ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.