ຫຼໍ່ລ້ຽງວັດທະນະທຳທະຫານລຸງໂຮ່ ທະຫານລຸງໂຮ່ “ສີ່ກ້າ”

07:47 | 23/02/2022

ປ່ຽນແປງໃໝ່, ປະດິດສ້າງ, ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບເພືຶ່ອຜົນປະໂຫຍດລວມນັ້ນແມ່ນໜຶ່ງໃນບັນດາລັກສະນະພິເສດພື້ນຖານຂອງຄຸນທາດທະຫານລຸງໂຮ່ ເຊິ່ງໄດ້ລະບຸໃນມະຕິສະບັບເລກທີ 847-NQ/QUTW ລົງວັນທີ 28 ທັນວາ 2021 ຂອງຄະນະພັກການທະຫານສູນກາງ (ຕໍ່ໄປນີ້ເອ້ີນວ່າມະຕິ 847).

ຄວາມປະທັບໃຈອັນດີງາມທີ່ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ຢູ່ຝະລັ່ງ ຄວາມປະທັບໃຈອັນດີງາມທີ່ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ຢູ່ຝະລັ່ງ
ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ

ກ່ອນອື່ນໝົດ, ຕ້ອງຢັ້ງຢືນວ່າ ປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ” (ກ້າຄິດ, ກ້າເວົ້າ, ກ້າເຮັດ, ກ້າຮັບຜິດຊອບ) ເພື່ອຜົນປະໂຫຍດລວມແມ່ນລັກສະນະພື້ນຖານຂອງຄຸນທາດທະຫານລຸງໂຮ່ ເຊິ່ງໄດ້ຮັບການຫຼໍ່ຫຼອມໃນການສູ້ຮົບ, ການສ້າງສາ ແລະປົກປັກຮັກສາປະເທດຊາດ. ຜ່ານການເວລາ, ຄຸນທາດດັ່ງກ່າວນັບມື້ນັບໄດ້ເພີ່ມພູນຄູນສ້າງ, ເສີມຂະຫຍາຍ. ຕົວຈິງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ 77 ປີແຫ່ງການສ້າງສາ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ກອງທັບເຮົາຍາມໃດກໍ່ເອົາໃຈໃສ່, ຖືເປັນສຳຄັນ, ລະດົມກຳລັງໃຈ, ປຸກລະດົມບັນດາຂະບວນການແຂ່ງຂັນ, ປ່ຽນແປງໃໝ່ໃນຖັນແຖວພະນັກງານ, ນາຍທະຫານ, ນາຍທະຫານຊັ້ນສີບ, ນັກຮົບ.

ຫຼໍ່ລ້ຽງວັດທະນະທຳທະຫານລຸງໂຮ່ ທະຫານລຸງໂຮ່ “ສີ່ກ້າ”
ພາບປະກອບຄັດຈາກ qdnd.vn.

ເສີມຂະຫຍາຍມູນເຊື້ອຂອງກອງທັບ “ຈົ່ງຮັກພັກດີຕໍ່ພັກ, ກະຕັນຍູຕໍ່ປະຊາຊົນ, ກຽມພ້ອມສູ້ຮົບເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ, ເພື່ອສັງຄົມນິຍົມ, ໜ້າທີ່ໃດກໍ່ສຳເລັດ, ຄວາມຫຍຸ້ງຍາກໃດກໍ່ຜ່ານຜ່າ, ສັດຕູໂຕໃດກໍ່ຕີເອົາຊະນະ". ໃນສະພາບແວດລ້ອມພິເສດ, ມີຄວາມລຳບາກຫຼາຍຢ່າງ, ສະນັ້ນຄຸນທາດປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ” ເພື່ອຜົນປະໂຫຍດລວມຍິ່ງຕ້ອງສະແດງອອກຢ່າງຈະແຈ້ງ. ພິເສດ, ໃນສະພາບການເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກວ້າງຂວາງ, ການປ່ຽນແປງໃໝ່, ປະດິດສ້າງໄດ້ຮັບຖືວ່່າແມ່ນກຳລັງໜູນສຳຄັນເພື່ອພັດທະນາປະເທດ.ຈາກພຶດຕິກຳແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະອອກແຮງງານສ້າງສາປະເທດໄດ້ປະກົດມີຫຼາຍແບບຢ່າງທະຫານລຸງໂຮ່ປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ” ເພື່ອຜົນປະໂຫຍດຂອງຊາດ. ພົນເອກ ຫວໍງວຽນຢາບ ຜູ້ບັນຊາການທະຫານສູງສຸດຜູ້ທຳອິດຂອງກອງທັບເຮົາແມ່ນຜູ້ຍາມໃດກໍ່ຮູ້ສຶກລະທົມໃຈຕໍ່ແຕ່ລະບາດເຈັບ, ແຕ່ລະຢາດເລືອດຂອງທະຫານແຕ່ລະຄົນ. ໃນເວລາຂ້ຽວຂາດທີ່ສຸດຂອງການສູ້ຮົບ, ທີ່ກອງປະຊຸມຄະນະພັກ ແລະກອງບັນຊາການບັ້ນຮົບດ້ຽນບຽນຝູ, ເຖິງວ່າຍັງມີຫຼາຍຄຳເຫັນບໍ່ທັນເຫັນດີເຫັນພ້ອມກໍ່ຕາມ ແຕ່ທ່ານພົນເອກ ໄດ້ຕົກລົງປ່ຽນທິດນຳຈາກຕີໄວ, ເອົາໄຊຊະນະໄວມາເປັນບຸກຕີໃຫ້ໜັກແໜ້ນ, ໂຈະຍິງປືນ, ດຶງປືນໃຫຍ່ອອກ. ຄວາມຈິງປະຫວັດສາດໄດ້ສະແດງໃຫ້ເຫັນນັ້ນແມ່ນການຕັດສິນທີ່ຖືກຕ້ອງ, ເຕັມໄປດ້ວຍຄວາມຮັບຜິດຊອບຂອງທ່ານພົນເອກ ແລະກອງບັນຊາການບັ້ນຮົບ, ຊ່ວຍກອງທັບ ແລະປະຊາຊົນເຮົາຍາດເອົາໄຊຊະນະດ້ຽນບຽນດັງກ້ອງກັງວານໄປທົ່ວໂລກ”.

ພວກເຮົາໄດ້ຮູ້ແລ້ວວ່າ, ເພື່ອຢັ້ງຢືນ ແລະເຮັດໃຫ້ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມກອງທັບ (Viettel) ມີຊື່ສຽງໂດ່ງດັງຄືໃນປະຈຸບັນ ນັ້ນແມ່ນຍ້ອນມີນະໂຍບາຍຢ່າງຖືກຕ້ອງຂອງກົມກອງ: ເພື່ອແກ້ໄຂວຽກງານຫຍຸ້ງຍາກທີ່ສຸດໃຫ້ໄດ້, Viettel ຕ້ອງຊອກຫາ, ຮັບສະໝັກ ແລະກໍ່ສ້າງຜູ້ທີ່ມີຄວາມເກັ່ງກ້າສາມາດທີ່ສຸດ. ດ້ວຍຄຳຂວັນ: “ປ່ຽນແປງໃໝ່, ປ່ຽນແປງໃໝ່, ບຸກທະລຸ, ປະຈັນບານ” ໃນພຶດຕິກໍາຕົວຈິງແຫ່ງການປະຕິບັດງານໄດ້ປະກົດມີຫຼາຍແບບຢ່າງຮູ້ວິທີແກ້ໄຂວຽກງານຫຍຸ້ງຍາກທ່ີສຸດຕາມວິທີແຕ່ກຕ່າງກັນ, ບັນລຸປະສິດທິຜົນສູງ; ປະກອບສ່ວນຫຼາຍທີ່ສຸດໃຫ້ອົງການຈັດຕັ້ງ, ກົມກອງຂອງຕົນ. ນັ້ນແມ່ນພະຍານຫຼັກຖານກ່ຽວກັບຈິດໃຈປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ” ຂອງທະຫານລຸງໂຮ່ ໃນຍຸກສະໄໝ 4.0 ປະຈຸບັນ.

ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ໃນການຕໍ່ສູ້ຕ້ານ “ສັດຕູໂຄວິດ-19” ຜ່ານມາ, ໄດ້ປະກົດມີຫຼາຍບຸກຄົນ, ໝູ່ຄະນະທີ່ເປັນແບບຢ່າງກ້າຄິດ, ກ້າເຮັດເພື່ອຜົນປະໂຫຍດລວມ. ໃນການຕໍ່ສູ້ດັ່ງກ່າວ, ມີຫຼາຍຄອບຄົວພົນທະຫານມີພໍ່ແມ່, ລູກເມຍຖືກຕິດເຊື້ອໂຄວິດ-19, ຍາດຕິພີ່ນ້ອງຫຼາຍຄົນຂອງພະນັກງານ, ນັກຮົບຖືກເສຍຊີວິດ, ແຕ່ຍ້ອນການຕໍ່ສູ້ຕ້ານໂລກລະບາດ, ປົກປ້ອງປະຊາຊົນ, ເຂົາເຈົ້າຕ້ອງອົດຄວາມເຈັບປວດທຸກໂສກເພື່ອສືບຕໍ່ປະຕິບັດໜ້າທີ່. ພ້ອມກັນນັ້ນ, ບັນດາກົມກອງຂອງກອງທັບຍັງເພີ່ມກຳລັງເຂົ້າພາກໃຕ້ຕ້ານພະຍາດໂຄວິດ-19 ຄືວ່າກອງທະຫານໜັກແໜ້ນ, ມີໄຫວພິບ, ສະຫຼາດສະຫຼຽວ, ປະດິດສ້າງ, ແກ້ໄຂທຸກກໍລະນີເປັນຢ່າງດີ, ນຳມາເຊິ່ງຊີວິດໃໝ່ແຫ່ງຄວາມສະຫງົບສຸກໃຫ້ປະຊາຊົນ.

ແຕ່ປີ 2014 ມາຮອດປະຈຸບັນ, ດ້ວຍການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ໄດ້ມີພະນັກງານ, ນັກຮົບຫຼາຍຮ້ອຍຄົນຕ້ອງແກ້ໄຂຄວາມແຕກຕ່າງກັນກ່ຽວກັບພາສາ, ຮີດຄອງປະເພນີຂອງທ້ອງຖິ່ນ, ຕັ້ງໜ້າເຂົ້າຮ່ວມທຸກການເຄື່ອນໄຫວຊ່ວຍເຫຼືອປະຊາຊົນປະເທດປະຈຳຖິ່ນ, ຜ່ານນັ້ນສ້າງອິດທິພົນຊື່ສຽງ, ຄວາມປະທັບໃຈທີ່ດີ, ປະກອບສ່ວນແນະນຳຮູບພາບປະເທດຊາດ, ຊາວຫວຽດນາມ ສະໜິດສະໜົມ, ຮັກຫອມສັນຕິພາບກັບເພື່ອນມິດສາກົນ; ປະກອບສ່ວນປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດແຕ່ຫົວທີ່, ແຕ່ໄກໂດຍສັນຕິວິທີ.

ມະຕິ 847 ກໍ່ຊີ້ແຈ້ງວ່າ: ເພີ່ມທະວີວຽກງານນຳພາແນວຄິດ, ສຶກສາດ້ານການເມືອງ, ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃຫ້ພະນັກງານ, ສະມາຊິກພັກ ແລະມະຫາຊົນສືບຕໍ່ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ເດັດດ່ຽວຕ້ານລັດທິສ່ວນຕົວ. ເພາະສະນັ້ນ, ພະນັກງານ, ສະມາຊິກພັກແຕ່ລະຄົນເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມກໍ່ຕ້ອງກ້າເສີມຂະຫຍາຍຄຸນທາດປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ”; ຕ້ອງມີຄວາມມຸ່ງຫວັງບືນຕົວຂຶ້ນ, ສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ, ຄວາມຕັດສິນ, ເລີ່ມມາຈາກສ່ວນລວມ. ກອງທັບແມ່ນສະພາບແວດລ້ອມທີ່ມີລັກສະນະພິເສດ, ສະນັ້ນຍິ່ງປະສົບກັບຄວາມຫຍຸ້ງຍາກ, ພະນັກງານ, ສະມາຊິກພັກຍິ່ງຕ້ອງຂະຫຍັນຂັນເຄື່ອນ, ປະດິດສ້າງ, ກ້າຄິດ, ກ້າເຮັດຈຶ່ງສາມາດສຳເລັດທຸກໜ້າທີ່ໄດ້.

ປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ” ຄິດວ່າບໍ່ແມ່ນວຽກງານທີ່ “ນອກເໜືອຄວາມຈິງ” ພະນັກງານ, ສະມາຊິກພັກແຕ່ລະຄົນຄວນອີງໃສ່ພຶດຕິກຳຕົວຈິງວຽກງານຂອງອົງການ, ກົມກອງ ເພື່ອສະເໜີອັນໃໝ່, ຂໍ້ລິເລີ່ມແນໃສ່ຮັບໃຊ້ຍົກສູງປະສິດທິຜົນວຽກງານຂອງກົມກອງ, ຕົວຢ່າງຄື: ພະນັກງານສຳພາລະທະຫານຕ້ອງປະດິດສ້າງເຄື່ອງຊອຍຊີ້ນໃຫ້ເຮືອນຄົວຂອງກົມກອງ; ນັກຮົບເສນາຮັກຕ້ອງປະດິດສ້າງເຄື່ອນພົ່ນຢາຂ້າເຊື້ອເພື່ອຕ້ານພະຍາດໂຄວິດ-19... ສໍາລັບພະນັກງານແມ່ນນັກຊ່ຽວຊານ, ນັກວິທະຍາສາດ, ນັກຄົ້ນຄວ້າໃນກອງທັບກໍ່ຕ້ອງບຸກທະລຸໃນບັນດາກິດຈະການ, ບັນດາຂົງເຂດປາຍແຫຼມ, ບັນດາລາຍການ, ແຜນງານປະກອບສ່ວນສ້າງປະສິດທິຜົນຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ-ສັງຄົມ. ເວົ້າລວມແລ້ວ, ແຕ່ລະຂໍ້ລິເລີ່ມ, ຂໍ້ສະເໜີເຖິງວ່າໃຫຍ່ ຫຼືນ້ອຍກໍ່ລ້ວນແຕ່ສະແດງໃຫ້ເຫັນເນື້ອໃນຈິດໃຈປ່ຽນແປງໃໝ່, ປະດິດສ້າງ ແລະ“ສີ່ກ້າ” ເພື່ອຜົນປະໂຫຍດລວມ, ນັ້ນແມ່ນຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນປະຈຸບັນ.

la.qdnd.vn

ເຫດການ
302 Found

Found

The document has moved here.