ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ

14:00 | 22/02/2022

ຍ​ສ​ໝ - ສະ​ມາ​ຄົມ​ຫວຽດ​ນາມ​ທີ່ລັດ New South Wales (UAVS-NSW, Australia) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ ປີ 2021, ເລືອກ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ​ສະ​ໄໝ 2022-2024 ແລະ ວາງ​ແຜນ​ການ​ເຄື່ອນ​ໄຫວ​ຂອງ​ປີ.

ອົດ​ສະ​ຕາ​ລີ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮອບ​ດ້ານ​ກັບ ຫວຽດ​ນາມ ອົດ​ສະ​ຕາ​ລີ ພ້ອມ​ແລ້ວ​ທີ່​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮອບ​ດ້ານ​ກັບ ຫວຽດ​ນາມ
ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ ອົດສະຕາລີ​ສ້າງ​ສູນ​ການ​ສຶກ​ສາ​ທຳ​ອິດ​ຢູ່ ຫວຽດ​ນາມ

ສະ​ມາ​ຄົມ​ຫວຽດ​ນາມ​ທີ່ລັດ New South Wales (UAVS-NSW, Australia) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ ປີ 2021, ເລືອກ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ​ສະ​ໄໝ 2022-2024 ແລະ ວາງ​ແຜນ​ການ​ເຄື່ອນ​ໄຫວ​ຂອງ​ປີ.

ທ່ານ ນາງ ດັ້ງທຸ່ຍຈີ, ຕາງ​ໜ້າ​ສະ​ຖານ​ທູດຫວຽດ​ນາມ​ປະ​ຈຳ​ອົດ​ສະ​ຕາ​ລີ ໃຫ້​ຊາບ​ວ່າ ອົດ​ສະ​ຕາ​ລີ ເປັນ​ປະ​ເທດ​ທີ່​ມີ​ພື້ນ​ຖານ​ການ​ສຶກ​ສາ​ຄຸນ​ນະ​ພາບ​ສູງ, ເປັນ​ເປົ້າ​ໝາຍ​ທີ່​ຊົມ​ຊອບ​ຂອງ​ນັກ​ສຶກ​ສາ​ຫວຽດ​ນາມ​ທັງຫຼາຍ (ດ້ວຍ​ຈຳ​ນວນ​ນັກ​ສຶກ​ສາປະ​ມານ 20.896 ຄົນ, ຢືນ​ຢູ່​ໃນ​ອັນ​ດັບ​ທີ່​ສີ່​ໃນ​ຈຳ​ນວນ​ປະ​ເທດ​ທີ່​ມີ​ນັກ​ສຶກ​ສາ​ຫວຽດ​ນາມ​ຈຳ​ນວນຫຼາຍ​ມາ​ສຶກ​ສາ​ທີ່​ອົດ​ສະ​ຕາ​ລີ ຖັດ​ຈາກ​ປະ​ເທດ​ຈີນ, ອິນ​ເດຍ ແລະ ເນ​ປານ).

ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ
ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ: ພາບ​: vietnamplus

ຍ້ອນ​ແນວນັ້ນ, ນັກ​ສຶກ​ສາ​ຢູ່​ອົດ​ສະ​ຕາ​ລີ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຫວຽດ​ນາມ-ອົດ​ສະ​ຕາ​ລີ, ພິ​ເສດ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ ພ້ອມ​ກັນ​ປະ​ກອບ​ສ່ວນ​ການ​ໂຄ​ສະ​ນາ​ພາບ​ລັກ ແລະ ວັນ​ທະ​ນະ​ທຳ​ຫວຽດ​ນາມ​ໄປ​ສູ່​ຊຸມ​ຊົນສາ​ກົນ.

ຕາມ​ຂໍ້​ມູນ​ຂອງ​ທ່ານ ນາງ ດັ້ງທຸ່ຍຈີ ໃຫ້​ຮູ້​ວ່າ, ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ທີ່ NSW ເປັນ​ໜຶ່ງ​ໃນອົງ​ການຈັດ​ຕັ້ງ​ທີ່ຫ້າວ​ຫັນ, ມີ​ສາຍ​ພົວ​ພັນ​ທີ່​ສະ​ໜິດ​ແໜ້ນ​ກັບ​ບັນ​ດາ​ສະ​ມາ​ຄົມ​ນັກ​ສຶກ​ສາ​ອື່ນ​ຢຸ່​ອົດ​ສະ​ຕາ​ລີ ເພື່ອ​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະ​ມາ​ຄົມ​ຢູ່​ທີ່​ອົດ​ສະ​ຕາ​ລີ.

ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ທີ່​ອົດ​ສະ​ຕາ​ລີ ທ່ານ ຫງວຽນຟຸກບິ່ງ ຢືນ​ຢັນ​ສືບ​ຕໍ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ກິດ​ຈະ​ກຳ​ຕ່າງໆ​ຂອງ​ສະ​ມາ​ຄົມ​ນັກ​ສຶກ​ສາ​ຫວຽດ​ນາມ​ໃນ​ປີ 2022, ສ້າງ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ບັນ​ດານັກ​ສຶກ​ສາ​ຫວຽດ​ນາມ​ໃນ​ທົ່ວ​ປະ​ເທດ​ອົດ​ສະ​ຕາ​ລີ ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຫວຽດ​ນາມ-ອົດ​ສະ​ຕາ​ລີ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.