ຄວາມປະທັບໃຈອັນດີງາມທີ່ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ຢູ່ຝະລັ່ງ

07:18 | 23/02/2022

ຫວ່າງແລ້ວນີ້, ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງປາຣີ (ຝະລັ່ງ) ດ້ວຍການເຂົ້າຮ່ວມຂອງເພື່ອນມິດຝະລັ່ງ ແລະບັນດານັກຮຽນຮູ້ຊາວຫວຽດນາມ ອາໄສຢູ່ຝະລັ່ງ ເປັນຈຳນວນຫຼວງຫຼາຍ.

ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ ນັກສຶກສາຫວຽດນາມທີ່ອົດສະຕາລີຕັ້ງໜ້າຊຸກຍູ້ການເຄື່ອນໄຫວກິດຈະກຳຊຸມຊົນ
ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ ການສົ່ງຊາວຫວຽດນາມ ຢູ່ຕ່າງປະເທດກັບເມືອປະເທດໃນສະພາບ ການພະຍາດໂຄວິດ-19 ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມະນຸດສະທຳ ຂອງພັກ ແລະລັດ

ຄວາມປະທັບໃຈອັນດີງາມທີ່ການໂອ້ລົມສົນທະນາຕົ້ນລະດູບານໃໝ່ “ຫວຽດນາມ 2022” ຢູ່ຝະລັ່ງ

ບັນຍາກາດທີ່ການໂອ້ລົມສົນທະນາ “ຫວຽດນາມ ປີ 2022”. ພາບ: ສໍານັກຂ່າວສານຫວຽດນາມ.

ການໂອ້ລົມສົນທະນາໄດ້ກາຍເປັນງານບຸນຕົ້ນລະດູບານໃໝ່ທີ່ອຸດົມສົມບູນ ແລະເປັນເອກະລັກສະເພາະດ້ວຍຫຼາຍຫົວຂໍ້ທີ່ກ່ຽວຂ້ອງເຖິງຫວຽດນາມ. ກ່າວຄໍາເຫັນທີ່ເຫດການ, ທ່ານ ດິງຕວ່ານຖັ໋ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝະລັ່ງ ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງການພົບປະຕົ້ນລະດູບານໃໝ່ ປີຂານ 2022 ເພື່ອແນໃສ່ຫັດແໜ້ນນໍ້າໃຈມິດຕະພາບລະຫວ່າງເພື່ອນມິດຝະລັ່ງ ກັບຫວຽດນາມ. ເນື່ອງໃນໂອກາດນີ້, ທ່ານ ດິງຕວ່ານຖັ໋ງ ໄດ້ແນະນໍາໂດຍສັງເຂບກ່ຽວກັບສະພາບການຢູ່ພາຍໃນປະເທດກໍ່ຄືບັນດາຄວາມມານະພະຍາຍາມຂອງລັດຖະບານ ແລະປະຊາຊົນຫວຽດນາມ ໃນການຕ້ານພະຍາດໂຄວິດ-19, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິ, ພັດທະນາເສດຖະກິດ ແລະເຊື່ອມໂຍງເຂົ້າກັບສາກົນ.

la.qdnd.vn

ເຫດການ
302 Found

Found

The document has moved here.