ໃນ​ປີ 2022, ການ​ຄ້າ ເອເລັກໂຕຼນິກຂອງ ຫວຽດນາມ ຈະ​ມີ​ບາດກ້າວ​ບຸກທະລຸ​ຫຼາຍຢ່າງ

16:30 | 18/02/2022

ຍສໝ - ກົມການຄ້າເອເລັກໂຕຼນິກ ແລະ ເສດຖະກິດດິຈິຕອລ ສຸມໃສ່ປັບປຸງລະບົບການຊໍາລະແບບເອເລັກໂຕຼນິກໃຫ້ສົມບູນແບບ ແລະ ປັບປຸງຄຸນນະພາບການຂົນສົ່ງ ແລະ ການມອບສົ່ງສິນຄ້າ.

ທີມຊາດ U23 ຫວຽດນາມຕັ້ງເປົ້າໝາຍສູງສຸດໃນການແຂ່ງຂັນບານເຕະຊິງແຊ້ມອາຊີບຕາເວັນອອກສຽງໃຕ້ U23 ປີ 2022 ທີມຊາດ U23 ຫວຽດນາມຕັ້ງເປົ້າໝາຍສູງສຸດໃນການແຂ່ງຂັນບານເຕະຊິງແຊ້ມອາຊີບຕາເວັນອອກສຽງໃຕ້ U23 ປີ 2022
ປີ 2022: ແຂວງຮ່າຕິງ ຍູ້ແຮງການຮ່ວມມືຮອບດ້ານກັບທ້ອງຖິ່ນຂອງລາວ ປີ 2022: ແຂວງຮ່າຕິງ ຍູ້ແຮງການຮ່ວມມືຮອບດ້ານກັບທ້ອງຖິ່ນຂອງລາວ
ພາບປະກອບ
ພາບປະກອບ

ຕາມ​ການ​ຄາດ​ຄະ​ເນ​ຂອງ​ນັກ​ຊ່ຽວ​ຊານ​ແລ້ວ, ປີ 2022 ການ​ຄ້າເອເລັກໂຕຼນິກຂອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ຂະ​ຫຍາຍ​ຕົວຢ່າງແຮງ ແລະ ສ້າງ​ແຮງ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ. ພິ​ເສດ, ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ກໍ່ສ້າງບັນດາ​ຍຸດ​ທະ​ສາດ​ດຳ​ເນີນ​ທຸລະ​ກິດ​ໃໝ່, ​ເຂົ້າ​ເຖິງ​ບັນດາ​ຊ່ອງ​ຈຳໜ່າຍ​ທີ່​ທັນ​ສະ​ໄໝ ​ເພື່ອ​ເປີດ​ກວ້າງ​ຕະຫຼາດ ​ແລະ ຟື້ນ​ຟູ​ຫຼັງ​ໂລກ​ລະບາດ.

ເພື່ອສ້າງທ່ວງທ່າໃຫ້ ການຄ້າເອເລັກໂຕຼນິກ ພັດທະນາ, ທ່ານ ດັ້ງຮວ່າງຫາຍ, ຫົວໜ້າກົມ ການຄ້າເອເລັກໂຕຼນິກ ແລະ ເສດຖະກິດດິຈິຕອລ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ກົມຈະສືບຕໍ່ເປີດກວ້າງໂຄງການຮ້ານ​ຄ້າ​ອອນ​ລາຍ​ຂອງ​ຫວຽດນາມ ພ້ອມ​ທັງ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຝຶກ​ອົບຮົມ​ກ່ຽວ​ກັບ ການຄ້າເອເລັກໂຕຼນິກ ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ທົ່ວ​ປະ​ເທດ.

ພ້ອມ​ກັນ​ນັ້ນ, ກົມ​ການ​ຄ້າ​ເອ​ເລັກ​ໂຕຼນິກ ​ແລະ ​ເສດຖະກິດ​ດີ​ຈີ​ຕອລ ​ຍັງ​ສຸມ​ໃສ່​ປັບປຸງ​ລະບົບ​ຊຳລະ​ເງິນ​ເອ​ເລັກ​ໂຕຼນິກ ​ແລະ ຍົກສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂົນ​ສົ່ງ​, ມອບຮັບສິນຄ້າ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈໃຫ້ຜູ້​ບໍລິ​ໂພ​ກ ​ແລະ ຍົກ​ສູງ​ຄຸນ​ນະພາ​ບສິນຄ້າ ​ແລະ ຮູບພາບ​ຂອງການ​ຄ້າ​ເອ​ເລັກ​ໂຕຼນິກ​ຫວຽດນາມ ໃນໄລຍະ 2022 - 2025 ຈະມີບາດກ້າວບຸກທະລຸຫຼາຍຢ່າງ.

ໄຊພອນ

ເຫດການ
302 Found

Found

The document has moved here.